ການຈັດພິທີຮັບຮອງແຜນງານສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ແລະ ການປົກຄອງທ້ອງຖິ່ນ

 

ວັນທີ24 ເມສາ 2024, ທີ່ ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີຮັບຮອງແຜນງານສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ແລະ ການປົກຄອງທ້ອງຖິ່ນ ເພື່ອປັບປຸງສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ ຜ່ານວິທີການແບບຄອນເນັກ ຢູ່ ສປປ ລາວ ລະຫວ່າງກະຊວງສາທາລະນະສຸກ, ກະຊວງພາຍໃນ ແລະ ອົງການອະນາໄມໂລກ ເຊິ່ງສະໜັບສະໜູນໂດຍ ອົງການ USAID ຜ່ານອົງການອະນາໄມໂລກ ເຊິ່ງພາຍໃຕ້ແຜນງານດັ່ງກ່າວ ອົງການ USAID ມີເຈດຈຳນົງທີ່ຈະໃຫ້ການສະໜັບສະໜູນເປັນມູນຄ່າ 10 ລ້ານໂດລາສະຫະລັດ ເປັນເວລາ 5 ປີ. ພິທີດັ່ງກ່າວ ໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ປອ ທອງຈັນ ມະນີໄຊ, ລັດຖະມົນຕີກະຊວງພາຍໃນ, ທ່ານ ນາງ ມິເຊວ ເອົ້າລໍ, ອຸປະທູດຮັກສາການຊົ່ວຄາວ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ແລະ ທ່ານ ດຣ ທິມໂມຕີ ອາມສະຕຣອງ, ຮັກສາການຜູ້ຕາງໜ້າອົງການອະນາໄມໂລກ. ໃນນັ້ນ, ໄດ້ມີຕາງໜ້າຈາກບັນດາກະຊວງ, ບັນດາກົມ, ສູນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ວິທີການແບບຄອນເນັກ ມີເປົ້າໝາຍໃນການສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງພະນັກງານແພດໝໍ ແລະ ຊຸມຊົນ ໂດຍຜ່ານການປະສານງານຢ່າງໃກ້ຊິດກັບອຳນາດການປົກຄອງທ້ອງຖິ່ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງທ້ອງຖິ່ນ, ການວາງແຜນ ແລະ ການປະສານງານຮ່ວມກັນ ພ້ອມທັງ ການເສີມສ້າງ ແລະ ເຊື່ອມສານວິທີການດັ່ງກ່າວໃຫ້ມີຄວາມຍືນຍົງ. ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ການບໍລິການສຸຂະພາບ ບໍ່ໄດ້ເປັນພຽງແຕ່ການບໍລິການ, ແຕ່ມັນເປັນການໃຫ້ຄຳໝັ້ນສັນຍາອັນໜຶ່ງ ເຊິ່ງເຮົາຕ້ອງໄດ້ເອົາໃຈໃສ່ ແລະ ຮັກສາໄວ້ຮ່ວມກັນ. ການສ້າງຄວາມເຂັ້ມແຂງໃຫ້ແກ່ການປົກຄອງທ້ອງຖິ່ນ ເປັນດັ່ງການບົວລະບັດຮາກໄມ້; ຍິ່ງຮາກໄມ້ໝັ້ນຄົງ ກິ່ງງ່າກໍຍິ່ງແຂງແຮງ. ສະມາຊິກໃນບ້ານ ເຊັ່ນດຽວກັນ, ນັບແຕ່ ປະຊາຊົນ, ພະນັກງານທ້ອງຖິ່ນ, ຕາງໜ້າຈາກອົງການຈັດຕັ້ງສັງຄົມ, ແພດໝໍ ແລະ ພະຍາບານ ພ້ອມທັງ ຜູ້ນຳທາງສາສະໜາ ແລະ ຊົນເຜົ່າ ລ້ວນແຕ່ມີສ່ວນຮ່ວມນໍາກັນໃນການສ້າງໃຫ້ຊຸມຊົນມີຄວາມເຂັ້ມແຂງ ທັງໝົດ.” ວິທີການຄອນເນັກ ເນັ້ນໃສ່ 6 ຫຼັກການຄື: ການສ້າງຄວາມໃວ້ວາງໃຈ, ການດູແລດ້ວຍຄວາມເຄົາລົບ, ຄົ້ນຫາທ່າແຮງດ້ານບວກ, ຮັບຟັງຄວາມຮູ້ສຶກ, ຄວາມເປັນເຈົ້າການ ແລະ ຮັບຜິດຊອບຮ່ວມກັນ. ໂດຍສະເພາະ ວິທີການຄອນເນັກ ເນັ້ນໜັກໃສ່ການສ້າງໃຫ້ຊຸມຊົນເຂັ້ມແຂງເປັນເຈົ້າການ ເພື່ອປັບປຸງຄວາມເທົ່າທຽມດ້ານສຸຂະພາບ ແລະ ສ້າງຄວາມອາດສາມາດໃຫ້ເຂົາເຈົ້າມີສ່ວນຮ່ວມ ໃນການວາງແຜນ ແລະ ປະກອບສ່ວນໃນການພັດທະນາທ້ອງຖິ່ນຢ່າງຕັ້ງໜ້າ.