ກະຊວງສາທາລະນະສຸກ ໄດ້ປະກາດແຕ່ງຕັ້ງພະນັກງານ ຮັບຕຳແໜ່ງບໍລິຫານ ແລະ ອອກການພັກການ-ຮັບນະໂຍບາຍອຸດໜູນບຳນານ

ກະຊວງສາທາລະນະສຸກ ໄດ້ປະກາດແຕ່ງຕັ້ງພະນັກງານ ຮັບຕຳແໜ່ງບໍລິຫານ ແລະ ອອກການພັກການ-ຮັບນະໂຍບາຍອຸດໜູນບຳນານ, ອີງຕາມ ມະຕິຕົກລົງຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ວ່າດ້ວຍການແຕ່ງຕັ້ງພະນັກງານຮັບຕຳແໜງບໍລິຫານ 11 ທ່ານ ຄື :

– ທ່ານ ນ ອາພອນ ວິຊາເທບ ເປັນຫົວໜ້າຫ້ອງການກະຊວງສາທາລະນະສຸກ
– ທ່ານ ດຣ ນ ພອນປະເສີດ ໄຊຍະມຸງຄຸນ ເປັນຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ
– ທ່ານ ດຣ ນ ຜາສຸກ ວົງວິຈິດ ເປັນຮອງອະທິການບໍດີມະຫາວິທະຍາໄລວິທະຍາສາດ ສຸຂະພາບ
– ທ່ານ ປອ ດຣ ນ ຄຳແພງ ຟອງລືຊາ ເປັນຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
– ທ່ານ ປອ ດຣ ພູວັງ ສຸ້ຍຍະວົງ ເປັນຫົວໜ້າຫ້ອງການປະກັນສຸຂະພາບ
– ທ່ານ ດຣ ໄຊຍະວົງ ບົວທອງທິບ ເປັນຫົວໜ້າອຳນວຍການໂຮງໝໍເດັກ
– ຍົກຍ້າຍ ທ່ານ ວຽງໄຊ ວິລະວົງ ເປັນຮອງຫົວໜ້າກົມແຜນການ ແລະ ການເງິນ
– ຍົກຍ້າຍ ທ່ານ ດຣ ສຸພາບ ປັນຍາແກ້ວ ເປັນຮອງຫົວໜ້າກົມກວດກາ ກະຊວງສາທາ
– ທ່ານ ດຣ ດາວວຽງ ດວງວິຈິດ ເປັນຮອງຫົວໜ້າຫ້ອງການກະຊວງສາທາ
– ທ່ານ ສີສະໄໝ ອຸ່ນຄຳພັນຍະວົງ ເປັນຮອງຫົວໜ້າກົມກວດກາກະຊວງສາທາ
– ທ່ານ ປອ ດຣ ນ ລັດດາວັນ ແສງດາລາ ເປັນຮອງຫົວໜ້າຫ້ອງການປະກັນສຸຂະພາບ
ແລະ ວ່າດ້ວຍການອະນຸມັດໃຫ້ພະນັກງານເຂົ້າຮັບບຳນານ ມີ 3 ທ່ານ ຄື :
– ທ່ານ ດຣ ພອນປະເສີດ ອຸນາພົມ ອະດີດຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ
– ທ່ານ ດຣ ນ ລັດສະໝີ ສຽງສູນທອນ ອະດີດຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ
– ທ່ານ ດຣ ນ ສົມມະນີຄອນ ຜາງມະນີໄຊ ຫົວໜ້າອຳນວຍການໂຮງໝໍເດັກ
ເຂົ້າຮັບນະໂຍບາຍອຸດໜູນບຳນານແຕ່ ວັນທີ 01 ເດືອນ ກໍລະກົດ 2024 ເປັນຕັ້ນໄປ ໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງຈົ່ງພ້ອມກັນຈັດຕັ້ງປະຕິບັດ.
ໃນວັນທີ 25 ເມສາ 2024 ທີ່ ກະຊວງສາທາລະນະສຸກ