ໂຮງໝໍເຊດຖາທິຣາດ ໄດ້ຈັດປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປີ 2023 ແລະ ວາງທິດທາງແຜນການປີ 2024

ໂຮງໝໍເຊດຖາທິຣາດ ໄດ້ຈັດປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປີ 2023 ແລະ ວາງທິດທາງແຜນການປີ 2024 ຂື້ນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ດຣ ຫວັງນະຄອນ ດິດຕະພົງ ຜູ້ອຳນວຍການໂຮງໝໍເຊດຖາທິຣາດ ພ້ອມດ້ວຍບັນດາໂຮງໝໍຈາກສູນກາງ ແລະ ພະນັກງານແພດໝໍກໍ່ໄດ້ເຂົ້າຮ່ວມ,ຈາກນັ້ນຄະນະອຳນວຍການໂຮງໝໍເຊດຖາທິຣາດກໍ່ໄດ້ລາຍງານສະພາບລວມໂດຍຫຍໍ້ ຊຶ່ງມີເນຶ້ອໃນລະອຽດສົມຄວນ ແລະ ໃນນັ້ນໄດ້ຍົກໃຫ້ເຫັນຕົວເລກຄວາມຄຶບໜ້າໃນແຕ່ລະດ້ານຢ່າງຈະແຈ້ງ ລວມທັງການປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ທິດທາງແຜນວຽກຈຸດສຸມໃນຕໍ່ໜ້າ ແລະ ໄດ້ມີຫຼາຍຂະແໜງການເພີ່ມຂື້ນ ຖ້າທຽບໃສ່ ປີຜ່ານມາ ເຊັ່ນ : ການກວດເຂດນອກ, ສຸກເສິນ, ບໍລິການພິເສດ, ພະຍາດຕ່ອມຂັບຍ່ອຍໃນ, ພະຍາດເລຶອດ, ພະຍາດຊຶມເຊຶ້ອ, HIV/AIDS ພ້ອມທັງໄດ້ຊ່ວຍເຫຼືອໂຮງໝໍຂັ້ນແຂວງ, ຂັ້ນ ເມືອງ ແລະ ຂັ້ນສຸກສາລາ ທາງດ້ານວິຊາການຕາມການມອບໝາຍຈາກກະຊວງສາທາລະນະສຸກ, ຈາກນັ້ນກໍ່ໄດ້ວາງທິດທາງແຜນການປີ 2024.
 
ວັນທີ 29 ມີນາ 2024 ທີ່ ໂຮງໝໍເຊດຖາທິຣາດ