admin

Avatar

ພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ

ພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ ອີງຕາມມະຕິຕົກລົງສະບັບ ເລກທີ 129 /ຄພ ສທ ລົງວັນທີ 12 / 4 /2024 ມີ 65 ສະຫາຍ ຍິງ 42 ສະຫາຍ ແລະ ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ອີງຕາມ ມະຕິຕົກລົງ ເລກທີ 140 / ຄພ ສທ ລົງວັນທີ 14 / 4 / 2024, ມີ 50 ສະຫາຍ ຍິງ 33 ສະຫາຍ, ຂອງພັກປະຊາຊົນປະຕິວັດລາວ ຈາກຄະນະພັກຮາກຖານ, ໜ່ວຍພັກຮາກຖານກົມກອງ, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ໂຮງໝໍສູນກາງ ແລະ ບັນດາສູນຕ່າງໆ. ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ເລຂາຄະນະພັກກະຊວງ ລັດຖະ […]

ພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ Read More »

ສູນການແພດຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ຈັດກອງປະຊຸມສະຫຼຸບທ້າຍໂຄງການ ໂຄຼບ COPE

ສູນການແພດຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ຈັດກອງປະຊຸມສະຫຼຸບທ້າຍໂຄງການ ໂຄຼບ COPE ໄລຍະ IV ປີ 2019-2024 ແລະ ທິດທາງແຜນການຂອງໂຄງການ, ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຜ່ານມາໃນການເຂົ້າເຖີງການບໍລິການຟຶ້ນຟູດ້ານອົງຄະທຽມ ແລະ ເຄື່ອງຄໍ້າຊູ, ສະໜອງອຸປະ ກອນອົງຄະທຽມ, ສ້າງຕັ້ງລະບົບສົ່ງຕໍ່ຄົນເຈັບ, ປັບປຸງລະບົບຕິດຕາມເກັບກຳຂໍ້ມູນຄົນເຈັບ ຢູ່ ສປປ ລາວ ແລະ ນຳສະເໜີທິດທາງແຜນການຕໍ່ໂຄງການ MOU ເພື່ອສືບຕໍ່ວຽກງານໄລຍະ V ປີ 2024-2029 ນໍາສະເໜີໂດຍ ທ່ານ ນາງ ເມດຕາ ທິບພະວົງ ຫົວໜ້າໂຄງການ ໂຄຼບ COPE.ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ດຣ ທອງເພັດ ສິດທິວັນ ຫົວໜ້າສູນການແພດຟືນຟູໜ້າທີ່ການ ມີບັນດາຜູ້ແທນຈາກ ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ອຸດົມໄຊ, ຊຽງຂວາງ, ຈຳປາສັກ, ສະຫັວນນະເຂດ ແລະ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສູນການແພດຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ຈັດກອງປະຊຸມສະຫຼຸບທ້າຍໂຄງການ ໂຄຼບ COPE Read More »

ກະຊວງສາທາລະນະສຸກ ໄດ້ຈັດພິທີປະກາດການຈັດຕັ້ງຂອງກົມຄວບຄຸມພະຍາດຕິດຕໍ່ ສູນວິທະຍາ ແລະ ລະບາດວິທະຍາ.

ກະຊວງສາທາລະນະສຸກ ໄດ້ຈັດພິທີປະກາດການຈັດຕັ້ງຂອງກົມຄວບຄຸມພະຍາດຕິດຕໍ່ ສູນວິທະຍາ ແລະ ລະບາດວິທະຍາ. ຜ່ານດຳລັດ ແລະ ມະຕິຕົກລົງໃຫ້ ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພັກການ-ຮັບ ອຸດໜູນບຳນານ ແລະ ຜ່ານດຳລັດແຕ່ງຕັ້ງ ທ່ານ ປອ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ຂື້ນເປັນຫົວໜ້າກົມຄວບຄຸບພະຍາດຕິດຕໍ່.ຜ່ານຂໍ້ຕົກລົງແຕ່ງຕັ້ງຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ແລະ ຮັກສາການຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ມີດັ່ງນີ້ : ທ່ານ ປອ ດຣ ພູປະສົງ ຊົມພູ ຫົວໜ້າພະແນກກັນພະຍາດ ຈາກສັດສູ່ຄົນ ຂື້ນເປັນຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່; ທ່ານ ດຣ ນ ວຽງສະຫັວນ ຄິິດຕິພົງ ຫົວໜ້າພະແນກເຝົ້າລະວັງ ຂື້ນເປັນຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່; ທ່ານ ດຣ ນ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ

ກະຊວງສາທາລະນະສຸກ ໄດ້ຈັດພິທີປະກາດການຈັດຕັ້ງຂອງກົມຄວບຄຸມພະຍາດຕິດຕໍ່ ສູນວິທະຍາ ແລະ ລະບາດວິທະຍາ. Read More »

ກະຊວງສາທາລະນະສຸກ ໄດ້ປະກາດແຕ່ງຕັ້ງພະນັກງານ ຮັບຕຳແໜ່ງບໍລິຫານ ແລະ ອອກການພັກການ-ຮັບນະໂຍບາຍອຸດໜູນບຳນານ

ກະຊວງສາທາລະນະສຸກ ໄດ້ປະກາດແຕ່ງຕັ້ງພະນັກງານ ຮັບຕຳແໜ່ງບໍລິຫານ ແລະ ອອກການພັກການ-ຮັບນະໂຍບາຍອຸດໜູນບຳນານ, ອີງຕາມ ມະຕິຕົກລົງຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ວ່າດ້ວຍການແຕ່ງຕັ້ງພະນັກງານຮັບຕຳແໜງບໍລິຫານ 11 ທ່ານ ຄື : – ທ່ານ ນ ອາພອນ ວິຊາເທບ ເປັນຫົວໜ້າຫ້ອງການກະຊວງສາທາລະນະສຸກ – ທ່ານ ດຣ ນ ພອນປະເສີດ ໄຊຍະມຸງຄຸນ ເປັນຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ – ທ່ານ ດຣ ນ ຜາສຸກ ວົງວິຈິດ ເປັນຮອງອະທິການບໍດີມະຫາວິທະຍາໄລວິທະຍາສາດ ສຸຂະພາບ – ທ່ານ ປອ ດຣ ນ ຄຳແພງ ຟອງລືຊາ ເປັນຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ – ທ່ານ ປອ ດຣ

ກະຊວງສາທາລະນະສຸກ ໄດ້ປະກາດແຕ່ງຕັ້ງພະນັກງານ ຮັບຕຳແໜ່ງບໍລິຫານ ແລະ ອອກການພັກການ-ຮັບນະໂຍບາຍອຸດໜູນບຳນານ Read More »

ການຈັດພິທີຮັບຮອງແຜນງານສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ແລະ ການປົກຄອງທ້ອງຖິ່ນ

  ວັນທີ24 ເມສາ 2024, ທີ່ ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີຮັບຮອງແຜນງານສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ແລະ ການປົກຄອງທ້ອງຖິ່ນ ເພື່ອປັບປຸງສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ ຜ່ານວິທີການແບບຄອນເນັກ ຢູ່ ສປປ ລາວ ລະຫວ່າງກະຊວງສາທາລະນະສຸກ, ກະຊວງພາຍໃນ ແລະ ອົງການອະນາໄມໂລກ ເຊິ່ງສະໜັບສະໜູນໂດຍ ອົງການ USAID ຜ່ານອົງການອະນາໄມໂລກ ເຊິ່ງພາຍໃຕ້ແຜນງານດັ່ງກ່າວ ອົງການ USAID ມີເຈດຈຳນົງທີ່ຈະໃຫ້ການສະໜັບສະໜູນເປັນມູນຄ່າ 10 ລ້ານໂດລາສະຫະລັດ ເປັນເວລາ 5 ປີ. ພິທີດັ່ງກ່າວ ໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ປອ ທອງຈັນ ມະນີໄຊ, ລັດຖະມົນຕີກະຊວງພາຍໃນ, ທ່ານ ນາງ ມິເຊວ ເອົ້າລໍ, ອຸປະທູດຮັກສາການຊົ່ວຄາວ ສະຫະລັດອາເມລິກາ ປະຈໍາ

ການຈັດພິທີຮັບຮອງແຜນງານສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ແລະ ການປົກຄອງທ້ອງຖິ່ນ Read More »

ການຮ່ວມມືດ້ານສາທາລະນະສຸກ ລະຫວ່າງລັດຖະບານລາວ-ລຸກຊໍາບວກ ໄດ້ເພີ້ມທະວີສູງຂື້ນ

ວຽກງານຮ່ວມມືດ້ານສາທາລະນະສຸກ ລະຫວ່າງລັດຖະບານລາວ-ລຸກຊໍາບວກ ໄດ້ເພີ້ມທະວີສູງຂື້ນໃນວັນທີ 08-04-2024 ທີ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ, ໄດ້ມີ ກອງປະຊຸມຄະນະຊີ້ນໍາ ແຜນງານານດ້ານສາທາລະນະສຸກແລະໂພຊະນະການ ລາວ-ລຸກຊຳບວກ (LAO/035) ຄັ້ງທີ 2, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ພະນະທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ແລະ ພະນະທ່ານ Thomas Lammar, ອຸປະທູດແຫ່ງຣາຊະອານາຈັກລຸກຊໍາບວກ. ໃນກອງປະຊຸມຍັງມີ ພະນັກງານຂັ້ນສູງຈາກ ກະຊວງແຜນການແລະການລົງທືນ, ກະຊວງການຕ່າງປະເທດ, ກະຊວງການເງິນ ແລະ ກະຊວງສາທາລະນະສຸກ, ນອກນີ້ ກໍຍັງມີ ອົງການ LuxDev, WHO, JICA, UNICEF, UNFPA, ແລະ ຫົວຫນ້າພະແນກສາທາ ລະນະສຸກແຂວງຂອງ ຂ.ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ບໍ່ແກ້ວ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງກອງປະຊຸມ ກໍຄື ; ເພື່ອສະຫລຸບເຖີງຜົນສຳເລັດແລະຜົນໄດ້ຮັບ ໃນປີ 2023

ການຮ່ວມມືດ້ານສາທາລະນະສຸກ ລະຫວ່າງລັດຖະບານລາວ-ລຸກຊໍາບວກ ໄດ້ເພີ້ມທະວີສູງຂື້ນ Read More »

ສະຫຼຸບການຈັດຕັ້ງເຄື່ອນໄຫວປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ຂອງຄະນະບໍລິຫານງານຊາວໜຸ່ມກະຊວງສາທາລະນະສຸກ

ຄະນະບໍລິຫານງານຊາວໜຸ່ມກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງເຄື່ອນໄຫວປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ຂອງຄະນະບໍລິຫານງານຊາວໜຸ່ມກະຊວງສາທາລະນະສຸກ ຂຶ້ນ, ໂດຍໃຫ້ກຽດເຂົ້າຮ່ວມເປັນທານຂອງ ທ່ານສະຫາຍ ດຣ ໄພວັນ ແກ້ວປະເສີດ, ກໍາມະການປະຈຳພັກກະຊວງ, ປະທານກວດກາພັກ, ຮອງລັດຖະມົນຕີກະຊວງສາທາລະສຸກ, ໂດຍມີ ຄະນະບໍລິຫານງານຊາວໜຸ່ມກະຊວງສາທາລະນະສຸກ, ບັນດາສະມາຊິກຊາວໜຸ່ມ ແລະ ບັນດາໜ່ວຍຮາກຖານຊາວໜຸ່ມຈຳນວນ 34 ຮາກຖານ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະຄັ້ງຜ່ານມາ ໂດຍສະເພາະແມ່ນ ບົດສະຫຼຸບລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງຄະນະບໍລິຫານງານກະຊວງສາທາລະນະສຸກ ທີ່ມີຄວາມພະຍາຍາມເອົາໃຈໃສ່ຢ່າງຕັ້ງໜ້າ, ສຸມທຸມກຳລັງແຮງ, ສະຕິປັນຍາຂອງຕົນເຂົ້າໃນການປະຕິບັດໜ້າທີ່, ທີ່ພັກ-ລັດໄດ້ມອບໝາຍໃຫ້ ເຊິ່ງຄະນະຊາວໝຸ່ມກະຊວງສາທາລະນະສຸກ ສາມາດຍາດມາໄດ້ຜົນງານອັນພົ້ນເດັ່ນຫຼາຍໆດ້ານອັນເປັນການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ພະລາກິດປົກປັກຮັກສາ ແລະ ສ້າງສັນປະເທດຊາດຂອງພວກເຮົາໃຫ້ມີຜົນສຳເລັດຢ່າງໜ້າພຶງພໍໃຈ. ພ້ອມນັ້ນ ຍັງໄດ້ມີພີທີມອບ-ຮັບໃບຢັ້ງຢືນ 4 ບຸກປະຈໍາປີ 2023 ໃຫ້ຄະນະບໍລິຫານງານຊາວໜຸ່ມກະຊວງສາທາລະນະສຸກ, ບັນດາສະມາຊິກຊາວໜຸ່ມ ແລະ ບັນດາໜ່ວຍຮາກຖານຊາວໜຸ່ມຈຳນວນ 34 ຮາກຖານອີກດ້ວຍ.   ວັນທີ 8 ເມສາ 2024 ທີ່ກະຊວງສາທາລະນະສຸກ.

ສະຫຼຸບການຈັດຕັ້ງເຄື່ອນໄຫວປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ຂອງຄະນະບໍລິຫານງານຊາວໜຸ່ມກະຊວງສາທາລະນະສຸກ Read More »

ໂຮງໝໍເຊດຖາທິຣາດ ໄດ້ຈັດປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປີ 2023 ແລະ ວາງທິດທາງແຜນການປີ 2024

ໂຮງໝໍເຊດຖາທິຣາດ ໄດ້ຈັດປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປີ 2023 ແລະ ວາງທິດທາງແຜນການປີ 2024 ຂື້ນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ດຣ ຫວັງນະຄອນ ດິດຕະພົງ ຜູ້ອຳນວຍການໂຮງໝໍເຊດຖາທິຣາດ ພ້ອມດ້ວຍບັນດາໂຮງໝໍຈາກສູນກາງ ແລະ ພະນັກງານແພດໝໍກໍ່ໄດ້ເຂົ້າຮ່ວມ,ຈາກນັ້ນຄະນະອຳນວຍການໂຮງໝໍເຊດຖາທິຣາດກໍ່ໄດ້ລາຍງານສະພາບລວມໂດຍຫຍໍ້ ຊຶ່ງມີເນຶ້ອໃນລະອຽດສົມຄວນ ແລະ ໃນນັ້ນໄດ້ຍົກໃຫ້ເຫັນຕົວເລກຄວາມຄຶບໜ້າໃນແຕ່ລະດ້ານຢ່າງຈະແຈ້ງ ລວມທັງການປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ທິດທາງແຜນວຽກຈຸດສຸມໃນຕໍ່ໜ້າ ແລະ ໄດ້ມີຫຼາຍຂະແໜງການເພີ່ມຂື້ນ ຖ້າທຽບໃສ່ ປີຜ່ານມາ ເຊັ່ນ : ການກວດເຂດນອກ, ສຸກເສິນ, ບໍລິການພິເສດ, ພະຍາດຕ່ອມຂັບຍ່ອຍໃນ, ພະຍາດເລຶອດ, ພະຍາດຊຶມເຊຶ້ອ, HIV/AIDS ພ້ອມທັງໄດ້ຊ່ວຍເຫຼືອໂຮງໝໍຂັ້ນແຂວງ, ຂັ້ນ ເມືອງ ແລະ ຂັ້ນສຸກສາລາ ທາງດ້ານວິຊາການຕາມການມອບໝາຍຈາກກະຊວງສາທາລະນະສຸກ, ຈາກນັ້ນກໍ່ໄດ້ວາງທິດທາງແຜນການປີ 2024.   ວັນທີ 29 ມີນາ 2024

ໂຮງໝໍເຊດຖາທິຣາດ ໄດ້ຈັດປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປີ 2023 ແລະ ວາງທິດທາງແຜນການປີ 2024 Read More »