ສູນວິເຄາະ ແລະ ລະບາດວິທະຍາ ຈັດກອງປະຊຸມ ວຽກງານເຝົ້າລະວັງ ການປະເມີນຄວາມສຽງ ແລະ ການໂຕ້ຕອບ ຕໍ່ການລະບາດພະຍາດ ຢູ່ ສປປ ລາວ
ສູນວິເຄາະ ແລະ ລະບາດວິທະຍາ ຮ່ວມກັບ ອົງການບໍລິການປະຊາຊົນ ປະຈໍາ ສປປ ລາວ ແລະ ອົງການອະນາໄມໂລກ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດວຽກງານເຝົ້າລະວັງ, ການປະເມີນຄວາມສ່ຽງ ແລະ ການໂຕ້ຕອບຕໍ່ການລະບາດຂອງພະຍາດ, ພາຍໃຕ້ການເປັນປະທານຂອງທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມທັງປະທານຮ່ວມຂອງທ່ານ ປອ ດຣ. ພອນປະດີດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ; ທ່ານ ນາງ ໄຊຊະນະ ພະນະລາສີ ຜູ້ອໍານວຍອົງການບໍລິການປະຊາຊົນ ປະຈໍາ ສປປ ລາວ ແລະ ທ່ານ ດຣ. ຍິງຣູ ແຈັກເກີລິນ ໂລ (Dr. Ying Ru Jacqueline Lo) ຜູ້ຕ່າງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ; ກອງປະຊຸມໄດ້ສະເໜີສະພາບຄວາມຄືບໜ້າກ່ຽວກັບການຈັດຕັ້ງປະຕິບັດຜົນສໍາເລັດ ແລະ …