ກະຊວງສາທາລະນະສຸກ ໄດ້ຈັດພິທີປະກາດການຈັດຕັ້ງຂອງກົມຄວບຄຸມພະຍາດຕິດຕໍ່ ສູນວິທະຍາ ແລະ ລະບາດວິທະຍາ.

ກະຊວງສາທາລະນະສຸກ ໄດ້ຈັດພິທີປະກາດການຈັດຕັ້ງຂອງກົມຄວບຄຸມພະຍາດຕິດຕໍ່ ສູນວິທະຍາ ແລະ ລະບາດວິທະຍາ. ຜ່ານດຳລັດ ແລະ ມະຕິຕົກລົງໃຫ້ ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພັກການ-ຮັບ ອຸດໜູນບຳນານ ແລະ ຜ່ານດຳລັດແຕ່ງຕັ້ງ ທ່ານ ປອ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ຂື້ນເປັນຫົວໜ້າກົມຄວບຄຸບພະຍາດຕິດຕໍ່.ຜ່ານຂໍ້ຕົກລົງແຕ່ງຕັ້ງຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ແລະ ຮັກສາການຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ມີດັ່ງນີ້ : ທ່ານ ປອ ດຣ ພູປະສົງ ຊົມພູ ຫົວໜ້າພະແນກກັນພະຍາດ ຈາກສັດສູ່ຄົນ ຂື້ນເປັນຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່; ທ່ານ ດຣ ນ ວຽງສະຫັວນ ຄິິດຕິພົງ ຫົວໜ້າພະແນກເຝົ້າລະວັງ ຂື້ນເປັນຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່; ທ່ານ ດຣ ນ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ຂື້ນເປັນຮັກສາການຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ເລຂາພັກກະຊວງສາທາລັດຖະ ມົນຕີກະຊວງສາທາລະນະສຸກ ທ່ານ ດຣ ໄພວັນ ແກ້ວປະເສີດ ຄະນະປະຈຳພັກ ກະຊວງ ຮອງລັດຖະຕີກະ ຊວງສາທາລະນະສຸກ ມີທ່ານຫົວໜ້າກົມຈັດຕັ້ງ ພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງກໍໄດ້ເຂົ້າຮ່ວມ.
ໃນວັນທີ 26 ເມສາ 2024 ທີ່ ກະຊວງສາທາລະນະສຸກ