ກຸ່ມເປົ້າໝາຍທີ່ຈະໄດ້ຮັບສີດວັກຊິນປ້ອງກັນໂຄວິດ19 ວັກຊິນຕ້ານໂຄວິດອີກສອງງວດຈະຮອດລາວໄວໆນີ້

ທຸກວັນນີ້ສິ່ງໜຶ່ງທີ່ປະຊາຊົນໃຫ້ການຄອງຄອຍແມ່ນວັກຊິນຕ້ານໂຄວິດ-19 ເນື່ອງຈາກເປັນໂລກຮ້າຍທີ່ພາກຊີວິດຊາວໂລກໄປແລ້ວເກືອບ 2 ລ້ານຄົນທະຍອຍມາຮອດລາວແລ້ວຊຸດທຳອິດ ແລະລັອດຕໍ່ໄປຈະຮອດລາວຕົ້ນເດືອນນີ້ ຈາກນັ້ນຍັງມີວັກຊິນໃນສ່ວນທີ່ເປັນການຮ່ວມມືລະຫວ່າງປະເທດຈະມາຮອດລາວປະມານເດືອນເມສາ 2021 ຕາມລຳດັບ.

ຕາມລາຍງານຂ່າວຫຼ້າສຸດໃຫ້ຮູ້ວ່າປະຈຸບັນນີ້ວັກຊີນປ້ອງກັນໂຄວິດ-19 ປະຈຸບັນລາວເຮົາໄດ້ຮັບແລ້ວຈຳນວນ 2000 ໂດສ ຈາກບໍລິສັດຊິໂນຟາມແຫ່ງປະເທດຈີນ ພ້ອມດຽວກັນນີ້ໄດ້ລິເລີ່ມສັກວັກຊິນຈຳນວນນີ້ໃຫ້ກຸ່ມຜູ້ສ່ຽງແລ້ວປະມານ 200 ລາຍເປັນຕົ້ນ ບຸກຄະລາກອນທາງການແພດ ແລະອາສາສະໝັກ.

ໃນນີ້ວັກຊິນທີີທາງການລາວຈະໄດ້ຮັບມາປະກອບມີ 3 ແຫຼ່ງຄື: ບໍລິສັດຊິໂນຟາມ ຂອງ ສປ ຈີນ, ຈາກສະປຸດນິກໄຟ ຂອງຣັດເຊຍ ແລະວັກຊິນໂຄແວັກ ເຊິ່ງເປັນວັກຊິກການຮ່ວມມືລະຫວ່າງປະເທດ.
ທັງໝົດເປັນວັກຊິນທີ່ຮັບຮອງຈາກອົງການອະນາໄມໂລກໃນບັນຊີໃຊ້ພາວະສຸກເສີນ.

ສໍາລັບວັກຊີນ SINOPHARM ຈາກ ສປ ຈີນ: ເປັນວັກຊິນທີ່ຜະລິດ ໂດຍ ສປ ຈີນ ທີ່ໄດ້ຈັດເຂົ້າໃນ ບັນຊີ ວັກຊິນໃຊ້ໃນພາວະສຸກເສີນ ທີ່ມີຄຸນນະພາບ, ມີຄວາມປອດໄພດີ ເພາະມີຜົນຂ້າງຄຽງນ້ອຍ, ສາມາດເກັບຮັກສາໄວ້ໃນລະບົບເຢັນ ລະຫວ່າງ 2 ຫາ 8 ອົງສາ ທີ່ສາມາດເກັບໄວ້ໃນລະບົບສາງເຢັນ ຂອງຂະແໜງການສາທາລະນະສຸກລາວເຮົາ, ໃຊ້ສັກ 2 ເຂັມ, ສາມາດສ້າງພູມຄຸ້ມກັນ ໄດ້ເຖີງ 3 ປີ. ເຊີ່ງໃນປັດຈຸບັນ ສປຈີນ ໄດ້ມີການສັກໃຫ້ປະຊາຊົນຈີນຈຳນວນຫລາຍລ້ານຄົນ ແລະເຫັນວ່າໄດ້ຮັບຜົນດີ.

ວັກຊີນ SPUTNIK V ຈາກ RUSSIA ຜະລິດຈາກ ສະຖາບັນ GAMALEYA ລັດເຊຍ ເປັນວັກຊິນທີ່ ມີຄຸນນະພາບ, ມີຄວາມປອດໄພດີ ເພາະມີຜົນຂ້າງຄຽງນ້ອຍ ແລະ ມີປະສິດທິພາບ, ສັກ 2 ເຂັມ ແລະ ສາມາດສ້າງພຸມຄຸ້ມກັນ ໄດ້ເຖີງ 2 ປີ. ສະຫະພັນ ຣັດເຊຍ ຈະໃຫ້ການຊ່ວຍເຫຼືອວັກຊີນ SPUTNIK V ເບື້ອງຕົ້ນ ໃຫ້ແກ່ ສປປ ລາວ ຈຳນວນ 500 doses ຈະມາເຖິງ ສປປ ລາວ ໃນ ວັນທີ 2 ມັງກອນ 2021.

ວັກຊິນ ທີ່ໄດ້ຈາກການຊ່ວຍເຫລືອ ຂອງ ວັກຊີນ ທີ່ ທາງ COVAX FACILITY GAVI ກະຊວງສາທາລະນະສຸກ ໄດ້ ຮ່ວມມືກັບ ກະຊວງການເງິນ ໄດ້ສົ່ງແຜນຂໍການຊ່ວຍເຫລືອ ດ້ານ ວັກຊິນ ປ້ອງກັນ ໂຄວິດ 19 ໃຫ້ COVAX FACILITY GAVI, ມາຮອດປັດຈຸບັນ ສປປ ລາວ ໄດ້ຮັບຄໍາຕອບວ່າ ໄດ້ເປັນ 1 ໃນ 92 ປະເທດ ທີ່ຈະໄດ້ຮັບການຊ່ວຍເຫຼືອລ້າ ວັກຊິນຕ້ານໂຄວິດ 19 ໃນປີ 2021 ຄາດຄະເນ ປະມານ 15 ຫາ 20% ຂອງປະຊາກອນທັງໝົດ ຫລື ເທົ່າກັບ 1.4 ລ້ານຄົນ. ຄາດວ່າຈະໄດ້ຮັບ ແລະ ເລີ້ມສັກວັກຊິນທີ່ໄດ້ຮັບຈາກ COVAX FACILITY GAVI ພາຍໃນ ເດືອນ ເມສາ 2021.

ຕໍ່ຄໍາຖາມທີ່ວ່າ: ແມ່ນໃຜແດ່ຈະໄດ້ສັກວັກຊິນ ທີ່ໄດ້ຈາກ COVAX FACILITY ໃນປີ 2021 ນີ້ທ່ານ ຮສ ດຣ ບຸນກອງ ສີຫາວົງ ກ່າວວ່າ: ຍ້ອນແມ່ນການສັກວັກຊິນແກ້ໄຂພາວະສຸກເສີນການລະບາດຂອງພະຍາດ ຈຶ່ງໄດ້ ສຸມໃສ່ກຸ່ມທີ່ມີຄວາມສ່ຽງສູງ ຫາ ປານກາງ ເຊັ່ນ: ແພດໝໍ ພະຍາບານ ທັງໝົດ ລວມທັງ ສູນກາງແລະ ທ້ອງຖິ່ນ ພາຍໃນຂະແໜງສາທາລະນະສຸກ, ໂຮງໝໍທະຫານ, ໂຮງໝໍຕໍາຫລວດ, ອາສາສະໝັກແພດບ້ານ, ອາສາສະໝັກສັງຄົມສົງເຄາະ, ຜູ້ສູງອາຍຸ, ຜູ້ມີພະຍາດປະຈຳຕົວ ແຕ່ ບໍ່ນອນໃນຂໍ້ຫ້າມສັກວັກຊິນ, ຜູ້ອອກແຮງງານເຄື່ອນຍ້າຍ, ຜູ້ເດີນທາງເຂົ້າອອກ ແລະ ແຮສຸກເສີນ.

Target group to receive Covid vaccine 19 vaccines against Covid-19, two more installments will arrive in Laos soon

Today, there is one thing that people look forward to be a vaccine against Covid -19. It is a deadly disease that has claimed the lives of nearly 2 million people; the first set has arrived in Laos and the next will arrive earlier this month. Then there are vaccines that cooperation between his countries will arrive around April 2021 respectively

According to the latest news reports: The current vaccine against Covid-19. Currently, we have received 2,000 doses of vaccines from Sino-Farm China and have started vaccinating about 200 people at risk, especially medical personnel and volunteers.

The vaccine that Lao PDR will receive includes three sources: China’s Sino-Farm, Russia’s Sputnik Fire and Kovak Vaccine, which are international cooperation vaccines. All vaccines are approved by the World Health Organization in the emergency use list

For SINOPHARM vaccine from China. It is a vaccine manufactured by the People’s Republic of China that has been included in the list of emergency vaccines, it is a quality, safe vaccine with few side effects. Can be stored in the cold system between 2 to 8 degrees that can be stored in the cold storage system of the Lao Health, ​using 2 needles, can create immunity for up to 3 years. China has now vaccinated millions of Chinese people and successful.

Vaccine SPUTNIK V from RUSSIA, manufactured by the GAMALEYA Institute of Russia, is a high-quality, safe vaccine with minimal side effects and two injections and up to 2 years of protection. The Russian Federation will initially provide 500 doses of SPUTNIK V vaccine to Lao PDR, which will arrive in Lao PDR on January 2, 2021.

The COVAX vaccine, is a vaccine assisted by the COVAX FACILITY GAVI. The Ministry of Health, in collaboration with the Ministry of Finance, submitted a plan for assistance; Covid-19 vaccine to COVAX FACILITY GAVI. So far, Lao PDR has received the answer that. To date, Lao PDR has been ranked as one of 92 countries to receive Covid-19 vaccination assistance in 2021, an estimated 15 to 20% of the total population, or 1.4 million people.

 To the question:  Who will get the vaccine from COVAX FACILITY in 2021? Assoc. Prof. Dr. Bounkong SYHAVONG said: Vaccination against emergencies is therefore targeted at high to moderate risk groups, such as: Doctors, nurses, as well as centers and localities within the health department, military hospitals, police hospitals, village medical volunteers, social welfare volunteers, the elderly, people with chronic diseases., but not in the vaccination ban, migrant workers, travelers in and out and emergencies.