ການຮ່ວມມືດ້ານສາທາລະນະສຸກ ລະຫວ່າງລັດຖະບານລາວ-ລຸກຊໍາບວກ ໄດ້ເພີ້ມທະວີສູງຂື້ນ

ວຽກງານຮ່ວມມືດ້ານສາທາລະນະສຸກ ລະຫວ່າງລັດຖະບານລາວ-ລຸກຊໍາບວກ ໄດ້ເພີ້ມທະວີສູງຂື້ນໃນວັນທີ 08-04-2024 ທີ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ, ໄດ້ມີ ກອງປະຊຸມຄະນະຊີ້ນໍາ ແຜນງານານດ້ານສາທາລະນະສຸກແລະໂພຊະນະການ ລາວ-ລຸກຊຳບວກ (LAO/035) ຄັ້ງທີ 2, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ພະນະທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ແລະ ພະນະທ່ານ Thomas Lammar, ອຸປະທູດແຫ່ງຣາຊະອານາຈັກລຸກຊໍາບວກ. ໃນກອງປະຊຸມຍັງມີ ພະນັກງານຂັ້ນສູງຈາກ ກະຊວງແຜນການແລະການລົງທືນ, ກະຊວງການຕ່າງປະເທດ, ກະຊວງການເງິນ ແລະ ກະຊວງສາທາລະນະສຸກ, ນອກນີ້ ກໍຍັງມີ ອົງການ LuxDev, WHO, JICA, UNICEF, UNFPA, ແລະ ຫົວຫນ້າພະແນກສາທາ ລະນະສຸກແຂວງຂອງ ຂ.ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ບໍ່ແກ້ວ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງກອງປະຊຸມ ກໍຄື ; ເພື່ອສະຫລຸບເຖີງຜົນສຳເລັດແລະຜົນໄດ້ຮັບ ໃນປີ 2023 ຂອງແຜນງານດ້ານສາທາລະນະສຸກແລະໂພຊະນະການ ຫຼື LAO/035 ທີ່ໄດ້ຈັດຕັ້ງປະຕິບັດໃນ 4 ແຂວງເປົ້າຫມາຍຂອງໂຄງການ; ແລະ ເພື່ອປຶກສາຫາລືເຖີງແຜນການງົບປະມານຂອງແຜນງານ ສຳລັບປີ 2024 ໃຫ້ໄປຕາມທິດທາງນະໂຍບາຍຂອງໂຄງສ້າງປະຕິຮູບຂະແຫນງສາທາລະນະສຸກ 2021-2030 ທີ່ທາງກະຊວງສາທາລະນະສຸກວາງອອກ.ໃນນັ້ນ, ຄາດຄະເນຜົນໄດ້ຮັບ ຂອງໂຄງການ ກໍຄື : ປະຊາຊົນລາວໃນ 4 ແຂວງເປົ້າຫມາຍສາມາດເຂົ້າເຖີງວຽກງານບໍລິການດ້ານສຸຂະພາບຂັ້ນພີ້ນຖານ ໄດ້ຢ່າງທົ່ວເຖີງ, ໂດຍສະເພາະວຽກງານຮັກສາສຸຂະພາບຂອງແມ່ ແລະເດັກ; ໄດ້ຮັບການບໍລິການດ້ານສຸຂະພາບ ທີ່ສາມາດຈ່າຍໄດ້, ແລະ ໄດ້ຮັບການບໍລິການທີ່ມີຄຸນນະພາບດີ.ໃນກອງປະຊຸມ ຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ປິກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ໃນແຕ່ລະປະເດັນ ຢ່າງຕົງໄປຕົງມາ ຢ່າງສ້າງສັນ, ແລະ ຫລັງຈາກນັ້ນ ຄະນະປະທານຮ່ວມຂອງກອງປະຊຸມ ກໍໄດ້ຊົມເຊີຍຜົນສໍາເລັດຕ່າງໆ ທີ່ຍາດມາໄດ້ໃນຜ່ານມາ, ແລະ ໄດ້ໃຫ້ທິດຊີ້ນຳ ໃນການວາງແຜນ ແລະ ຈັດຕັ້ງປະຕິບັດ ວຽກງານຂອງແຜນງານໃຫ້ແທດເຫມາະກັບຕົວຈີງ ໂດຍສະເພາະຕ້ອງສູມໃສ່ຢູ່ຂັ້ນຮາກຖານຫ່າງໄກຫຍຸ້ງຍາກ ທີ່ຕົວເລກຄາດຫມາຍແມ່ນຍັງບໍ່ທັນໄດ້ບັນລຸເທື່ອ. ນອກນັ້ນ ການປະສານງານລະຫວ່າງໂຄງການຕ່າງໆ ແລະ ກົມມະຫາພາກຂອງກະຊວງສາທາລະນະສຸກ ເພື່ອສ້າງເປັນກໍາລັງແຮງຢ່າງເປັນເອກະພານກັນ ໃນການພັດທະນາຂະແຫນງສາທາລະນະສຸກຂອງ ສປປ ລາວ.