ຊີ້ແຈງກ່ຽວກັບການເກັບຄ່າບໍລິການ 1,2ລ້ານກີບ\ຄັ້ງ ກວດວິເຄາະໂຄວິດ-19

ພາຍຫລັງກະຊວງສາທາລະນະສຸກ ໄດ້ອອກແຈ້ງການກ່ຽວກັບການເກັບຄ່າບໍລິການ ກວດວິເຄາະພະຍາດໂຄວິດ-19 ກໍເກີດຫາງສຽງຂອງສັງຄົມຕໍ່ກັບບັນຫາດັ່ງກ່າວ ເພາະວ່າໃນໄລຍະຜ່ານມາແມ່ນບໍ່ໄດ້ເສຍຄ່າບໍລິການໃດໆ ແລະ ຕໍ່ບັນຫານີ້ ທ່ານ ຮສ.ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກໄດ້ ຕາງຫນ້າໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ້ ພະຍາດໂຄວິດ-19 ຊີ້ແຈງວ່າ:

ຜ່ານມາອຸປະກອນ ແລະ ເຄມີທີ່ນໍາໃຊ້ເຂົ້າໃນການກວດວິເຄາະພະຍາດໂຄວິດ-19ນັ້ນ,  ສ່ວນຫລາຍແມ່ນໄດ້ຮັບການຊ່ວຍເຫລືອຈາກປະເທດເພື່ອນມິດ ແລະ ສາກົນ, ແຕ່ ປະຈຸບັນແມ່ນມີຈໍານວນຈໍາກັດ, ໃນຄະນະດຽວກັນຜູ້ໃຫ້ການຊ່ວຍເຫລືອ ກໍ່ຢາກໃຫ້ສປປ ລາວ ກຸ້ມຕົນເອງຕໍ່ໄປ

ດັ່ງນັ້ນ, ຈື່ງໄດ້ສະເໜີໃຫ້ຄະນະສະເພາະກິດ ກໍ່ຄືລັດຖະບານ ວ່າເຮົາຄວນຄິດໄລ່ຕົ້ນທືນເພື່ອມາຊື້ແທນຄືນ, ເພາະວ່າ ການກວດວິເຄາະ ແຕ່ລະຄັ້ງ ບໍ່ແມ່ນພຽງແຕ່ນໍ້າຢາເທົ່ານັ້ນ, ແຕ່ຍັງມີເຄື່ອງ PPE ທີ່ພະນັກງານກວດກາຈະຕ້ອງໄດ້ໃຊ້ ເຊີ່ງຊຸດໜື່ງກໍ່ມີລາຄາສູງເຖິງ 35 ໂດລາສະຫະລັດ; ໃນແຕ່ລະມື້ແມ່ນໄດ້ໃຊ້ຈໍານວນຫຼາຍຊຸດ, ນອກນັ້ນ ກໍ່ຍັງມີອຸປະກອນອື່ນໆອີກ ແລະ ເຫັນວ່າການກວດວິເຄາະພະຍາດໂຄວິດ-19 ແມ່ນຈໍາເປັນທີ່ຈະຕ້ອງໄດ້ເກັບຄ່າບໍລິການ ໂດຍສະເພາະແມ່ນນັກທຸລະກິດ ທີ່ຈະເດີນທາງໄປຕ່າງປະເທດເພື່ອທຸລະກິດຂອງຕົນເອງ ແລະ ຜູ້ທີ່ມີເງື່ອນໄຂທີ່ຈະຈ່າຍໄດ້, ແຕ່ກໍລະນີສົງໃສ ແລະ ກຸ່ມເປົ້າໝາຍແມ່ນບໍ່ໄດ້ເສຍຄ່າ; ຕາມຂໍ້ຕົກລົງຂອງກະຊວງສາທາລະນະສຸກ ເລກທີ 3439\ສທ ລົງວັນທີ 22 ທັນວາ 2020 ລະບຸໄວ້ວ່າ: ຄ່າບໍລິການກວດວິເຄາະພະຍາດໂຄວິດ-19ແມ່ນ 1,2 ລ້ານກີບ\ຄັ້ງ, ເຊີ່ງກຸ່ມຄົນທີ່ຈະຕ້ອງໄດ້ຈ່າຍແມ່ນ: ບຸກຄົນທີ່ຈະເດີນທາງເຂົ້າ-ອອກ ຕາມດ່ານສາກົນ ແລະ ທ້ອງຖິ່ນທີ່ໄດ້່ຮັບອະນຸຍາດເຊັ່ນ: ນັກການທູດຕ່າງປະເທດ, ພະນັກງານອົງການຈັດຕັ້ງສາກົນ, ນັກທຸລະກິດ( ລາວ, ຕ່າງປະເທດ),​ລວມທັງແຮງງານລາວທີ່ຈະເດີນທາງອອກໄປຕ່າງປະເທດ.

Clarification about 1,2 million kip\ the test Covid-19

 

After the Ministry of Health has issued a notice on fee test disease Covid-19 was big social problems such as that in the past was not charged for any problems you Assoc. Prof. Dr. Bounkong SYHAVONG, Minister of the Ministry of Health on behalf of the Committee for the Prevention and Disease Control Covid-19 explains: In the past, the equipment and chemicals used to diagnose the disease were mostly assisted by friendly and international countries.   But now is limited, while the same would really like to help her independence and self-sufficiency next;

Therefore, we have asked the special committee as well as the government that we should calculate the cost to buy back. Because each analysis is not only liquids only, there are also PPEs that inspectors will need to use, which can cost up to US $ 35. Each day is spent many sets, In addition, there are other devices and it is seen that the test of Covid-19 is necessary to charge a fee, especially for business people who will go abroad for their own business and those who can afford to pay. But  cases where the target is free. According to the Decision of the Ministry of Health No. 3439 dated 22 December 2020 states that: Fee test disease Clovis is -19 1.2 million \ times, which people will have to pay are: Persons entering and exiting at authorized international and local checkpoints such as: Foreign diplomats, staff of international organizations, businessmen( Laos and foreign) Including Lao workers who will travel abroad.