ຄະນະສະເພາະກິດ ອອກມາດຕະການໃໝ່ ບຸກຄົນທີ່ເດີນທາງເຂົ້າມາໃນ ສປປ ລາວ

ຄະນະສະເພາະກິດ ອອກມາດຕະການໃໝ່ ບຸກຄົນທີ່ເດີນທາງເຂົ້າມາໃນ ສປປ ລາວ ຈະຕ້ອງໃສ່ອຸປະກອນຕິດຕາມທາງການແພດເພື່ອໃຫ້ສາມາດຕິດຕາມການເຄື່ອນໄຫວຂອງບຸກຄົນດັ່ງກ່າວໄດ້ໃນຂອບເຂດ 14 ວັນ.

ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາ ລະນະສຸກ ໄດ້ຕາງໜ້າໃຫ້ຄະນະສະເພາະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 22 ທັນວາຜ່ານມາ ທີ່ກະຊວງສາທາລະນະສຸກວ່າ:  ເນື່ອງຈາກສະພາບການລະບາດຂອງພະຍາດ COVID-19 ຍັງບໍ່ມີທ່າອ່ຽງຫຼຸດລົງ ແລະ ບາງປະເທດມີການລະບາດຮອບໃໝ່ ຍິ່ງໄປກວ່ານັ້ນ ມີການກາຍພັນເປັນພັນທີ່ຮ້າຍແຮງຂຶ້ນກວ່າເກົ່າ, ການແຜ່ເຊື້ອ ຈະມີຄວາມໄວຂຶ້ນ ແລະ ສະຫຼັບສັບຊ້ອນ ກວ່າສາຍພັນເດີມ, ການກວດເຫັນຜູ້ຕິດເຊື້ອປັດຈຸບັນນີ້ ສ່ວນຫຼາຍ ບໍ່ມີອາການ ຊຶ່ງເຮັດໃຫ້ການປ້ອງກັນ, ຄວບຄຸມ ຍິ່ງເພີ່ມຄວາມຫຍຸ້ງຍາກສັບສົນ ຂຶ້ນຕື່ມ.

ສະນັ້ນ ລັດຖະບານ ຈຶ່ງ​ຮຽກຮ້ອງ​ໃຫ້​ພົນລະເມືອງ​ລາວ ແລະ ຜູ້​ທີ່​ດຳລົງ​ຊີວິດ ຢູ່ ສປປ ລາວ ຕ້ອງ​ເພີ່ມ​ສະຕິ​ລະວັງ​ຕົວ ໃຫ້​ສູງ​ກວ່າ​ເກົ່າ ແລະ ສູງ​ກວ່າ ທີ່​ເປັນ​ຢູ່​ໃນ​ປັດຈຸບັນ ຊຶ່ງ​ມາດ​ຕະການ​ສຳລັບໄລຍະ​ແຕ່​ວັນ​ທີ 23 ທັນວາ 2020 ຫາ ວັນ​ທີ 31 ມັງກອນ 2021 ມີ​ດັ່ງນີ້:

ໃຫ້ສືບຕໍ່ໂຈະການອະນຸມັດຖ້ຽວບິນເໝົາລຳຈາກປະເທດ ຫຼື ຂົງເຂດ ທີ່ມີການລະບາດ ຂອງພະຍາດ COVID-19 ຢູ່ພາຍໃນ, ຍົກເວັ້ນ ຖ້ຽວບິນເພື່ອມະນຸດສະທໍາ ທີ່ມີຄວາມຈໍາເປັນ ແຕ່ຕ້ອງໄດ້ມີການຄົ້ນຄວ້າລະອຽດຮັດກຸມ ແລະ ກວດກາຢ່າງເຄັ່ງຄັດ ເປັນແຕ່ລະກໍລະນີ. ພ້ອມກັນນີ້, ກໍໃຫ້ກວດກາຜູ້ໂດຍສານຖ້ຽວບິນ ເໝົາລຳຈາກປະເທດບໍ່ມີການລະບາດຂອງ ພະຍາດ COVID-19 ຢູ່ພາຍໃນ ທີ່ໄດ້ຮັບອະນຸຍາດ, ເດັດຂາດບໍ່ໃຫ້ມີຜູ້ໂດຍສານຜ່ານຈາກປະເທດທີ່ມີການລະບາດຂອງພະຍາດ COVID-19 ຢູ່ພາຍໃນມານໍາຖ້ຽວບິນເໝົາລໍາດັ່ງກ່າວ.ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມ ໃຫ້ແກ່ຄົນຕ່າງປະເທດ. ສໍາລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ ທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ສາມາດເຂົ້າມາປະຕິບັດວຽກງານ ຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆໄດ້ ແຕ່ຕ້ອງໄດ້ຮັບອະ ນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະການປ້ອງກັນຢ່າງເຂັ້ມງວດ ເປັນຕົ້ນ ຕ້ອງມີໃບຢັ້ງຢືນການກວດເຊື້ອ COVID-19 ດ້ວຍເຄື່ອງ PCR 72 ຊົ່ວໂມງກ່ອນເດີນທາງ ໂດຍມອບໃຫ້ສາຍການບິນເປັນຜູ້ກວດກາຕົວຈິງ ແລະ ເມື່ອມາຮອດ ສປປ ລາວ ແລ້ວ ຕ້ອງໄດ້ກວດເຊື້ອພະຍາດ COVID-19 ດ້ວຍເຄື່ອງ PCR ແລະ ກັກກັນຕົວ ຢູ່ສູນ ຫຼື ໂຮງແຮມ ທີ່ລັດຖະບານກຳນົດໃຫ້ຄົບ 14 ວັນ.

ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສຳລັບການເຂົ້າ-ອອກຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ. ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດ ຈາກລັດຖະບານໃຫ້ ລົດຂົນສົ່ງສິນຄ້າ ເຂົ້າ-ອອກໄດ້, ແຕ່ຕ້ອງໄດ້ຮັບການສີດຢາຂ້າເຊື້ອພະຍາດຕາມເຕັກນິກຂອງຂະແໜງການກ່ຽວຂ້ອງກຳນົດ.

ສືບຕໍ່ປິດດ່ານສາກົນສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນພົນ ລະເມືອງລາວ ແລະ ຊາວຕ່າງ ປະເທດ ທີ່ມີຄວາມຈຳເປັນຮີບດ່ວນ ໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະ ນຸຍາດຈາກຄະນະສະເພາະກິດ. ສໍາລັບການຂົນສົ່ງສິນຄ້າ ຜ່ານດ່ານສາກົນ ແມ່ນສາມາດເຂົ້າ-ອອກໄດ້ຄືດັ່ງໄດ້ປະຕິບັດຜ່ານມາ ໃນເງື່ອນໄຂປ້ອງກັນການແຜ່ເຊື້ອ.

ບໍ່ອະນຸຍາດໃຫ້ຈັດງານຄອນເສີດ ແລະ ງານລາຕີສະໂມສອນ. ສ່ວນງານສະຫຼອງປີໃໝ່ສາກົນທີ່ຈະມາເຖິງນີ້ ໃຫ້ສະຫຼອງຢູ່ກັບເຮືອນ ພາຍໃນຄອບຄົວຂອງໃຜລາວ. ການສູດມົນຂ້າມປີ ຫາກຈະຈັດ ໃຫ້ຈັດແບບກະທັດຮັດ ແລະ ຕ້ອງປະຕິບັດຕາມມາດຕະການປ້ອງກັນການແຜ່ລະບາດຂອງພະຍາດ COVID- 19 ທີ່ຄະນະສະເພາະກິດວາງອອກ ຢ່າງ ເຂັ້ມງວດ. ສໍາລັບງານດອງ ກໍໃຫ້ຈັດແບບກະທັດຮັດ ແລະ ປະຢັດມັດທະຍັດ ຕາມຮີດຄອງປະ ເພນີອັນດີງາມຂອງລາວເຮົາ ແລະ ປະຕິບັດຕາມມາດຕະການປ້ອງກັນ ການແຜ່ລະບາດ ຂອງພະຍາດ COVID- 19 ທີ່ຄະນະສະເພາະກິດວາງອອກ.

ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່ ໃຫ້ທຸກຄົນໃຫ້ສັງຄົມ ເຂົ້າໃຈວ່າ ເຖິງແມ່ນວ່າ ປະເທດເຮົາ ບໍ່ມີການລະບາດ ຂອງພະຍາດ COVID-19 ຢູ່ພາຍໃນກໍຕາມ ແຕ່ຢູ່ບາງປະເທດໃກ້ຄຽງ ແລະ ຫຼາຍປະເທດໃນໂລກ ຍັງມີການລະບາດຮຸນແຮງ, ຍ້ອນແນວນັ້ນ ໃຫ້ພົນລະເມືອງລາວ ແລະ ທຸກຄົນທີ່ອາໄສຢູ່ ສປປ ລາວ ຕ້ອງຍົກສູງສະຕິຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ຢ່າງເປັນເຈົ້າການຮ່ວມກັນ.

ສະເໜີໃຫ້ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ທ້ອງຖິ່ນກ່ຽວຂ້ອງ ເພີ່ມທະວີການຕິດ ຕາມກວດກາ ການເຂົ້າ-ອອກ ຢູ່ດ່ານ, ລາດຕະເວນ ຕາມຊາຍແດນ ເພື່ອຮັບປະກັນບໍ່ໃຫ້ມີການເຂົ້າ-ອອກແບບຊະຊາຍ ຫຼື ມີການລັກລອບເຂົ້າ-ອອກ ບໍ່ຜ່ານດ່ານຊາຍແດນ ເພື່ອຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການນໍາເຊື້ອພະຍາດເຂົ້າມາແຜ່ລະບາດໃນຊຸມຊົນ.

ສະເໜີໃຫ້ອົງການປົກຄອງແຕ່ລະຂັ້ນ ສືບຕໍ່ເພີ່ມທະວີບົດບາດການຄຸ້ມຄອງ, ການຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ໃນຂອບເຂດທີ່ຕົນຮັບຜິດຊອບ ແລະ ລາຍງານໃຫ້ຂັ້ນເທິງຂອງຕົນຊາບຢ່າງເປັນປົກກະຕິ ແລະ ທັນເວລາ.

ບຸກຄົນທີ່ເດີນທາງເຂົ້າມາໃນ ສປປ ລາວ ຈະຕ້ອງໃສ່ອຸປະກອນຕິດຕາມທາງການແພດ ເພື່ອໃຫ້ສາມາດຕິດຕາມການເຄືີ່ອນໄຫວຂອງບຸກຄົນດັ່ງກ່າວໄດ້ ໃນຂອບເຂດ 14 ວັນ. ຄະນະສະເພາະກິດ ຈະຄົ້ນຄວ້າລະບຽບການ ແລະ ຄິດໄລ່ຄ່າໃຊ້ຈ່າຍໃນການນຳໃຊ້ອຸປະກອນ ຕິດຕາມດັ່ງກ່າວ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຕົວຈິງ.

ປັບປຸງ ແລະ ຟື້ນຟູຄືນບັນດາສະຖານທີ່ຈຳກັດບໍລິເວນ ຢູ່ສູນກາງ ແລະ ຢູ່ແຕ່ລະທ້ອງ ຖິ່ນທີ່ມີແລ້ວ, ພ້ອມກັນນັ້ນ ກໍໃຫ້ເພີ່ມສະຖານທີ່ໃໝ່ຕື່ມ ເພື່ອເປັນບ່ອນຈໍາກັດບໍລິເວນ ແລະ ປິ່ນປົວຜູ້ຕິດເຊື້ອ ໃນກໍລະນີທີ່ມີຜູ້ເດີນທາງເຂົ້າມາຈາກ ຕ່າງປະເທດເປັນຈໍານວນຫຼາຍ ໂດຍສະເພາະແຮງງານລາວ ທີ່ຕົກຄ້າງຢູ່ຕ່າງປະເທດ.

ໃຫ້ບັນດາຂະແໜງ ການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນເພີ່ມທະວີ ການຕິດຕາມ ກວດກາສະຖານ ທີ່ຈຳກັດບໍລິເວນ ທີ່ຕິດພັນກັບການປະຕິບັດມາດຕະການ ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ.

ພ້ອມ​ນີ້, ຕ້ອງ​ກໍາ​ນົດ​ມາດ​ຕະການ​ຕໍ່​ຜູ້​ທີ່​ລະເມີດ ຂໍ້​ຫ້າມ​ຕ່າງໆ ຂອງ​ຄະນະ​ສະເພາະ​ກິດ ແຕ່​ລະ ຂັ້ນ ຢ່າງ​ເຄັ່ງ​ຄັດ.ໃຫ້ຄົ້ນຄວ້າ ແລະ ກຳນົດໃຫ້ລະອຽດ ເງື່ອນໄຂໃນການຊື້ປະກັນໄພ COVID-19 ສຳລັບຄົນຕ່າງປະເທດທີ່ຈະເດີນທາງເຂົ້າມາ ສປປ ລາວ.

ໃຫ້ຄະນະສະເພາະກິດ ສືບຕໍ່ປະສານກັບປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຕິດຕາມການຄົ້ນຄວ້າວັກຊິນປ້ອງກັນພະຍາດດັ່ງກ່າວ ທີ່ປັດຈຸບັນຍັງຢູ່ໃນໄລຍະທົດລອງ ເພື່ອໃຫ້ໄດ້ມານຳໃຊ້ໃນປະເທດເຮົາ, ຄາດຄະເນໃຫ້ໄດ້ນໍາໃຊ້ໄວເທົ່າທີ່ຈະໄວໄດ້. ຄະນະສະເພາະກິດ ຕ້ອງໄດ້ສ້າງແຜນການຈັດຫາ ແລະ ນຳໃຊ້ຢາວັກຊິນດັ່ງກ່າວ ມາບໍລິການໃຫ້ປະຊາຊົນ ຢ່າງທົ່ວເຖິງ.