ຜູ້ປ່ວຍທີ່ຕິດເຊື້ອພະຍາດໂຄວິດ 19 ອອກໂຮງໝໍແລ້ວ 3 ຄົນ

ໃນວັນທີ 28 ທັນວາ 2020 ມີຜູ້ປ່ວຍຕິດເຊື້ອພະຍາດໂຄວິດ 19 ໄດ້ປິ່ນປົວດີ ແລະ ອອກໂຮງໝໍ ໄປຕິດຕາມອາການຢູ່ເຮືອນ ຕື່ມ 3 ຄົນ( ໃນວັນເສົາ, ວັນທີ 26 ທັນວາ 2020 ອອກຕື່ມ 1 ຄົນ). ພາຍຫັລງ ໄດ້ກວດ ບໍ່ພົບເຊື້ອ 2 ຄັ້ງ ຕິດຕໍ່ກັນ ໄດ້ອອກໂຮງໝໍໄປກັກໂຕ ຕິດຕາມຕື່ມອີກ ຢູ່ເຮືອນ 14 ວັນ ແລະ ພາຍໃນ 7 ວັນແມ່ນໃຫ້ກັບມາກວດຕື່ມອີກ 2 ຄັ້ງ, ຖ້າ 2 ຄັ້ງບໍ່ພົບເຊື້ອ ຈື່ງຈະໄດ້ອະນຸຍາດ ໃຫ້ອອກໄປໃຊ້ ຊີວິດ ປົກກະຕິ. ສ່ວນຜູ້ຕິດເຊື້ອພະຍາດ ໂຄວິດ 19 ສະສົມ 41 ຄົນ, ປິ່ນປົວດີແລ້ວ 40 ຄົນ ແລະ ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍມິດຕະພາບ 1 ຄົນ; ພ້ອມກັນນັ້ນ ຍັງກັກໂຕ ຈໍານວນ 2.195 ຄົນ ຢູ່ສູນ 39 ແຫ່ງໃນທົ່ວປະເທດ.