ສະຫຼຸບການຈັດຕັ້ງເຄື່ອນໄຫວປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ຂອງຄະນະບໍລິຫານງານຊາວໜຸ່ມກະຊວງສາທາລະນະສຸກ

ຄະນະບໍລິຫານງານຊາວໜຸ່ມກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງເຄື່ອນໄຫວປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ຂອງຄະນະບໍລິຫານງານຊາວໜຸ່ມກະຊວງສາທາລະນະສຸກ ຂຶ້ນ, ໂດຍໃຫ້ກຽດເຂົ້າຮ່ວມເປັນທານຂອງ ທ່ານສະຫາຍ ດຣ ໄພວັນ ແກ້ວປະເສີດ, ກໍາມະການປະຈຳພັກກະຊວງ, ປະທານກວດກາພັກ, ຮອງລັດຖະມົນຕີກະຊວງສາທາລະສຸກ, ໂດຍມີ ຄະນະບໍລິຫານງານຊາວໜຸ່ມກະຊວງສາທາລະນະສຸກ, ບັນດາສະມາຊິກຊາວໜຸ່ມ ແລະ ບັນດາໜ່ວຍຮາກຖານຊາວໜຸ່ມຈຳນວນ 34 ຮາກຖານ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະຄັ້ງຜ່ານມາ ໂດຍສະເພາະແມ່ນ ບົດສະຫຼຸບລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງຄະນະບໍລິຫານງານກະຊວງສາທາລະນະສຸກ ທີ່ມີຄວາມພະຍາຍາມເອົາໃຈໃສ່ຢ່າງຕັ້ງໜ້າ, ສຸມທຸມກຳລັງແຮງ, ສະຕິປັນຍາຂອງຕົນເຂົ້າໃນການປະຕິບັດໜ້າທີ່, ທີ່ພັກ-ລັດໄດ້ມອບໝາຍໃຫ້ ເຊິ່ງຄະນະຊາວໝຸ່ມກະຊວງສາທາລະນະສຸກ ສາມາດຍາດມາໄດ້ຜົນງານອັນພົ້ນເດັ່ນຫຼາຍໆດ້ານອັນເປັນການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ພະລາກິດປົກປັກຮັກສາ ແລະ ສ້າງສັນປະເທດຊາດຂອງພວກເຮົາໃຫ້ມີຜົນສຳເລັດຢ່າງໜ້າພຶງພໍໃຈ. ພ້ອມນັ້ນ ຍັງໄດ້ມີພີທີມອບ-ຮັບໃບຢັ້ງຢືນ 4 ບຸກປະຈໍາປີ 2023 ໃຫ້ຄະນະບໍລິຫານງານຊາວໜຸ່ມກະຊວງສາທາລະນະສຸກ, ບັນດາສະມາຊິກຊາວໜຸ່ມ ແລະ ບັນດາໜ່ວຍຮາກຖານຊາວໜຸ່ມຈຳນວນ 34 ຮາກຖານອີກດ້ວຍ.
 
ວັນທີ 8 ເມສາ 2024 ທີ່ກະຊວງສາທາລະນະສຸກ.