ລາວຈະໄດ້ຮັບວັກຊິນ COVID-19

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບສະພາບການແຜ່ລະບາດ ແລະ ຢາວັກຊິນປ້ອງກັນພະຍາດໂຄວິດ-19 ເມື່ອວັນທີ 16 ທັນວາ 2020 ວ່າ:  ພາຍໃນປີ 2021 ນີ້ລາວຈະໄດ້ຊົມໃຊ້ຢາວັກຊິນປ້ອງກັນພະຍາດໂຄວິດ-19 ຢ່າງແນ່ນອນ ແລະ ຖືວ່າເປັນຂ່າວດີ, ຢາວັກຊິນກ່ຽວກັບການປ້ອງກັນພະຍາດນີ້ມີການຄິດຄົ້ນຢູ່ທົ່ວໂລກປະມານ 209 ຊະນິດ, ແຕ່ໄດ້ຖືກຮັບຮອງເອົາພຽງ 10 ຊະນິດ, ສະເພາະຢາວັກຊິນທີ່ຈະມາໃຊ້ຢູ່ລາວນີ້ ແມ່ນຢາວັກຊິນທີ່ຜະລິດຢູ່ປະເທດອັງກິດ ຊຶ່ງມີຄຸນນະພາບໃນການປ້ອງກັນ ແລະ ຕ້ານພະຍາດນີ້ສູງ ເຖິງ 95%.

ທ່ານ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ກ່າວຕື່ມວ່າ: ສະເພາະຜູ້ທີ່ຕິດເຊື້ອໂຄວິດ-19 ທີ່ນອນປິ່ນປົວຢູ່ໂຮງໝໍມິດຕະພາບແມ່ນຍັງເຫຼືອພຽງແຕ່ 5 ຄົນ ພາຍຫຼັງທີ່ຜູ້ຕິດເຊື້ອກໍລະນີທີ 34 ແລະ 38 ໄດ້ອອກຈາກໂຮງໝໍໃນວັນທີ 16 ທັນວາ 2020 , ນັບແຕ່ມີການແຜ່ເຊື້ອຂອງພະຍາດນີ້ ສປປ ລາວພົບຜູ້ຕິດເຊື້ອສະສົມຈາກພະຍາດນີ້ 41 ກໍລະນີ ແຕ່ ບໍ່ມີຜູ້ເສຍຊີວິດ.

ສະພາບການແຜ່ລະບາດຂອງພະະຍາດໂຄວິດ-19 ຮອດ 5 ໂມງແລງ ຂອງວັນທີ 15 ທັນວາ 2020, ໄດ້ຮັບລາຍງານວ່າທົ່ວໂລກຍັງມີການແຜ່ລະບາດຂອງພະຍາດນີ້ຢູ່ 210 ປະເທດ, ມີຜູ້ຕິດເຊື້ອຫຼາຍກວ່າ 73 ລ້ານຄົນ, ເສຍຊີວິດແລ້ວຫຼາຍກວ່າ 1,6 ລ້ານຄົນ, ປະເທດສະຫະລັດອາເມລິກາ ມີຜູ້ຕິດເຊື້ອຫຼາຍກວ່າປະເທດອື່ນມີຈໍານວນຜູ້ຕິດເຊື້ອຫຼາຍກວ່າ 17 ລ້ານກວ່າຄົນ, ຮອງລົງມາ ແມ່ນປະເທດອິນເດຍມີຜູ້ຕິດເຊື້ອສະສົມຈໍານວນ 9 ລ້ານກວ່າຄົນ.

ຖືເປັນຂ່າວດີຈາກ ກົມຄວບຄຸມພະຍາດຕິດຕໍ່ ແຈ້ງໃຫ້ຮູ້ວ່າ ລາວຈະໄດ້ໃຊ້ຢາວັກຊິນປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ພາຍໃນໃນປີ 2021 ນີ້, ສ່ວນວ່າການແຜ່ລະບາດຂອງພະຍາດໂຄວິດ-19 ຈະຢຸດຈຶ້ງ, ຫຼຸດລົງ ຫຼື ເພີ່ມຂຶ້ນ ນັ້ນຍັງບໍ່ຮູ້ ຍ້ອນວ່າປັດຈຸບັນນີ້ຫຼາຍປະເທດໄດ້ເຂົ້າສູ່ລະດູໜາວຊຶ່ງເປັນລະດູທີ່ເອື້ອອໍານວຍໃຫ້ແກ່ການຊຶມເຊື້ອ ຫຼື ການແຜ່ລະບາດຂອງພະຍາດນີ້ ບວກກັບຫຼາຍປະເທດຍັງມີມາດຕະການປ້ອງກັນພະຍາດນີ້ຍັງບໍ່ທັນເຂັ້ມແຂງ ແລະ ຮັດກຸມ.

 

Lao PDR will receive the COVID-19 vaccine

 

Dr. Rattanaxay PHETSOUVANH, Director General of the Department of Communicable Disease Control, Ministry of Health, made a statement on the epidemic situation and the covid-19 vaccine on December 16, 2020: In 2021, Lao PDR will definitely use the covid-19 vaccine and the good news is that there are about 209 covid-19 vaccines available worldwide, but has adopted only 10 species.The vaccine to be used in Lao PDR is a vaccine made in the United Kingdom, which has a quality of prevention and control of this disease up to 95%.
The head of the Department of Communicable Disease Control added: Those infected Covid-19 treated in hospital friendship remaining only 5 patients, after infection of 34 and 38 out of the hospital on December 16, 2020, since the spread of this disease in Laos found infected accumulation of disease, 41 cases but no deaths.
Condition outbreaks covid-19 during December 15, 2020, at 5 p.m. The reported global outbreak of the disease in 210 countries has infected more than 73 million people, killed more than 1.6 million people, the United States has infected more than any other country with the number of infected more than 17 million, followed by India with infected accumulation of 9 million people.
Good news from the Department of Communicable Disease Control Lao PDR to be vaccinated against covid-19 by 2021 for covid-19 outbreaks to will stop, decrease or increase that still do not know, because now many countries into winter, a season favorable to infection or spread of disease, plus many countries have measures to prevent this disease is still fragile and oriented.