admin

Avatar

ຫຼັງ ວັນທີ 3 ພຶດສະພາ2020 ລັດຜ່ອນຜັນ ມາດຕະການ ປົດການລັອກດາວ(​ LOCK DOWN)

ເພື່ອສືບຕໍ່ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ພ້ອມເຮັດໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມໜ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ຊຸມຊົມໄດ້ກັບມາໃຊ້ຊີວິດຕາມປົກກະຕິ ເທື່ອລະກ້າວ ແລະ ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ແລະ ປະເທດຊາດ ມີຄວາມໝັ້ນຄົງ ລັດຖະບານກໍ່ໄດ້ມີການກໍານົດມາດຕະການ ທີ່ຕ້ອງສືບຕໍ່ປະຕິບັດ ແລະ ບາງມາດຕະການທີ່ຜ່ອນຜັນໄວ້ຢ່າງລະອຽດຊັດເຈນ. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ກ່າວວ່າ: ລັດຖະບານ ຈຶ່ງໄດ້ຕົກລົງ ແລະ ຊີ້ນໍາການຈັດຕັ້ງປະຕິບັດບັນດາມາດຕະການຕ່າງໃນຕໍ່ໜ້າ ຄືດັ່ງນີ້ ເຫັນດີໃຫ້ປະຕິບັດມາດຕະການຜ່ອນຜັນຈຳນວນໜື່ງ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມໜ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ຊຸມຊົມໄດ້ກັບມາໃຊ້ຊີວິດຕາມປົກກະຕິ ເທື່ອລະກ້າວ, ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນແມ່ນ ການຮັກສາໄລຍະຫ່າງ 1 ແມັດຂື້ນໄປ, ລ້າງມືໃສ່ສະບູ ແລະ ນໍ້າສະອາດ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ, ບັນດາມາດຕະການທີ່ຜ່ອນຜັນ ມີດັ່ງນີ້: 1 ອະນຸຍາດໃຫ້ສໍານັກງານອົງການຂອງພັກ-ລັດ, ສຳນັກງານຂອງບໍລິສັດ […]

ຫຼັງ ວັນທີ 3 ພຶດສະພາ2020 ລັດຜ່ອນຜັນ ມາດຕະການ ປົດການລັອກດາວ(​ LOCK DOWN) Read More »

ທ່ານນາຍົກລັດຖະມົນຕີ ລົງຕິດຕາມ ແລະ ໃຫ້ກໍາລັງໃຈທີມແພດໝໍ-ພະຍາບານໃນການປິ່ນປົວຄົນເຈັບທີ່ຕິດ ເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ

ໃນວັນທີ 27 ເມສາ 2020 ນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະນະສະເພະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19ລົງຢ້ຽມຢາມ ເຄື່ອນໄຫວວຽກຢູ່ໂຮງໝໍມິດຕະພາບ(ຕຶກໃໝ່) ໂດຍການຕ້ອນຮັບ ຂອງ ທ່ານ ດຣ ສະໜອງ ທອງຊະນະ ຜູ້ອໍານວຍການໂຮງໝໍມິດຕະພາບ ພ້ອມຄະນະ. ນອກຈາກນີ້ ທ່ານ ດຣ ສະໜອງ ທອງຊະນະ ກໍ່ໄດ້ລາຍງານໃຫ້ຮູ້ເຖິງສະພາບການປະຕິບັດໜ້າທີ່ຂອງທີມແພດໝໍ, ການຈັດບຸກຄະລາກອນຮັບໃຊ້ໃນໜ້າວຽກດັ່ງກ່າວ ແລະ ອື່ນໆ. ການລົງເຄື່ອນໄຫວໃນຄັ້ງນີ້ ທ່ານ ນາຍົກລັດຖະມົນຕີ ໄດ້ລົງຕິດຕາມເບິ່ງ ການປະຕິບັດວຽກຂອງທີມແພດໃນການປິ່ນປົວຄົນເຈັບຜູ້ຕິດເຊື້ອໂຄວິດ-19, ພ້ອມເນັ້ນໜັກການໃຫ້ຄວາມສໍາຄັນຂອງແພດໝໍ ໂດຍສະເພາະແມ່ນຊີວິດການເປັນຢູ່ຂອງເຂົາເຈົ້າ ໃນຂະນະທີ່ກໍາລັງປະຕິບັດໜ້າທີ່.

ທ່ານນາຍົກລັດຖະມົນຕີ ລົງຕິດຕາມ ແລະ ໃຫ້ກໍາລັງໃຈທີມແພດໝໍ-ພະຍາບານໃນການປິ່ນປົວຄົນເຈັບທີ່ຕິດ ເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ Read More »

ສປປ ລາວ ບໍ່ພົບຜູ້ຕິດເຊືຶ້ອພະຍາດໂຄວິດ-19 ຕິດຕໍ່ກັນ 15 ວັນແລ້ວ

ໃນວັນທີ 27 ເມສາ 2020, ຄະນະສະເພາະກິດ ຕ້ານ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫລງຢືນຢັນຕື່ມອີກເປັນມື້ ທີ່ 15 ຕິດຕໍ່ກັນທີ່ ສປປ ລາວບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນ ໂດຍມີການເກັບຕົວຢ່າງມາກວດທັງໝົດ 61 ຄົນ, ໃນນັ້ນ ຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 5 ຄົນ, ບຸກຄົນທົ່ວໄປທີ່ບໍ່ມີອາການ 27 ຄົນ, ແຮງງານລາວທີ່ກັບມາຈາກປະເທດໄທ 29 ຄົນ ຊຶ່ງຜົນກວດທັງໝົດ 61 ຄົນ ບໍ່ພົບເຊື້ອ. ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ເປີດເຜີຍວ່າ: ສຳລັບການຕິດຕາມ ຢູ່ສະຖານທີ່ຈຳກັດບໍລິເວນຂອງແຂວງ ແລະ ຜູ້ຈຳກັດບໍລິເວນຢູ່ເຮືອນ ລວມທັງຜູ້ເດີນທາງມາຈາກຕ່າງປະເທດ, ມາຮອດວັນທີ 26 ເມສາ 2020 ທົ່ວປະເທດ ຍັງມີສູນຈໍາກັດບໍລິເວນ ທັງໝົດ 193 ສູນ,

ສປປ ລາວ ບໍ່ພົບຜູ້ຕິດເຊືຶ້ອພະຍາດໂຄວິດ-19 ຕິດຕໍ່ກັນ 15 ວັນແລ້ວ Read More »

ກຳນົດ 4 ໂຮງໝໍສູນກາງ-ໂຮງໝໍແຂວງ ເປັນບ່ອນປິ່ນປົວຜູ້ຕິດເຊື້ອ COVID-19

ເຖິງວ່າປັດຈຸບັນ ສປປ ລາວ ຍັງບໍ່ທັນພົບຜູ້ຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ແຕ່ກໍມີຄວາມສ່ຽງສູງ ຍ້ອນວ່າມີຊາຍແດນຕິດຈອດ ແລະ ມີການເດີນທາງເຂົ້າມາຂອງຄົນຈາກປະເທດທີ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວ ເຊິ່ງລັດຖະບານລາວໄດ້ສຸມໃສ່ບັນດາມາດຕະການສະ ກັດກັ້ນ ແລະ ປ້ອງກັນການແຜ່ລະບາດ ພ້ອມທັງມີການກະກຽມຄວາມພ້ອມຫຼາຍດ້ານ ເພື່ອຮັບມືກັບສະ ພາບການ ກໍລະນີທີ່ກວດພົບຜູ້ຕິດເຊື້ອໃນຕໍ່ໜ້າ.ອີງໃສ່ສະພາບຄວາມເປັນຈິງ ແລະ ຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ແລະ ເພື່ອສະກັດກັ້ນ ປົກປ້ອງ ແລະ ກຽມຮັບມືກັບການແຜ່ລະບາດ ລັດຖະບານລາວຈະສືບ ຕໍ່ປະຕິບັດມາດຕະການທີ່ໄດ້ວາງອອກແລ້ວ ແລະ ມາດຕະການເພີ່ມເຕີມຕາມການຕົກລົງເຫັນດີໃນວາລະດຳເນີນກອງປະຊຸມລັດຖະບານສະໄໝສາມັນ ວັນທີ 18 ມີນາ 2020 ນອກຈາກອອກມາດຕະການເພື່ອສະກັດກັ້ນ ແລະ ປ້ອງກັນແຕ່ຫົວທີແລ້ວ ຍັງໄດ້ອອກມາດຕະການປ້ອງກັນ ຄື: ປັບປຸງສູນຂໍ້ມູນຂ່າວສານ ທີ່ຂຶ້ນກັບຄະນະສະເພາະກິດ ເພື່ອຊີ້ນຳການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງ ກ່າວ ເພື່ອແລກປ່ຽນ ກວດກາຄວາມຖືກຕ້ອງ ແລະ ສະໜອງຂໍ້ມູນທີ່ຊັດເຈນ ແລະ ວ່ອງໄວ ກ່ຽວກັບສະ ພາບການລະບາດຂອງພະຍາດ

ກຳນົດ 4 ໂຮງໝໍສູນກາງ-ໂຮງໝໍແຂວງ ເປັນບ່ອນປິ່ນປົວຜູ້ຕິດເຊື້ອ COVID-19 Read More »

ກະຊວງສາທາລະນະສຸກ ສ້າງແຜນຍຸດທະສາດແຫ່ງຊາດຕ້ານເອດໃຫ້ມີການຫັດກຸມເພື່ອບັນລຸເປົ້າໝາຍໃນການຢຸດຕິພະຍາດເອດໃນປີ 2030

ສປປ ລາວ ເຖິງວ່າຈະມີອັດຕາການຕິດເຊື້ອເຮສໄອວີຢູ່ໃນລະດັບຕໍ່າ ຄື 0,28% ໃນກຸ່ມປະຊາກອນທົ່ວໄປ ອາຍຸ 15 – 45 ປີ ກໍຕາມ ແຕ່ອັດຕາການຕິດເຊື້ອ ພະຍາດຕິດຕໍ່ທາງເພດສໍາພັນ ເຫັນວ່າຍັງສູງຫຼາຍຄື: 31,2% ໃນກຸ່ມສາວບໍລິການ ແລະ 48,3% ໃນກຸ່ມກະເທີຍ. ນອກຈາກນັ້ນ ຍັງມີຫຼາຍສິ່ງທ້າທາຍ ທີ່ຈະກໍ່ໃຫ້ເກີດການລະບາດຂອງເຊື້ອເຮສໄອວີ ແລະ ພະຍາດເອດ ຖ້າບໍ່ມີມາດຕະການໃນການສະກັດກັ້ນ ຢ່າງຖືກຕ້ອງ. ປະຈຸບັນ ສປປ ລາວ ກາຍເປັນປະເທດ ທີ່ເປັນທາງຜ່ານ, ພ້ອມດຽວກັນນັ້ນ ກໍຍັງມີການພັດທະນາເສດຖະກິດໂຄງລ່າງ ມີການກໍ່ສ້າງຂົວ ຖະໜົນຫົນທາງ, ເຂື່ອນໄຟຟ້າ, ຂຸດຄົ້ນບໍ່ແຮ່, ສວນກ້ວຍ, ສວນຢາງພາລາ ແລະ ອື່ນໆ … ຊື່ງເປັນສາເຫດກໍ່ໃຫ້ມີກຸ່ມຄົນເຄື່ອນຍ້າຍ, ແຮງງານເຄື່ອນຍ້າຍ, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເພີ່ມຂຶ້ນເປັນຈຳນວນຫຼາຍ ແລະ ເປັນສາເຫດກໍ່ໃຫ້ເກີດມີຄວາມສ່ຽງຕໍ່ການຕິດເຊື້ອເຮສໄອວີ ແລະ ພະຍາດຕິດຕໍ່ທາງເພດສຳພັນ. ອີງຕາມການຄາດຄະເນຈະມີຜູ້ຕິດເຊື້ອເຮສໄອວີ

ກະຊວງສາທາລະນະສຸກ ສ້າງແຜນຍຸດທະສາດແຫ່ງຊາດຕ້ານເອດໃຫ້ມີການຫັດກຸມເພື່ອບັນລຸເປົ້າໝາຍໃນການຢຸດຕິພະຍາດເອດໃນປີ 2030 Read More »

ເອກອັກຄະລັດຖະທູດສະຫະລັດອາເມລິກາມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ກະຊວງສາທາລະນະນສຸກ

ວັນທີ 10 ກຸມພາ 2020 ໄດ້ມີພິທີການມອບຮັບການຊ່ວຍເຫຼືອ ເຄື່ອງອຸປະກອນ ການແພດ ເຊິ່ງໄດ້ ຈັດຂຶ້ນທີ່ ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ. ທ່ານ ປອ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາ ສປປ ລາວ ໄດ້ມອບອຸປະກອນປ້ອງກັນຕົນເອງ; ໂດຍ  ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຮັບການຊ່ວຍເຫຼືອ ເຄື່ອງອຸປະກອນດັ່ງກ່າວ. ນີ້ແມ່ນການຊ່ວຍເຫຼືອຈາກ ສ. ອາເມລິກາ ຕໍ່ ສປປ ລາວ ໃນການກຽມພ້ອມເພື່ອຮັບມືກັບການລະບາດຂອງເຊື້ອພະຍາດໂຄໂຣນາ ທີ່ອາດຈະເກີດຂຶ້ນໃນ ສປປ ລາວ. ໃນພິທີມອບຮັບດັ່ງກ່າວ, ທ່ານທູດປີເຕີ ກ່າວວ່າ: ພິທີມອບຮັບນີ້ໄດ້ສະແດງໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນຂອງສາຍສຳພັນການຮ່ວມມືສອງຝ່າຍແບບກວມລວມຂອງ ສ. ອາເມລິກາ ແລະ ສປປ ລາວ. ການສະໜອງ ເຄື່ອງປ້ອງກັນຕົນເອງ ຈະສາມາດຊ່ວຍ ພະນັກງານການເເພດ ແລະ

ເອກອັກຄະລັດຖະທູດສະຫະລັດອາເມລິກາມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ກະຊວງສາທາລະນະນສຸກ Read More »

ກະຊວງສາທາລະນະສຸກ ຢືນຢັນ ! ຍັງບໍ່ພົບກໍລະນີຜູ້ຕິດເຊື້ອ ພະຍາດ ອັກເສບປອດ ສາຍພັນໃໝ່

ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຢັ້ງຢືນວ່າ: ມາຮອດປະຈຸບັນນີ້ ລາວຍັງບໍ່ພົບກໍລະນີຜູ້ຕິດເຊື້ອ ພະຍາດ ອັກເສບປອດ ສາຍພັນໃໝ່(corona virus). ພາຍຫລັງສັງຄົມເປັນຫ່ວງເຖິງມາດຕະການ ການວິເຄາະເພື່ອຊອກຫາເຊື້ອພະຍາດ. ທ່ານ ຮສ.ດຣ. ບຸນກອງສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກໄດ້ຢັ້ງວ່າ: ກະຊວງສາທາລະນະສຸກໄດ້ເຮັດວຽກຮ່ວມກັບອົງອົງການອະໄມໂລກ (WHO) ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງກັບພະຍາດອັກເສບປອດ ສາຍພັນໃໝ່ (corona virus) ຜົນການກວດແຕ່ລະຄັ້ງ ລວ້ນແຕ່ມີປະສິດທິພາບ ຜ່ານເຄື່ອງວິເຄາະຂໍ້ມູນທີ່ໄດ້ມາດຕະຖານ ແລະ ສາມາດຮັບປະກັນໄດ້ຢ່າງແນ່ນອນ. ສະນັ້ນ, ຈື່ງເປັນໜ້າເຊື່ອຖື, ໜັ້ນໃຈໄດ້ວ່າ, ປະຈຸບັນຍັງບໍ່ລາຍງານການຕິດເຊື້ອພະຍາດອັກເສບປອດ ສາຍພັນໃໝ່ (corona virus). ຢ່າງໃດກໍ່ຕາມລັດຖະບານກໍ່ຄືກະຊວງສາທາລະນະສຸກ ໄດ້ສືບຕໍ່ກະກຽມຄວາມພ້ອມ ເພື່ອຮັບປະກັນພະຍາດນີ້ ຢ່າງເຂັ້ມຫງວດ ເພື່ອປ້ອງກັນບໍ່ໃຫ້ມີກໍລະນີການຕິດເຊື້ອໃນລາວ ແລະ ຖ້າຫາກພົບຄົນຕິດພະຍາດຈະພະຍາຍາມຈໍາກັດ ການແຜ່ລະບາດຢ່າງທັນການ ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຢັ້ງຢືນຕື່ມວ່າ: ລາວມີການລາຍງານກໍລະນີສົງໃສທັງໝົດ 19 ກໍລະນີ ແຕ່ຜ່ານການກວດວິເຄາະ ແລ້ວບໍ່ພົບເຊື້ອພະຍາດນີ້ແຕ່ຢ່າງໃດ. ສໍາລັບການຕິດຕາມກໍລະນີສໍາຜັດໃກ້ຊິດກັບຄົນເຈັບທີ່ຖືກຢັ້ງຢືນວ່າຕິດເຊື້ອພະຍາດ ອັກເສບປອດສາຍພັນໃໝ່ ທີ່ເຂົ້າມາທ່ຽວລາວແລ້ວກັບຄືນເມືອກວດຢູ່ ສ ຈີນນັ້ນ, ໄດ້ຕິດຕາມຢ່າງໃກ້ຊິດ

ກະຊວງສາທາລະນະສຸກ ຢືນຢັນ ! ຍັງບໍ່ພົບກໍລະນີຜູ້ຕິດເຊື້ອ ພະຍາດ ອັກເສບປອດ ສາຍພັນໃໝ່ Read More »

ບໍລິສັດ IHC ມອບຢາ ແລະ ອຸປະກອນການແພດ ປ້ອງກັນ ໄວຣັດ ອັກເສບປອດ ສາຍພັນໃໝ່

ຕອນເຊົ້າຂອງວັນທີ 10 ກຸມພາ 2020 ນີ້, ທາງບໍລິສັດທີປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ(IHC) ໄດ້ນໍາເອົາຢາ ແລະ ອຸປະກອນການແພດ ສໍາລັບການປ້ອງກັນ ແລະ ກວດຫາເຊື້ອພະຍາດອັກເສບປອດສາຍພັນໃໝ່ (corona virus) ມາມອບໃຫ້ລັດຖະບານລາວ ຊື່ງພິທີມອບ-ຮັບໄດ້ຈັດຂື້ນກະຊວງການເງິນ ລະຫວ່າງທ່ານ ປີຊາໄຊ ແກ້ວໄຊຍະຈັກ ປະທານບໍລິສັດ ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ(IHC) ແລະ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (Novel corona virus: NCov). ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ເຄື່ອງກວດພະຍາດຈໍານວນ 2 ເຄື່ອງ, ນໍ້າຢາກວດເຊື້ອພະຍາດ 2.500 ຫຼອດ, ຖົງມື ຈໍານວນ 100.000 ຄຸ່ ລວມມູນຄ່າທັງໝົດປະມານ 100.000

ບໍລິສັດ IHC ມອບຢາ ແລະ ອຸປະກອນການແພດ ປ້ອງກັນ ໄວຣັດ ອັກເສບປອດ ສາຍພັນໃໝ່ Read More »