ຜູ້ຖືກຈໍາກັດບໍລິເວນໜີອອກຈາກໂຮງແຮມກ່ອນກໍານົດ ຍັງຕິດຕາມຫາບໍ່ພົບ ເປັນພຽງຂ່າວລື

ທ່ານຮສ.ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ຄວບຄຸມໂຄວິດ19 ຖະແຫລງຕໍ່ສືມວນຊົນ ຕອນບ່າຍວັນທີ 27 ພະຈິກນີ້ວ່າ: ໄລຍະຜ່ານມາຄະນະສະເພາະກິດຄວບຄຸມພະຍາດໂຄວິດ19 ແຕ່ລະຂັ້ນ ໄດ້ເອົາໃຈໃສ່ຕິດຕາມ, ຄຸ້ມຄອງ ການປະຕິບັດມາດຕະການຢູ່ສູນຈໍາກັດບໍລິເວນຂອງລັດ, ໂຮງແຮມ ໃຫ້ປະຕິບັດຢ່າງຖືກຕ້ອງ ແລະ ເຂັ້ມງວດຕາມມາດຕະການທີ່ໄດ້ວາງອອກເປັນຕົ້ນແມ່ນບໍ່ໃຫ້ອອກໄປຂ້າງນອກ , ບໍ່ໃຫ້ຄົນພາຍນອກມາພົບ ຫຼື ພົວພັນທັງຈໍາກັດບໍລິເວນໃຫ້ຄົບ 14 ວັນ, ເຊິ່ງຄົນເຈັບທີ່ຕິດເຊື້ອໃໝ່ຈໍານວນ 14ຄົນສຸດທ້າຍນີ້ ທາງຄະນະສະເພາະກິດ ໄດ້ປະຕິບັດມາດຕະການນີ້ໄດ້ ໂດຍບໍ່ໄດ້ແຜ່ເຊື້ອໃສ່ຜູ້ຄົນຢູ່ສູນຈໍາກັດບໍລິເວນນັ້ນ, ໂຮງແຮມນັ້ນ ຫລື ຜູ້ໄປຮັບຕ້ອນແຕ່ຢ່າງໃດ. ຕໍ່ກໍລະນີທີ່ມີຂ່າວລືວ່າ ມີຜູ້ຕິດເຊື້ອຢູ່ໃນໂຮງແຮມ, ມີຄົນທາງນອກໄປພົບ, ໄປໃຫ້ການບໍລິການຜູ້ຕິດເຊື້ອ ແລະ ເອົາເຊື້ອໄປແຜ່ຜາຍໃສ່ຊຸມຊົນ ແຕ່ຍັງຕິດຕາມຫາບໍ່ທັນໄດ້, ມີຜູ້ລັກລອບໜີອອກຈາກສູນກັກບໍລິເວນ ຫລືໂຮງແຮມກ່ອນກໍານົດ, ທ່ານຮສ.ດຣ.ພູທອນ ເມືອງປາກ ຖະແຫລງວ່າ:
“ຂ່າວລືນີ້ແມ່ນບໍ່ມີມູນຄວາມຈິງແຕ່ຢ່າງໃດ. ຄົນເຈັບທີ່ຕິດເຊື້ອສະສົມມີແຕ່ 39ຄົນ ແລະພວມປິ່ນປົວຢູ່ໂຮງໝໍມີ 15ຄົນເທົ່ານັ້ນ.

ສະນັ້ນ, ຂໍໃຫ້ປະຊາຊົນຈົ່ງເຊື່ອໝັ້ນໃນມາດຕະການກວດກາຄົນເຂົ້າເມືອງ, ມາດຕະການໃນການຈໍາກັດບໍລິເວນ, ສິ່ງສໍາຄັນ ຄະນະສະເພາະກິດຂັ້ນສູນກາງ ລວມມີ 4 ຂະແໜງການ ເປັນຕົ້ນຂະແໜງການຂອງກະຊວງການຕ່າງປະເທດ, ກະຊວງໂຍທາທິການ ແລະຂົນສົ່ງ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງສາທາລະນະສຸກ ຕ້ອງໄດ້ຄົ້ນຄວ້າລະອຽດ, ຮັດກຸມໃນການກວດກາຢ່າງເຄັ່ງຄັດ ເພື່ອໂຈະການອອກວິຊາສໍາລັບຜູ້ເດີນທາງມາຈາກປະເທດທີ່ຍັງມີການລະບາດ ຂອງພະຍາດໂຄວິດ19 ຢູ່ໃນຊຸມຊົນ ແລະ ໂຈະການອະນຸມັດຖ້ຽວບິນເຊົ່າເໝົາລໍາ ຈາກປະເທດທີ່ຍັງມີການລະບາດຂອງພະຍາດຢູ່ໃນຊຸມຊົນ, ຍົກເວັ້ນຖ້ຽວບິນມະນຸດສະທໍາ, ໃນນີ້ຕ້ອງໄດ້ກວດກາຢ່າງເຄັ່ງຄັດຕໍ່ຜູ້ໂດຍສານ, ເພື່ອບໍ່ໃຫ້ຜູ້ໂດຍສານຈາກປະເທດທີ່ຍັງມີການລະບາດຂອງພະຍາດໂຄວິດ19 ມານໍາຖ້ຽວບິນມະນຸດສະທໍານັ້ນ.”

ປະຈຸບັນສັງເຫດເຫັນວ່າຫລາຍພາກສ່ວນໃນສັງຄົມ ຍັງລະເຫລີງຕໍ່ມາດຕະການ ປ້ອງກັນການລະບາດຂອງພະຍາດນີ້, ສະນັ້ນຄະນະສະເພາະກິດຈຶ່ງສະເໜີໃຫ້ກະຊວງປ້ອງກັນປະເທດເອົາໃສ່ ຕິດຕາມ, ກວດກາການລັກລອບເຂົ້າເມືອງແບບຊະຊາຍ ໂດຍບໍ່ຜ່ານດ່ານຊາຍແດນ, ເພື່ອບໍ່ໃຫ້ມີຄວາມສ່ຽງໃນການນໍາເອົາພະຍາດເຂົ້າມາແຜ່ຜາຍຢູ່ປະເທດເຮົາ, ພ້ອມກັນນັ້ນອໍານາດການປົກຄອງທຸກຂັ້ນ, ຊຸມຊົນ, ຄອບຄົວ ຕ້ອງເອົາໃຈໃສ່ຮ່ວມກັນໃນການຈັດງານບຸນປະເພນີ, ການສະເຫລີມສະຫລອງວັນສໍາຄັນຕ່າງໆ, ກິດຈະກໍາແຂ່ງຂັນກິລາ ຕ້ອງໄດ້ກໍານົດເປົ້າໝາຍເຂົ້າຮ່ວມໃນລະດັບທີ່ມີຄວາມເໝາະສົມ, ບໍ່ໃຫ້ແອອັດເກີນໄປ ພ້ອມທັງປະຕິບັດມາດຕະການກວດ, ເຊັກຮ່າງກາຍກ່ອນຈະເຂົ້າໄປໃນງານນັ້ນ, ເພື່ອພ້ອມກັນຜ່ານວິກິດນີ້ໃຫ້ໄດ້ ປ້ອງກັນບໍ່ໃຫ້ມີການລະບາດຂອງພະຍາດໂຄວິດ19 ຢູ່ໃນຊຸມຊົນຂອງບ້ານເຮົາ.

The detainee stole the abscess from the hotel ahead of schedule, still not found, just a rumor.

Assoc. Prof. Dr. Phuthon, MEUONGPAK , Deputy Minister of Health, a member of the Covid-19 Task Force, told the media on the afternoon of November 27 that: In the past, the Covid-19 Disease Control Task Force at each level has focused on monitoring and managing the implementation of measures at the state restricted centers, the hotel must comply with the measures set out, such as not to go out, not to let outsiders to meet or relations and limit the area for a full 14 days. In the last 14 cases, the task force was able to carry out this measure without spreading the virus to others at the restricted area, the hotel or the receptionist.  In the case of the rumored case of an infected person in a hotel, an outsider saw them, provided services to the infected person and spread the virus to the community, but could be traced not yet. In the case of the rumored case of an infected person in a hotel, an outsider was found, went to provide services to the infected person and spread the virus to the community but could not be traced, the case of infected covid-19 was stolen from a detention center or hotel ahead of schedule, Assoc. Prof. Dr. Phuthon, MEUONGPAK, statement said: “This rumor is not true at all. Patients infected with accumulated 39 and 15 were treated in hospital only.

Therefore, let the people believe in immigration measures, measures to restrict the area, the importance of the Central Task Force includes four areas such as: Ministry of Foreign Affairs, Ministry of Public Works and Transport, Ministry of Public Security and Ministry of Health to research detailed oriented inspect strictly to suspend issued for travel from country to outbreaks of disease Covid-19 in the community and suspend the approval of charter flights from countries where the disease is still endemic in the community, except for humanitarian flights, which must be strictly inspected for passengers,  prevent passengers from countries where there are outbreaks of disease Clovis 19 lead flight humanitarian one. ”

It is now observed that many sections of society are still neglecting measures to prevent the spread of this disease. So, the task force asked the Ministry of Defense to monitor put tracking, monitoring illegal immigration law. Therefore, in order to prevent the risk of disease spreading in our country, the authorities at all levels, communities, families must put together organize the festival tradition, celebrations, sports of all kinds must set goals the participants at the appropriate level, should not too crowded and carry out check-ups before entering the event, to simultaneously overcome this crisis to prevent an outbreak of covid-19 in our community.