news

ກະຊວງສາທາລະນະສຸກ ປະກາດແຕ່ງຕັ້ງຮອງລັດຖະມົນຕີ, ຫົວໜ້າຫ້ອງການ ແລະ ຫົວໜ້າກົມ

ໃນວັນທີ 7 ພຶດສະພາ 2021 ທີ່ຜ່ານມາ ກະຊວງສາທາລະນະສຸກ ໄດ້ປະກາດແຕ່ງຕັ້ງຮອງລັດຖະມົນຕີກະຊວງສາທາລະນະສຸກ, ຫົວໜ້າຫ້ອງການ, ຫົວໜ້າກົມ, ຍົກຍ້າຍຄະນະການນຳໄປຮັບໜ້າທີ່ໃໝ່ ແລະ ພັກຜ່ອນຮັບນະໂຍບາຍອຸດໜູນບຳນານ: 1. ທ່ານ ຮສ.ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຍ້າຍໄປຮັບໜ້າທີ່ໃໝ່ ເປັນປະທານອົງການກາແດງລາວ. 2. ທ່ານ ດຣ. ສະໜອງ ທອງສະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ເປັນຮອງລັດຖະມົນຕີ ກະຊວງສາທາລະນະສຸກ. 3. ທ່ານ ດຣ. ໄພວັນ ແກ້ວປະເສີດ ຜູ້ອຳນວຍການໂຮງໝໍເຊດຖາທິລາດ ເປັນຫົວໜ້າກົມກວດກາ ກະຊວງສາທາລະນະສຸກ. 5. ທ່ານ ນ. ອາພອນ ວິຊາເທບ ຮອງອຳນວຍການໂຮງໝໍມະໂຫສົດ ເປັນຫົວໜ້າຫ້ອງການປະກັນສຸຂະພາບ 6. ທ່ານ ດຣ. ນ. ຈັນຖະໜອມ ມະນີທິບ ຮອງອະທິການບໍດີມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນຜູ້ຮັກສາການຫົວໜ້າຫ້ອງການກະຊວງສາທາລະນະສຸກ. 7. ທ່ານ ດຣ. […]

ກະຊວງສາທາລະນະສຸກ ປະກາດແຕ່ງຕັ້ງຮອງລັດຖະມົນຕີ, ຫົວໜ້າຫ້ອງການ ແລະ ຫົວໜ້າກົມ Read More »

ສປປລາວໄດ້ ຮັບການຊ່ວຍເຫຼືອດ້ານວິຊາການ ແລະ ວັກຊີນປ້ອງກັນໂຄວິດ-19 ຈາກລັດຖະບານ ອົດສະຕຣາລີ ຈຳນວນ 1 ລ້ານໂດສ

ໃນວັນທີ 12 ພຶດສະພາ 2021, ທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຕ້ອນການເຂົ້າຢ້ຽມຂໍ່ານັບ ທ່ານ ໂພລ ແຄລີ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ໃນໂອກາດພິທີປະກາດການຊ່ວຍເຫຼືອຢາວັກຊີນ ແລະ ການຊ່ວຍເຫຼືອດ້ານວິຊາການຕ່າງໆ, ມູນຄ່າ 15,2 ລ້ານໂດລາອົດສະຕຣາລີ ຈາກ ລັດຖະບານ ອົດສະຕຣາລີຢ່າງເປັນທາງການກໍຄືການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດລາວ ແລະ ອົດສະຕຣາລີ. ການຊ່ວຍເຫຼືອຢາວັກຊີນຂອງ ອົດສະຕຣາລີ ໃນຄັ້ງນີ້ ແມ່ນການຊ່ວຍເຫຼືອເພີ່ມຈາກເບື້ອງຕົ້ນ ຈໍານວນ 4,8 ລ້ານໂດລາອົດສະຕຣາລີ ເພື່ອນໍາໃຊ້ເຂົ້າໃນວຽກງານແກ້ໄຂຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ກຳລັງຈັດຕັ້ງປະຕິບັດຢູ່ປັດຈຸບັນ. ນອກຈາກນີ້, ລັດຖະບານ ອົດສະຕຣາລີ ຍັງໄດ້ປະກອບສ່ວນທຶນຈຳນວນຫຼາຍເຂົ້າໃນ ໂຄງການ ໂຄແວັກສ (COVAX),

ສປປລາວໄດ້ ຮັບການຊ່ວຍເຫຼືອດ້ານວິຊາການ ແລະ ວັກຊີນປ້ອງກັນໂຄວິດ-19 ຈາກລັດຖະບານ ອົດສະຕຣາລີ ຈຳນວນ 1 ລ້ານໂດສ Read More »

ວັກຊີນຕ້ານໂຄວິດ 19 (ຄໍາວ່າ ຕ້ານ ກັບ ປ້ອງກັນ ມີຄວາມໝາຍບໍ່ຄືກັນ)

ໃນໄລຍະເວລາທີ່ຄະນະສະເພາະກິດລາຍງານໂຕເລກຜູ້ຕິດເຊື້ອທີ່ເພີ່ມຂຶ້ນທຸກມື້, ທ່ານຫົວໜ້າກົມປິ່ນປົວ ຍັງບອກອີກວ່າຕາມການສົມທົບກັບວິຊາການຂອງອົງການອະນາໄມໂລກ ໄດ້ປະເມີນຈະມີຜູ້ຕິດເຊື້ອຢູ່ລາວໄລຍະນີ້ ປະມານ 2.000 ຄົນ, ພ້ອມເຫັນພາບການກະກຽມສະຖານທີ່ ກະກຽມຕຽງ ເພື່ອໃຫ້ພຽງພໍ ຍິ່ງເຮັດໃຫ້ຢ້ານ. ຫຼາຍໆຄົນທັງຮ້າຍທັງດ່າຜູ້ນໍາເຊື້ອເຂົ້າມາແພ່ (ຍ້ອນເຫັນແກ່ເງິນ) ກໍເມື່ອຍຮ້າຍເມື່ອຍດ່າ ເພາະຜູ້ກ່ຽວກໍນອນເສີຍເອີດເຕີດຢູ່ໂຮງໝໍ (ໝັ້ນໃຈຕົວເອງສຸດໆ, ທຸກຄົນອ້ອມຂ້າງຕົນເອງຜິດໝົດນອກຈາກຕົນເອງ) ໃຫ້ແພດໝໍໃຫ້ ການປິ່ນປົວຢູ່ (ຈັກຈະໄດ້ອ່ານໄດ້ຟັງຜູ້ຂຽນ ຜູ້ເວົ້າ ທີ່ ໂພສລົງໃຫ້ອ່ານຫຼືບໍ່, ແຕ່ເຖິງອ່ານກໍຄົງບໍ່ສະດຸ້ງສະເທືອນດອກ). ເມື່ອແກ້ໄຂສິ່ງທີ່ເກີດຂຶ້ນຜ່ານມາບໍ່ໄດ້ແລ້ວ, ທີ່ເພິ່ງທາງກາຍ ແລະ ໃຈ ດຽວນີ້ກໍແມ່ນວັກຊີນຕ້ານໂຄວິດ 19. ວັກຊີນແມ່ນຫຍັງ? ນັກວິທະຍາສາດເອົາຫຍັງມາເຮັດວັກຊີນ? ເອົາສານເຄມີ ຫຼື ເອົາພືດຢາທີ່ເປັນທໍາມະຊາດຄືເຮັດຢາປົວພະຍາດ ມາສະກັດເຮັດວັກຊີນບໍ່? ກົງກັນຂ້າມ ວັກຊີນ (ລວມທັງວັກຊີນທີ່ສັກໃຫ້ເດັກນ້ອຍ) ແມ່ນເອົາເຊື້ອພະຍາດໂຕດັ່ງກ່າວ (ເຊັ່ນຕ້ານວັນນະໂລກກໍເອົາເຊື້ອວັນນະໂລກ, ຕ້ານໂຄວິດ 19 ກໍເອົາເຊື້ອໂຄວິດ 19) ທີ່ຕາຍແລ້ວ ຫຼື ຍັງມີຊີວິດຢູ່ ແຕ່ມາເຮັດໃຫ້ມັນອ່ອນແອລົງທີ່ສຸດຈົນບໍ່ສາມາດກໍ່ໃຫ້ເກີດພະຍາດໄດ້ (ດັ່ງນັ້ນການເກັບຮັກສາວັກຊິນ ຈຶ່ງຢູ່ໃນອຸນຫະພູມ ທີ່ແຕກຕ່າງ). ນັກວິທະຍາສາດສະກັດເອົາສິ່ງເຫຼົ່ານີ້ມາເຮັດເປັນວັກຊີນ. ເມື່ອເຮົາໄດ້ຮັບວັກຊີນ, ເຊິ່ງເໝືອນສົ່ງໜ້າຕາແມ່ພະຍາດເຂົ້າຮ່າງກາຍ.

ວັກຊີນຕ້ານໂຄວິດ 19 (ຄໍາວ່າ ຕ້ານ ກັບ ປ້ອງກັນ ມີຄວາມໝາຍບໍ່ຄືກັນ) Read More »

ບໍ່ວ່າຈະກໍລະນີໃດໆກໍ່ຕາມ ສສຫວຽດນາມ ຈະຢູ່ຄຽງຂ້າງ ສປປລາວຕະຫຼອດໄປ

ເພື່ອນຫວຽດນາມໃຫ້ຄຳໝັ້ນສັນຍາວ່າ:ບໍ່ວ່າຈະກໍລະນີໃດໆກໍ່ຕາມຫວຽດນາມຈະຢູ່ຄຽງຂ້າງສປປລາວຕະຫຼອດໄປໃນບັ້ນຮົບຕ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິ ດ ໃຫ້ໄດ້ຮັບໄຊຊະນະ.ທ່ານລັດຖະມົນຕີກະຊວງສາທາລະນະສຸກ ສສ ຫວຽດນາມຢັ້ງຢືນວ່າ:ລັດຖະບານຫວຽດນາມຈະໃຫ້ການຊວ່ຍເຫຼືອແກ່ລາວເຊັ່ນ:ເຄືີ່ອງຊວ່ຍຫາຍໃຈຈຳນວນ200ເຄື່ອງ,ຜ້າອັດປາກ-ດັງສຳລັບແພດໝໍຈຳນວນ 2 ລ້ານອັນ,ຢາ ChlorominBຈຳນວນ10ໂຕນແລະອຸປະກອນການແພດອື່ນໆອີກ.

ບໍ່ວ່າຈະກໍລະນີໃດໆກໍ່ຕາມ ສສຫວຽດນາມ ຈະຢູ່ຄຽງຂ້າງ ສປປລາວຕະຫຼອດໄປ Read More »

ລັດຖະບານ ສປ ຈີນ ມອບວັກຊີນປ້ອງກັນໂຄວິດ-19 ໃຫ້ລາວອີກ 300.000 ໂດສ

ໃນເວລາ 17:17 ໂມງ ຂອງວັນທີ 26 ເມສາ 2021 ວັກຊີນປ້ອງກັນພະຍາດໂຄວິດ-19 ຊະນິດ ຊີໂນຟາມ( Sinopharm Vaccines) ຈຳນວນ 300.000 ໂດສ ພ້ອມເຊີແລັງ 300.800 ອັນ ໄດ້ມາຮອດສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ. ລັດຖະບານ ແຫ່ງ ສປ ຈີນ ໄດ້ມອບວັກຊີນປ້ອງກັນພະຍາດໂຄວິດ-19 ຊະນິດ ຊີໂນຟາມ( Sinopharm Vaccines) ຈຳນວນ 300.000 ໂດສ ພ້ອມເຊີແລັງ 300.800 ອັນ ເຊິ່ງເປັນການຊ່ວຍເຫຼືອລ້າ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳມາສັກໃຫ້ປະຊາຊົນລາວໃນຂອບເຂດທົ່ວປະເທດ ໂດຍສະເພາະກຸ່ມທີ່ມີຄວາມສ່ຽງສູງໃຫ້ທົ່ວເຖິງ ແນໃສ່ເພື່ອປ້ອງກັນການຕິດເຊື້ອ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດ. ຜ່ານມາລັດຖະບານຈີນ ກໍໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເປັນຈຳນວນຫຼາຍ, ຕາມຂໍ້ມູນຈາກວິທະຍຸ CRI ໃຫ້ຮູ້ວ່າ: ວັກຊີນປ້ອງກັນໂຄວິດ-19

ລັດຖະບານ ສປ ຈີນ ມອບວັກຊີນປ້ອງກັນໂຄວິດ-19 ໃຫ້ລາວອີກ 300.000 ໂດສ Read More »

ປະກອບສ່ວນຊ່ວຍເຫຼືອ ຄະນະແພດໝໍ ແລະ ເປີດຕົວ “ກອງທຶນ ຊ່ວຍເຫຼືອ ວິລະບູລຸດຕໍ່ຕ້ານ CoVID19 MJBL” ຂອງ ທະນາຄານ ມາຣູຮານ ເຈແປນ ລາວ ຈຳກັດ.

ການແຜ່ລະບາດ ຂອງ CoVID19 ຄັ້ງທີສອງ ໃນ ສປປ ລາວ, ໃນມື້ນີ້ ທາງ ທະນາຄານ ມາຣູຮານເຈແປນ ລາວ ຈຳກັດ (MJBL) ຈຶ່ງໄດ້ປະກາດ ການຊ່ວຍເຫຼືອ ຄະນະແພດ ແລະ ອາສາສະໝັກ ໃນການຕໍ່ສູ້ກັບການແຜ່ລະບາດຂອງໂລກລະບາດນີ້. ໃນຖານະ ທີ່ເປັນທະນາຄານທີ່ໄດ້ຮັບຄວາມໄວ້ວາງໃຈ ຈາກລູກຄ້າ, ທຸລະກິດ ແລະ ສັງຄົມ,​ MJBL ມີຄວາມປະສົງໃນການປະກອບສ່ວນ ແລະ ກະຕຸກຊຸກຍູ້ ການຊ່ວຍເຫຼືອເພື່ອຊ່ວຍບັນເທົາ ບັນຫາທີ່ ທາງຄະນະແພດກຳລັງປະເຊີນໃນປະຈຸບັນ ເຊິ່ງເພິ່ນທັງຫຼາຍ ຖືເປັນວິລະບູລຸດທີ່ແທ້ຈິງ. ເພື່ອເປັນການເລີ່ມບາດກ້າວ ໃນການສະໜອງຄວາມຊ່ວຍເຫຼືອ ຢ່າງທັນການ ແກ່ໂຮງໝໍ ແລະ ສູນກວດໂຄວິດ ທີ່ກຳລັງຮັບມືກັບສະຖານະການໃນປະຈຸບັນນີ້, ທະນາຄານ ມາຣູຮານ ເຈແປນ ລາວ ຈະຮີບຮ້ອນ ປະກອບສ່ວນ ຊຸດປ້ອງກັນຕົວທາງການແພດ ຫຼື PPE suit ຈຳນວນ 100 ຊຸດ, ຕຽງນອນໂຮງໝໍແບບເຄື່ອນຍ້າຍໄດ້ ຈຳນວນ

ປະກອບສ່ວນຊ່ວຍເຫຼືອ ຄະນະແພດໝໍ ແລະ ເປີດຕົວ “ກອງທຶນ ຊ່ວຍເຫຼືອ ວິລະບູລຸດຕໍ່ຕ້ານ CoVID19 MJBL” ຂອງ ທະນາຄານ ມາຣູຮານ ເຈແປນ ລາວ ຈຳກັດ. Read More »

ພົບຜູ້ຕິດເຊື້ອໃໝ່ໃນລາວ​ 1​ ຄົນ​ ສັນຊາດອິນໂດເນເຊຍ

ວັນທີ​ 13​ ມີນາ​ 2021​ນີ້​ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19​ ໃຫຮູ້ວ່າ: ໃນວັນທີ 12 ມີນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 466 ຄົນ,​ ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 1 ຄົນ,​ເປັນຜູ້ຕິດເຊື້ອນ້ຳເບີ 49  ເພດຊາຍ,ອາຍຸ 53 ປີ, ສັນຊາດ: ອິນໂດເນເຊຍ, ເຮັດວຽກຢູ່ບໍລິສັດແຫ່ງໜຶ່ງຢູ່ຕ່າງແຂວງ;  ຜູ້ກ່ຽວຈຳກັດບໍລິເວນ ຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນຫຼວງວຽງຈັນ.  ປະຫວັດຂອງຜູ້ກ່ຽວ  ຜູ້ກ່ຽວແຂງແຮງດີ, ບໍ່ມີອາການສະແດງຫຍັງ ແລະ ໄດ້ກວດຊອກຫາໂຄວິດ-19 ຢຸ່ປະເທດອິນໂດເນເຊຍ ກ່ອນເດີນທາງເຂົ້າມາ ສປປ ລາວ ຜົນກວດແມ່ນບໍ່ພົບເຊື້ອ;  ໃນວັນທີ 10 ມີນາ 2021 ໄດ້ເດີນທາງຈາກປະເທດອິນໂດເນເຊຍ ຫາ ປະເທດມາເລເຊຍ

ພົບຜູ້ຕິດເຊື້ອໃໝ່ໃນລາວ​ 1​ ຄົນ​ ສັນຊາດອິນໂດເນເຊຍ Read More »

ອອກໂຮງໝໍແລ້ວ ຜູ້ຕິດເຊື້ອ ທີ່ຈໍາປາສັກ 2 ຄົນ

ໃນຕອນເຊົ້າຂອງວັນທີ13/03/2021ຢູ່ທີສູນຄຸ້ມຄອງກໍລະນີພະຍາດໂຄວິດ19ເມືອງໂພນທອງ ໃດ້ສົ່ງຜູ້ຕິດເຊື້ອຜູ້ທີ44ແລະ45ກັບບ້ານ ເປັນກຽດມອບດອກໃມ້ອວຍພອນ ແມ່ນ ທ່ານ ດຣ ວຽງສີ ສຸພັກດີ ຫົວຫນ້າພະແນກສາທານະສຸກແຂວງ ແລະ ຄະນະອຳນວຍການໂຮງໝໍແຂວງ, ໂຮງໝໍເມືອງ ເຂົ້າຮ່ວມ;  ກໍລະນີ້ຜູ້ຕິດເຊື້ອຜູ້ທີ 44 ແມ່ນເຂົ້າມາກັກໂຕ ແລະ ເຜົ້າຕິດຕາມອາການ ແຕ່ວັນທີ 21/01/21 ແລະ ຜູ້ທີ 45 ແມ່ນເຂົ້າມາສູນໂພນທອງແຕ່ວັນທີ 2/2/21 ລວມມື້ນອນປະມານ 50 ວັນ ຜູ້ຕິດເຊື້ອທັງສອງ ແມ່ນບໍ່ມີອາການສະແດງໃດໃດ ແລະ ໃດ້ກວດຕິດຕາມໂຄວິດເປັນໄລຍະ ແລະ ຜົນກວດ ເປັນລົບ 2ຄັ້ງຕິດຕໍ່ກັນ ຈີ່ງອະນຸຍາດໃຫ້ກັບບ້ານໃດ້    ທ່ານ ດຣ ວຽງສີ ສຸພັກດີ ໃດ້ໃຫ້ທິດທາງໂອ້ລົມ, ການປະຕິບັດໂຕ , ການໃຊ້ຊິວິດປະຈຳວັນ ແລະ ກັກບໍລິເວນຢູ່ບ້ານຕື່ມ 14 ວັນ ຈື່ງມາກວດຄືນ;  ຜູ້ຕິດເຊື້ອທັງສອງກໍລະນີກໍກ່າວຂອບໃຈມາຍັງທ່ານຫົວຫນ້າພະແນກ ພະນັກງານແພດຈາກ ໂຮງຫມໍແຂວງຈຳປາສັກ ແລະ

ອອກໂຮງໝໍແລ້ວ ຜູ້ຕິດເຊື້ອ ທີ່ຈໍາປາສັກ 2 ຄົນ Read More »