ພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ

ພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ ອີງຕາມມະຕິຕົກລົງສະບັບ ເລກທີ 129 /ຄພ ສທ ລົງວັນທີ 12 / 4 /2024 ມີ 65 ສະຫາຍ ຍິງ 42 ສະຫາຍ ແລະ ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ອີງຕາມ ມະຕິຕົກລົງ ເລກທີ 140 / ຄພ ສທ ລົງວັນທີ 14 / 4 / 2024, ມີ 50 ສະຫາຍ ຍິງ 33 ສະຫາຍ, ຂອງພັກປະຊາຊົນປະຕິວັດລາວ ຈາກຄະນະພັກຮາກຖານ, ໜ່ວຍພັກຮາກຖານກົມກອງ, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ໂຮງໝໍສູນກາງ ແລະ ບັນດາສູນຕ່າງໆ. ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ເລຂາຄະນະພັກກະຊວງ ລັດຖະ ມົນຕີວ່າການ ກະຊວງສາທາລະນະສຸກ ມີບັນດາຕາງໜ້າຄະນະພັກຮາກຖານ, ໜ່ວຍພັກຮາກຖານກົມກອງຕ່າງໆອ້ອມຂ້າງກະຊວງສາທາລະນະສຸກ ກໍໄດ້ເຂົ້າຮ່ວມ.ໃນວັນທີ 07 ພຶດສະພາ 2024 ທີ່ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ວິທະຍາເຂດດົງໂພສີ)