news

ພົນລະເມືອງລາວ ບໍ່ໄດ້ເສຍຄ່າກວດໂຄວິດ-19

ທ່ານ ຮສ.ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຖະແຫລ່ງຂ່າວໃນວັນທີ 5 ມັງກອນ 2021ນີ້ວ່າ: ຕະລອດໄລຍະຜ່ານມາ 2020 ພວກເຮົາໄດ້ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ຢູ່ປະເທດໃນຂອບເຂດຈຳກັດທີ່ສຸດ; ມາຮອດປະຈຸບັນນີ້ມີຜູ້ຕິດເຊື້ອທັງໝົດ 41 ຄົນ, ປິ່ນປົວດີ  40 ຄົນ, ຍັງຕິດຕາມອາການຢູ່ໂຮງໝໍ 1 ຄົນ ແລະ ບໍ່ມີຜູ້ເສຍຊີວິດ. ເຖີງຢ່າງໃດກໍ່ຕາມ, ສະພາບການລະບາດຂອງພະຍາດໂຄວິດ-19ຢູ່ໃນທົ່ວໂລກ ຍັງບໍ່ໄດ້ຜ່ອນຄາຍລົງ, ບາງປະເທດຍັງກັບຄືນມາລະບາດອີກຄັ້ງໃໝ່ ເຖິງວ່າຈະມີການລິເລີ່ມນໍາໃຊ້ ວັກຊີນ ປ້ອງກັນພະຍາດຢູ່ບາງປະເທດມາແລ້ວ ຮອດວັນທີ 5 ມັງກອນ 2021ນີ້ ມີຜູ້ຕິດເຊື້ອໂຄວິດ-19 ເຖິງ 85,9 ລ້ານກວ່າຄົນ( ຕິດເຊື້ອໃໝ່ 5 ແສນ ຄົນ), ເສຍຊີວິດ 1,8 ລ້ານ ກວ່າຄົນ( ເສຍຊີວິດ ໃໝ່ 8,6 ພັນກວ່າຄົນ). ຕໍ່ໜ້າສະພາບການດັ່ງກ່າວ […]

ພົນລະເມືອງລາວ ບໍ່ໄດ້ເສຍຄ່າກວດໂຄວິດ-19 Read More »

ຊີ້ແຈງກ່ຽວກັບການເກັບຄ່າບໍລິການ 1,2ລ້ານກີບ\ຄັ້ງ ກວດວິເຄາະໂຄວິດ-19

ພາຍຫລັງກະຊວງສາທາລະນະສຸກ ໄດ້ອອກແຈ້ງການກ່ຽວກັບການເກັບຄ່າບໍລິການ ກວດວິເຄາະພະຍາດໂຄວິດ-19 ກໍເກີດຫາງສຽງຂອງສັງຄົມຕໍ່ກັບບັນຫາດັ່ງກ່າວ ເພາະວ່າໃນໄລຍະຜ່ານມາແມ່ນບໍ່ໄດ້ເສຍຄ່າບໍລິການໃດໆ ແລະ ຕໍ່ບັນຫານີ້ ທ່ານ ຮສ.ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກໄດ້ ຕາງຫນ້າໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ້ ພະຍາດໂຄວິດ-19 ຊີ້ແຈງວ່າ: ຜ່ານມາອຸປະກອນ ແລະ ເຄມີທີ່ນໍາໃຊ້ເຂົ້າໃນການກວດວິເຄາະພະຍາດໂຄວິດ-19ນັ້ນ,  ສ່ວນຫລາຍແມ່ນໄດ້ຮັບການຊ່ວຍເຫລືອຈາກປະເທດເພື່ອນມິດ ແລະ ສາກົນ, ແຕ່ ປະຈຸບັນແມ່ນມີຈໍານວນຈໍາກັດ, ໃນຄະນະດຽວກັນຜູ້ໃຫ້ການຊ່ວຍເຫລືອ ກໍ່ຢາກໃຫ້ສປປ ລາວ ກຸ້ມຕົນເອງຕໍ່ໄປ ດັ່ງນັ້ນ, ຈື່ງໄດ້ສະເໜີໃຫ້ຄະນະສະເພາະກິດ ກໍ່ຄືລັດຖະບານ ວ່າເຮົາຄວນຄິດໄລ່ຕົ້ນທືນເພື່ອມາຊື້ແທນຄືນ, ເພາະວ່າ ການກວດວິເຄາະ ແຕ່ລະຄັ້ງ ບໍ່ແມ່ນພຽງແຕ່ນໍ້າຢາເທົ່ານັ້ນ, ແຕ່ຍັງມີເຄື່ອງ PPE ທີ່ພະນັກງານກວດກາຈະຕ້ອງໄດ້ໃຊ້ ເຊີ່ງຊຸດໜື່ງກໍ່ມີລາຄາສູງເຖິງ 35 ໂດລາສະຫະລັດ; ໃນແຕ່ລະມື້ແມ່ນໄດ້ໃຊ້ຈໍານວນຫຼາຍຊຸດ, ນອກນັ້ນ ກໍ່ຍັງມີອຸປະກອນອື່ນໆອີກ ແລະ ເຫັນວ່າການກວດວິເຄາະພະຍາດໂຄວິດ-19 ແມ່ນຈໍາເປັນທີ່ຈະຕ້ອງໄດ້ເກັບຄ່າບໍລິການ ໂດຍສະເພາະແມ່ນນັກທຸລະກິດ ທີ່ຈະເດີນທາງໄປຕ່າງປະເທດເພື່ອທຸລະກິດຂອງຕົນເອງ ແລະ ຜູ້ທີ່ມີເງື່ອນໄຂທີ່ຈະຈ່າຍໄດ້,

ຊີ້ແຈງກ່ຽວກັບການເກັບຄ່າບໍລິການ 1,2ລ້ານກີບ\ຄັ້ງ ກວດວິເຄາະໂຄວິດ-19 Read More »

ກຸ່ມເປົ້າໝາຍທີ່ຈະໄດ້ຮັບສີດວັກຊິນປ້ອງກັນໂຄວິດ19 ວັກຊິນຕ້ານໂຄວິດອີກສອງງວດຈະຮອດລາວໄວໆນີ້

ທຸກວັນນີ້ສິ່ງໜຶ່ງທີ່ປະຊາຊົນໃຫ້ການຄອງຄອຍແມ່ນວັກຊິນຕ້ານໂຄວິດ-19 ເນື່ອງຈາກເປັນໂລກຮ້າຍທີ່ພາກຊີວິດຊາວໂລກໄປແລ້ວເກືອບ 2 ລ້ານຄົນທະຍອຍມາຮອດລາວແລ້ວຊຸດທຳອິດ ແລະລັອດຕໍ່ໄປຈະຮອດລາວຕົ້ນເດືອນນີ້ ຈາກນັ້ນຍັງມີວັກຊິນໃນສ່ວນທີ່ເປັນການຮ່ວມມືລະຫວ່າງປະເທດຈະມາຮອດລາວປະມານເດືອນເມສາ 2021 ຕາມລຳດັບ. ຕາມລາຍງານຂ່າວຫຼ້າສຸດໃຫ້ຮູ້ວ່າປະຈຸບັນນີ້ວັກຊີນປ້ອງກັນໂຄວິດ-19 ປະຈຸບັນລາວເຮົາໄດ້ຮັບແລ້ວຈຳນວນ 2000 ໂດສ ຈາກບໍລິສັດຊິໂນຟາມແຫ່ງປະເທດຈີນ ພ້ອມດຽວກັນນີ້ໄດ້ລິເລີ່ມສັກວັກຊິນຈຳນວນນີ້ໃຫ້ກຸ່ມຜູ້ສ່ຽງແລ້ວປະມານ 200 ລາຍເປັນຕົ້ນ ບຸກຄະລາກອນທາງການແພດ ແລະອາສາສະໝັກ. ໃນນີ້ວັກຊິນທີີທາງການລາວຈະໄດ້ຮັບມາປະກອບມີ 3 ແຫຼ່ງຄື: ບໍລິສັດຊິໂນຟາມ ຂອງ ສປ ຈີນ, ຈາກສະປຸດນິກໄຟ ຂອງຣັດເຊຍ ແລະວັກຊິນໂຄແວັກ ເຊິ່ງເປັນວັກຊິກການຮ່ວມມືລະຫວ່າງປະເທດ. ທັງໝົດເປັນວັກຊິນທີ່ຮັບຮອງຈາກອົງການອະນາໄມໂລກໃນບັນຊີໃຊ້ພາວະສຸກເສີນ. ສໍາລັບວັກຊີນ SINOPHARM ຈາກ ສປ ຈີນ: ເປັນວັກຊິນທີ່ຜະລິດ ໂດຍ ສປ ຈີນ ທີ່ໄດ້ຈັດເຂົ້າໃນ ບັນຊີ ວັກຊິນໃຊ້ໃນພາວະສຸກເສີນ ທີ່ມີຄຸນນະພາບ, ມີຄວາມປອດໄພດີ ເພາະມີຜົນຂ້າງຄຽງນ້ອຍ, ສາມາດເກັບຮັກສາໄວ້ໃນລະບົບເຢັນ ລະຫວ່າງ 2 ຫາ 8 ອົງສາ ທີ່ສາມາດເກັບໄວ້ໃນລະບົບສາງເຢັນ ຂອງຂະແໜງການສາທາລະນະສຸກລາວເຮົາ, ໃຊ້ສັກ 2

ກຸ່ມເປົ້າໝາຍທີ່ຈະໄດ້ຮັບສີດວັກຊິນປ້ອງກັນໂຄວິດ19 ວັກຊິນຕ້ານໂຄວິດອີກສອງງວດຈະຮອດລາວໄວໆນີ້ Read More »

ຜູ້ຖືກຈໍາກັດບໍລິເວນໜີອອກຈາກໂຮງແຮມກ່ອນກໍານົດ ຍັງຕິດຕາມຫາບໍ່ພົບ ເປັນພຽງຂ່າວລື

ທ່ານຮສ.ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ຄວບຄຸມໂຄວິດ19 ຖະແຫລງຕໍ່ສືມວນຊົນ ຕອນບ່າຍວັນທີ 27 ພະຈິກນີ້ວ່າ: ໄລຍະຜ່ານມາຄະນະສະເພາະກິດຄວບຄຸມພະຍາດໂຄວິດ19 ແຕ່ລະຂັ້ນ ໄດ້ເອົາໃຈໃສ່ຕິດຕາມ, ຄຸ້ມຄອງ ການປະຕິບັດມາດຕະການຢູ່ສູນຈໍາກັດບໍລິເວນຂອງລັດ, ໂຮງແຮມ ໃຫ້ປະຕິບັດຢ່າງຖືກຕ້ອງ ແລະ ເຂັ້ມງວດຕາມມາດຕະການທີ່ໄດ້ວາງອອກເປັນຕົ້ນແມ່ນບໍ່ໃຫ້ອອກໄປຂ້າງນອກ , ບໍ່ໃຫ້ຄົນພາຍນອກມາພົບ ຫຼື ພົວພັນທັງຈໍາກັດບໍລິເວນໃຫ້ຄົບ 14 ວັນ, ເຊິ່ງຄົນເຈັບທີ່ຕິດເຊື້ອໃໝ່ຈໍານວນ 14ຄົນສຸດທ້າຍນີ້ ທາງຄະນະສະເພາະກິດ ໄດ້ປະຕິບັດມາດຕະການນີ້ໄດ້ ໂດຍບໍ່ໄດ້ແຜ່ເຊື້ອໃສ່ຜູ້ຄົນຢູ່ສູນຈໍາກັດບໍລິເວນນັ້ນ, ໂຮງແຮມນັ້ນ ຫລື ຜູ້ໄປຮັບຕ້ອນແຕ່ຢ່າງໃດ. ຕໍ່ກໍລະນີທີ່ມີຂ່າວລືວ່າ ມີຜູ້ຕິດເຊື້ອຢູ່ໃນໂຮງແຮມ, ມີຄົນທາງນອກໄປພົບ, ໄປໃຫ້ການບໍລິການຜູ້ຕິດເຊື້ອ ແລະ ເອົາເຊື້ອໄປແຜ່ຜາຍໃສ່ຊຸມຊົນ ແຕ່ຍັງຕິດຕາມຫາບໍ່ທັນໄດ້, ມີຜູ້ລັກລອບໜີອອກຈາກສູນກັກບໍລິເວນ ຫລືໂຮງແຮມກ່ອນກໍານົດ, ທ່ານຮສ.ດຣ.ພູທອນ ເມືອງປາກ ຖະແຫລງວ່າ: “ຂ່າວລືນີ້ແມ່ນບໍ່ມີມູນຄວາມຈິງແຕ່ຢ່າງໃດ. ຄົນເຈັບທີ່ຕິດເຊື້ອສະສົມມີແຕ່ 39ຄົນ ແລະພວມປິ່ນປົວຢູ່ໂຮງໝໍມີ 15ຄົນເທົ່ານັ້ນ. ສະນັ້ນ, ຂໍໃຫ້ປະຊາຊົນຈົ່ງເຊື່ອໝັ້ນໃນມາດຕະການກວດກາຄົນເຂົ້າເມືອງ, ມາດຕະການໃນການຈໍາກັດບໍລິເວນ, ສິ່ງສໍາຄັນ ຄະນະສະເພາະກິດຂັ້ນສູນກາງ

ຜູ້ຖືກຈໍາກັດບໍລິເວນໜີອອກຈາກໂຮງແຮມກ່ອນກໍານົດ ຍັງຕິດຕາມຫາບໍ່ພົບ ເປັນພຽງຂ່າວລື Read More »

ລາວຈະໄດ້ຮັບວັກຊິນ COVID-19

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບສະພາບການແຜ່ລະບາດ ແລະ ຢາວັກຊິນປ້ອງກັນພະຍາດໂຄວິດ-19 ເມື່ອວັນທີ 16 ທັນວາ 2020 ວ່າ:  ພາຍໃນປີ 2021 ນີ້ລາວຈະໄດ້ຊົມໃຊ້ຢາວັກຊິນປ້ອງກັນພະຍາດໂຄວິດ-19 ຢ່າງແນ່ນອນ ແລະ ຖືວ່າເປັນຂ່າວດີ, ຢາວັກຊິນກ່ຽວກັບການປ້ອງກັນພະຍາດນີ້ມີການຄິດຄົ້ນຢູ່ທົ່ວໂລກປະມານ 209 ຊະນິດ, ແຕ່ໄດ້ຖືກຮັບຮອງເອົາພຽງ 10 ຊະນິດ, ສະເພາະຢາວັກຊິນທີ່ຈະມາໃຊ້ຢູ່ລາວນີ້ ແມ່ນຢາວັກຊິນທີ່ຜະລິດຢູ່ປະເທດອັງກິດ ຊຶ່ງມີຄຸນນະພາບໃນການປ້ອງກັນ ແລະ ຕ້ານພະຍາດນີ້ສູງ ເຖິງ 95%. ທ່ານ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ກ່າວຕື່ມວ່າ: ສະເພາະຜູ້ທີ່ຕິດເຊື້ອໂຄວິດ-19 ທີ່ນອນປິ່ນປົວຢູ່ໂຮງໝໍມິດຕະພາບແມ່ນຍັງເຫຼືອພຽງແຕ່ 5 ຄົນ ພາຍຫຼັງທີ່ຜູ້ຕິດເຊື້ອກໍລະນີທີ 34 ແລະ 38 ໄດ້ອອກຈາກໂຮງໝໍໃນວັນທີ 16 ທັນວາ 2020 , ນັບແຕ່ມີການແຜ່ເຊື້ອຂອງພະຍາດນີ້ ສປປ ລາວພົບຜູ້ຕິດເຊື້ອສະສົມຈາກພະຍາດນີ້ 41 ກໍລະນີ ແຕ່

ລາວຈະໄດ້ຮັບວັກຊິນ COVID-19 Read More »

ຜູ້ປ່ວຍທີ່ຕິດເຊື້ອພະຍາດໂຄວິດ 19 ອອກໂຮງໝໍແລ້ວ 3 ຄົນ

ໃນວັນທີ 28 ທັນວາ 2020 ມີຜູ້ປ່ວຍຕິດເຊື້ອພະຍາດໂຄວິດ 19 ໄດ້ປິ່ນປົວດີ ແລະ ອອກໂຮງໝໍ ໄປຕິດຕາມອາການຢູ່ເຮືອນ ຕື່ມ 3 ຄົນ( ໃນວັນເສົາ, ວັນທີ 26 ທັນວາ 2020 ອອກຕື່ມ 1 ຄົນ). ພາຍຫັລງ ໄດ້ກວດ ບໍ່ພົບເຊື້ອ 2 ຄັ້ງ ຕິດຕໍ່ກັນ ໄດ້ອອກໂຮງໝໍໄປກັກໂຕ ຕິດຕາມຕື່ມອີກ ຢູ່ເຮືອນ 14 ວັນ ແລະ ພາຍໃນ 7 ວັນແມ່ນໃຫ້ກັບມາກວດຕື່ມອີກ 2 ຄັ້ງ, ຖ້າ 2 ຄັ້ງບໍ່ພົບເຊື້ອ ຈື່ງຈະໄດ້ອະນຸຍາດ ໃຫ້ອອກໄປໃຊ້ ຊີວິດ ປົກກະຕິ. ສ່ວນຜູ້ຕິດເຊື້ອພະຍາດ ໂຄວິດ 19 ສະສົມ 41 ຄົນ, ປິ່ນປົວດີແລ້ວ 40 ຄົນ ແລະ

ຜູ້ປ່ວຍທີ່ຕິດເຊື້ອພະຍາດໂຄວິດ 19 ອອກໂຮງໝໍແລ້ວ 3 ຄົນ Read More »

30​ປີຜ່ານມາ​ ລາວ ມີຜູ້​ຕິດເຊື້ອHIV​ສະສົມເກືອບ​ 15​ ພັນຄົນ

ທ່ານ ພູ­ທອນ ສຸດທະລັກ ຫົວ­ໜ້າສູນຕ້ານເອດສ໌ ກ່າວໃນພິທີສະ­ເຫຼີມ­ສະ­ຫຼອງວັນສາ­ກົນຕ້ານເອດສ໌ ປະ­ຈຳປີ 2020 ຂຶ້ນວັນທີ 22 ທັນ­ວາ 2020 ໃຫ້ຮູ້ວ່າ: ສປປ ລາວ ການ­ຈັດ­ຕັ້ງປະ­ຕິ­ບັດວຽກງານສະ­ກັດກັ້ນ ແລະ ຕ້ານເຊື້ອ HIV ພາຍາດເອດສ໌ ແລະ ພຕພ ອີງຕາມຕົວເລກແຕ່ປີ 1990-ເດືອນກັນ­ຍາ 2020 ມີຜູ້ຕິດ­ເຊື້ອ HIV 14.915 ຄົນ, ເປັນພະ­ຍາດເອດສ໌  6.014 ຄົນ ແລະ ເສຍຊີ­ວິດ 4.801 ຄົນ ມີຜູ້ລົງ­ທະ­ບຽນກິນຢາ 12.860 ຄົນ ແລະ ມີ­ໜ້າກິນຢາ 7.920 ຄົນ ເຊິ່ງການຕິດ­ເຊື້ອສ່ວນຫຼາຍແມ່ນທາງເພດສຳ­ພັນ ໂດຍກຸ່ມປະ­ກອນທີ່ມີຄວາມສ່ຽງສູງຄື: ກຸ່ມສາວບໍ­ລິ­ການ ຊາຍມີເພດສຳ­ພັນກັບຊາຍ (ຊພຊ) ກຸ່ມສັກຢາເສບຕິດເຂົ້າທາງເສັ້ນ­ເລືອດ ຮອດປີ 2020 ອັດ­ຕາການຕິດ­ເຊື້ອ HIV ໃນກຸ່ມປະ­ຊາ­ກອນທົ່ວໄປ ອາ­ຍຸ 15-49

30​ປີຜ່ານມາ​ ລາວ ມີຜູ້​ຕິດເຊື້ອHIV​ສະສົມເກືອບ​ 15​ ພັນຄົນ Read More »

ຄະນະສະເພາະກິດ ອອກມາດຕະການໃໝ່ ບຸກຄົນທີ່ເດີນທາງເຂົ້າມາໃນ ສປປ ລາວ

ຄະນະສະເພາະກິດ ອອກມາດຕະການໃໝ່ ບຸກຄົນທີ່ເດີນທາງເຂົ້າມາໃນ ສປປ ລາວ ຈະຕ້ອງໃສ່ອຸປະກອນຕິດຕາມທາງການແພດເພື່ອໃຫ້ສາມາດຕິດຕາມການເຄື່ອນໄຫວຂອງບຸກຄົນດັ່ງກ່າວໄດ້ໃນຂອບເຂດ 14 ວັນ. ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາ ລະນະສຸກ ໄດ້ຕາງໜ້າໃຫ້ຄະນະສະເພາະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 22 ທັນວາຜ່ານມາ ທີ່ກະຊວງສາທາລະນະສຸກວ່າ:  ເນື່ອງຈາກສະພາບການລະບາດຂອງພະຍາດ COVID-19 ຍັງບໍ່ມີທ່າອ່ຽງຫຼຸດລົງ ແລະ ບາງປະເທດມີການລະບາດຮອບໃໝ່ ຍິ່ງໄປກວ່ານັ້ນ ມີການກາຍພັນເປັນພັນທີ່ຮ້າຍແຮງຂຶ້ນກວ່າເກົ່າ, ການແຜ່ເຊື້ອ ຈະມີຄວາມໄວຂຶ້ນ ແລະ ສະຫຼັບສັບຊ້ອນ ກວ່າສາຍພັນເດີມ, ການກວດເຫັນຜູ້ຕິດເຊື້ອປັດຈຸບັນນີ້ ສ່ວນຫຼາຍ ບໍ່ມີອາການ ຊຶ່ງເຮັດໃຫ້ການປ້ອງກັນ, ຄວບຄຸມ ຍິ່ງເພີ່ມຄວາມຫຍຸ້ງຍາກສັບສົນ ຂຶ້ນຕື່ມ. ສະນັ້ນ ລັດຖະບານ ຈຶ່ງ​ຮຽກຮ້ອງ​ໃຫ້​ພົນລະເມືອງ​ລາວ ແລະ ຜູ້​ທີ່​ດຳລົງ​ຊີວິດ ຢູ່ ສປປ ລາວ ຕ້ອງ​ເພີ່ມ​ສະຕິ​ລະວັງ​ຕົວ ໃຫ້​ສູງ​ກວ່າ​ເກົ່າ ແລະ ສູງ​ກວ່າ ທີ່​ເປັນ​ຢູ່​ໃນ​ປັດຈຸບັນ ຊຶ່ງ​ມາດ​ຕະການ​ສຳລັບໄລຍະ​ແຕ່​ວັນ​ທີ 23 ທັນວາ 2020 ຫາ ວັນ​ທີ

ຄະນະສະເພາະກິດ ອອກມາດຕະການໃໝ່ ບຸກຄົນທີ່ເດີນທາງເຂົ້າມາໃນ ສປປ ລາວ Read More »