ສູນການແພດຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ຈັດກອງປະຊຸມສະຫຼຸບທ້າຍໂຄງການ ໂຄຼບ COPE

ສູນການແພດຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ຈັດກອງປະຊຸມສະຫຼຸບທ້າຍໂຄງການ ໂຄຼບ COPE ໄລຍະ IV ປີ 2019-2024 ແລະ ທິດທາງແຜນການຂອງໂຄງການ, ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຜ່ານມາໃນການເຂົ້າເຖີງການບໍລິການຟຶ້ນຟູດ້ານອົງຄະທຽມ ແລະ ເຄື່ອງຄໍ້າຊູ, ສະໜອງອຸປະ ກອນອົງຄະທຽມ, ສ້າງຕັ້ງລະບົບສົ່ງຕໍ່ຄົນເຈັບ, ປັບປຸງລະບົບຕິດຕາມເກັບກຳຂໍ້ມູນຄົນເຈັບ ຢູ່ ສປປ ລາວ ແລະ ນຳສະເໜີທິດທາງແຜນການຕໍ່ໂຄງການ MOU ເພື່ອສືບຕໍ່ວຽກງານໄລຍະ V ປີ 2024-2029 ນໍາສະເໜີໂດຍ ທ່ານ ນາງ ເມດຕາ ທິບພະວົງ ຫົວໜ້າໂຄງການ ໂຄຼບ COPE.ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ດຣ ທອງເພັດ ສິດທິວັນ ຫົວໜ້າສູນການແພດຟືນຟູໜ້າທີ່ການ ມີບັນດາຜູ້ແທນຈາກ ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ອຸດົມໄຊ, ຊຽງຂວາງ, ຈຳປາສັກ, ສະຫັວນນະເຂດ ແລະ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ວັນທີ 30 ເມສາ 2024 ທີ່ ໂຮງແຮມຄຼາວພຣາຊາ