Dr.Khamvanh

Dr.Khamvanh

ຄະນະສະເພາະກິດ ອອກມາດຕະການໃໝ່ ບຸກຄົນທີ່ເດີນທາງເຂົ້າມາໃນ ສປປ ລາວ

ຄະນະສະເພາະກິດ ອອກມາດຕະການໃໝ່ ບຸກຄົນທີ່ເດີນທາງເຂົ້າມາໃນ ສປປ ລາວ ຈະຕ້ອງໃສ່ອຸປະກອນຕິດຕາມທາງການແພດເພື່ອໃຫ້ສາມາດຕິດຕາມການເຄື່ອນໄຫວຂອງບຸກຄົນດັ່ງກ່າວໄດ້ໃນຂອບເຂດ 14 ວັນ. ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາ ລະນະສຸກ ໄດ້ຕາງໜ້າໃຫ້ຄະນະສະເພາະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 22 ທັນວາຜ່ານມາ ທີ່ກະຊວງສາທາລະນະສຸກວ່າ:  ເນື່ອງຈາກສະພາບການລະບາດຂອງພະຍາດ COVID-19 ຍັງບໍ່ມີທ່າອ່ຽງຫຼຸດລົງ ແລະ ບາງປະເທດມີການລະບາດຮອບໃໝ່ ຍິ່ງໄປກວ່ານັ້ນ ມີການກາຍພັນເປັນພັນທີ່ຮ້າຍແຮງຂຶ້ນກວ່າເກົ່າ, ການແຜ່ເຊື້ອ ຈະມີຄວາມໄວຂຶ້ນ ແລະ ສະຫຼັບສັບຊ້ອນ ກວ່າສາຍພັນເດີມ, ການກວດເຫັນຜູ້ຕິດເຊື້ອປັດຈຸບັນນີ້ ສ່ວນຫຼາຍ ບໍ່ມີອາການ ຊຶ່ງເຮັດໃຫ້ການປ້ອງກັນ, ຄວບຄຸມ ຍິ່ງເພີ່ມຄວາມຫຍຸ້ງຍາກສັບສົນ ຂຶ້ນຕື່ມ. ສະນັ້ນ ລັດຖະບານ ຈຶ່ງ​ຮຽກຮ້ອງ​ໃຫ້​ພົນລະເມືອງ​ລາວ ແລະ ຜູ້​ທີ່​ດຳລົງ​ຊີວິດ ຢູ່ ສປປ ລາວ ຕ້ອງ​ເພີ່ມ​ສະຕິ​ລະວັງ​ຕົວ ໃຫ້​ສູງ​ກວ່າ​ເກົ່າ ແລະ ສູງ​ກວ່າ ທີ່​ເປັນ​ຢູ່​ໃນ​ປັດຈຸບັນ ຊຶ່ງ​ມາດ​ຕະການ​ສຳລັບໄລຍະ​ແຕ່​ວັນ​ທີ 23 ທັນວາ 2020 ຫາ ວັນ​ທີ […]

ຄະນະສະເພາະກິດ ອອກມາດຕະການໃໝ່ ບຸກຄົນທີ່ເດີນທາງເຂົ້າມາໃນ ສປປ ລາວ Read More »

ກະຊວງສາທາ ນຳເຄື່ອງຜະລິດນ້ຳສະອາດໄປຜະລິດແຈກໃຫ້ພໍ່ແມ່ຜູ້ຖືກໄພນ້ຳຖ້ວມ

ວັນທີ 27 ຕຸລາ 2020 ນີ້ ທ່ານ ຮສຈ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ດຣ ແສງດາວ ສີດາໄລ ຫົວໜ້າພະແນກ ສາທາລະນະສຸກແຂວງ ພ້ອມດວ້ຍຄະນະ ໄດ້ນຳເອົາກະຕຸກໃສ່ນ້ຳ 20 ລິດ ມີກັອກ ຈຳນວນ 100 ໜ່ວຍ, ກະຕຸກນ້ຳ 10 ລິດ 100 ໜ່ວຍ, ຄຸນ້ຳ 10 ລິດ 50 ໜ່ວຍ, ໂອຕັກນ້ຳ 50 ອັນ ພ້ອມດ້ວຍ ຢາປົວພະຍາດຫລາຍລາຍການ ລວມມູນຄ່າ 5 ລ້ານກວ່າກີບ ມາມອບໃຫ້ອຳນາດການປົກຄອງ ເມືອງສອງຄອນ ເພື່ອນຳໄປຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ. ນອກນີ້ ຍັງໄດ້ນຳເອົາເຄື່ອງຜະລິດນ້ຳດື່ມສະອາດ ໄປຕັ້ງຢູຫ້ອງການບ້ານລະຫານ້ຳ ເພື່ອໃຫ້ບໍລິການ ພໍ່ແມ່ປະຊາຊົນ ໃນເຂດທີ່ໄດ້ຮັບຜົນກະທົບ ຄື: ເຂດກຸ່ມບ້ານ 11

ກະຊວງສາທາ ນຳເຄື່ອງຜະລິດນ້ຳສະອາດໄປຜະລິດແຈກໃຫ້ພໍ່ແມ່ຜູ້ຖືກໄພນ້ຳຖ້ວມ Read More »

ລັດຈະເລັ່ງໃສ່ປັບປຸງຈັນຍາບັນຂອງແພດໝໍຢູ່ໂຮງໝໍລັດ

ລັດຖະບານລາວຈະເລັ່ງໃສ່ປັບປຸງຈັນຍາບັນຂອງແພດໝໍຢູ່ໂຮງໝໍລັດ ໂດຍສະເພາະໃນວຽກງານການບໍລິການໃນດ້ານຕ່າງໆ ເຊັ່ນ: ການຕ້ອນຮັບ, ການປາກເວົ້າຂອງແພດໝໍຕໍ່ຄົນເຈັບ, ການປິ່ນປົວທີ່ມີຄຸນນະພາບ ແລະ ອື່ນໆຂອງແພດໝໍຢູ່ໂຮງໝໍລັດຈໍານວນໜຶ່ງເພື່ອຫຼຸດຜ່ອນສຽງຈົ່ມວ່າຈາກສັງຄົມ ແລະ ເພື່ອໃຫ້ເທົ່າທຽມກັບການບໍລິການຂອງແພດໝໍບັນດາປະເທດໃກ້ຄຽງ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານແຜນຂອງລັດຖະບານໃນການປະຕິຮູບ ແລະ ປັບປຸງໂຮງໝໍລັດ ຕໍ່ຄະນະລັດຖະບານ ແລະ ສະມາຊິກສະພາແຫ່ງຊາດ ທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ໄດ້ໄຂຂຶ້ນເມື່ອບໍ່ດົນມານີ້ວ່າ: ຕ້ອງໄດ້ປັບປຸງການບໍລິການຂອງແພດໝໍຢູ່ໂຮງໝໍລັດຈໍານວນໜຶ່ງທີ່ຍັງມີສຽງຈົ່ມວ່າຈາກສັງຄົມ ແລະ ຍັງບໍ່ທັນເປັນເຈົ້າການປັບປຸງຄຸນນະພາບຢ່າງ ຮອບດ້ານຖ້າທຽບກັບປະເທດໃກ້ຄຽງ, ແພດໝໍຢູ່ໂຮງໝໍລັດຈໍານວນໝຶ່ງ ຍັງບໍ່ຖືໂອກາດໃນໄລຍະປິດປະເທດເພາະການແຜ່ລະບາດຂອງພະຍາດໂຄວິດ-19 ປັບປຸງຕົນເອງໃຫ້ມີຄຸນນະພາບ ແລະ ພິສູດຕົວເອງໃຫ້ສັງຄົມຍອມ ຮັບ ແລະ ເພີ່ງພໍໃຈ ໃນການບໍລິການເພື່ອໃຫ້ຄົນເຈັບຫັນມາໃຊ້ບໍລິການປິ່ນປົວຢູ່ໂຮງໝໍພາຍໃນໃຫ້ຫຼາຍຂຶ້ນ.

ລັດຈະເລັ່ງໃສ່ປັບປຸງຈັນຍາບັນຂອງແພດໝໍຢູ່ໂຮງໝໍລັດ Read More »

ລົງຊຸກຍູ້ວຽກງານສາທາລະນະສຸກ

ໃນວັນທີ 24 ຕຸລາ 2020 ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະກົມ, ຄະນະສູນ ແລະ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ການສ້າງເມືອງຕົວແບບໃຫ້ປອດພະຍາດໄຂ້ຍຸງລາຍ, ສ້າງຄວາມເຂັ້ມແຂງໃຫ້ການເງິນຂັ້ນບ້ານ ແລະ ວຽກງານຈຸດສຸມຂອງຮາກຖານຊາວໜຸ່ມບ້ານທີ່ຕິດພັນກັບວຽກງານ 3 ສ້າງ ຢູ່ເມືອງສັງທອງ ນະຄອນຫຼວງວງຽຈັນ

ລົງຊຸກຍູ້ວຽກງານສາທາລະນະສຸກ Read More »

ພິທີເປີດໂຄງການຮ່ວມມືລະຫວ່າງກະຊວງສາທາລະນະສຸກແລະ ອົງການ UNICEF-USAID

ໃນວັນທີ 20 ຕຸລາ 2020 ໄດ້ມີພິທີເປີດໂຄງການຮ່ວມມືລະຫວ່າງກະຊວງສາທາລະນະສຸກແລະ ອົງການ UNICEF-USAID, ໂດຍທ່ານທູດປີເຕີ ຮ່ວມກັບ ທ່ານ ພູທອງ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ປອ ເພຍ ບຣິໂຕ ໄດ້ຮ່ວມກັນເປີດໂຕໂຄງການໃໝ່ທີ່ມີຊື່ວ່າ: ໂຄງການສ້າງຄວາມເຂັ້ມແຂງວຽກງານສຸຂະພາບ ແມ່, ເດັກ ແລະ ໂພຊະນາການໃນຊຸມຊົນ, ສປປ ລາວ ທີ່ນະຄອນຫຼວງວຽງຈັນ. ພາຍໃຕ້ໂຄງການດັ່ງກ່າວ ຊຶ່ງມີໄລຍະຈັດຕັ້ງເປັນເວລາ 5ປີ, ອົງການ USAID ຈະໄດ້ສະໜັບສະໜູນທຶນຮອນມູນຄ່າ $2.8 ລ້ານໂດລາໃຫ້ແກ່ ອົງການ UNICEF ເພື່ອສະໜັບສະໜູນກະຊວງສາທາລະນະສຸກ ເພື່ອພັດທະນາວຽກງານ ສຸຂະພາບ ແລະ ໂພຊະນາການຂອງແມ່ ແລະເດັກ ທີ່ແຂວງຄໍາມ່ວນ, ສະຫວັນນະເຂດ, ສະລະວັນ ແລະ ອັດຕະປື. ທ່ານທູດປີເຕີ ກ່າວວ່າ: ພິທີເປີດໂຄງການໃນມື້ນີ້ແມ່ນຕົວຢ່າງອີກອັນນຶ່ງພາຍໃຕ້ການຮ່ວມມືແບບກວມລວມຂອງລາວ ແລະອາເມລິກາ. ເປົ້າໝາຍຂອງເຮົາແມ່ນງ່າຍໆ ພວກເຮົາຢາກເຫັນຄົນລາວທຸກຄົນມີສຸຂະພາບທີ່ແຂງແຮງ ເພື່ອທີ່ວ່າພວກເຂົາຈະໄດ້ປະກອບສ່ວນຢ່າງເຕັດເມັດເຕັມໜ່ວຍໃນການພັດທະນາເສດຖະກິດສັງຄົມ.

ພິທີເປີດໂຄງການຮ່ວມມືລະຫວ່າງກະຊວງສາທາລະນະສຸກແລະ ອົງການ UNICEF-USAID Read More »

ເສຍຊິວິດໃໝ່ເພີ່ມຂື້ນ 1 ຄົນ ຍ້ອນໄຂ້ຍຸງລາຍ

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວັນທີ 21 ກັນຍາ 2020 ວ່າ: ມີຜູ້ເສຍຊິວິດຍ້ອນພະຍາດໄຂ້ຍຸງລາຍສະສົມ 12 ຄົນໃນທົ່ວປະເທດ. ໃນນັ້ນ, ເສຍຊິວິດໃໝ່ເພີ່ມຂື້ນ 1 ຄົນ ຢູ່ບ້ານຍໍ້, ເມືອງບູນເໜືອ ແຂວງ ຜົ້ງສາລີ, ລວມເປັນ 6 ແຂວງ ແລະ ນະຄອນຫຼວງວຽງຈັນ ທີ່ພົບກໍ ລະນີຜູ້ເສຍຊິວິດ. ມາຮອດປັດຈຸບັນ ພົບຜູ້ຕິດເຊື້ອແລ້ວ 6.531 ກໍລະນີ ໃນທົ່ວປະເທດ, ຫຼາຍກວ່າໝູ່ ແມ່ນຢູ່ນະຄອນ ຫຼວງວຽງຈັນ 1. 529 ກໍລະນີ , ຖັດລົງມາແມ່ນ ແຂວງບໍລິຄຳໄຊ 741 ຄົນ, ວຽງຈັນ 650 ຄົນ, ບໍ່ແກ້ວ 654 ຄົນ, ສະຫວັນນະເຂດ 641 ຄົນ ແລະ ແຂວງ ອື່ນໆ. ໃນນັ້ນ, ເສຍຊີວິດລວມແລ້ວ

ເສຍຊິວິດໃໝ່ເພີ່ມຂື້ນ 1 ຄົນ ຍ້ອນໄຂ້ຍຸງລາຍ Read More »

ຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 22 ໄດ້ອອກໂຮງໝໍແລ້ວ

ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນລາວ ແລະ ທົ່ວໂລກ ໃນວັນທີ 14 ກັນຍາ 2020 ເວົ້າສະເພາະລາວເຮົາ ທີ່ມື້ນີ້ຜູ້ຕິດເຊື້ອພະຍາດດັ່ງກ່າວ ກໍລະນີທີ 22 ກວດຫາໂຄວິດຄືນຜົນບໍ່ພົບເຊື້ອທັງ 2ຄັ້ງ ນັ້ນເປັນສັນຍານທີ່ດີ ວ່າຜູ້ກ່ຽວຈະໄດ້ອອກໂຮງໝໍແລ້ວ. ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວລາຍງານສະພາຍບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນຈັນ ວັນທີ 14 ກັນຍາ ປີ 2020ວ່າ:  ສໍາລັບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 13 ກັນຍາ 2020 ດ້ານການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງເຂົ້າມາທັງໝົດ 2.092 ຄົນ; ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່

ຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 22 ໄດ້ອອກໂຮງໝໍແລ້ວ Read More »

ຍອດຜູ້ປ່ວຍໄຂ້ຍຸງລາຍໃນລາວຍັງເພີ່ມສູງຂຶ້ນ

ລາຍງານການເຝົ້າລະວັງພະຍາດໄຂ້ຍຸງລາຍປະຈໍາວັນທີ 13/9/2020 ມີ 12 ກໍລະນີ ແລະ ເສຍຊີວິດ 00 ກໍລະນີ. ກໍລະນີສະສົມທັງໝົດແຕ່ວັນທີ 28/12/2019-13/9/2020 ມີ 6,203 ກໍລະນີ ແລະ ເສຍຊີວິດ 11 ກໍລະນີ. ໃນ​ນີ້ ນະ­ຄອນ­ຫຼວງ​ວຽງ​ຈັນ ຍັງ​ຄອງ​ອັນ​ດັບ​ສູງສຸດ ມີ​ຄົນ​ຕິດ­ເຊື້ອ​ພະ­ຍາດ​ນີ້​ສະ​ສົມ 1,457 ກໍ­ລະ­ນີ, ເສຍ​ຊີ­ວິດ 4 ຄົນ; ແຂວງ​ວຽງ​ຈັນ 630 ກໍ­ລະ­ນີ; ອັດ​ຕະ​ປື 307 ກໍ­ລະ­ນີ; ບໍ​ລິ​ຄຳ​ໄຊ 706 ກໍ­ລະ­ນີ, ເສຍ​ຊີ­ວິດ 2 ຄົນ; ຄຳ​ມ່ວນ 339 ກໍ­ລະ­ນີ, ເສຍ​ຊີ­ວິດ 2 ຄົນ; ສະ­ຫວັນ​ນະ​ເຂດ 606 ກໍ­ລະ­ນີ, ເສຍຊີວິດ 1 ຄົນ; ສາ­ລະ​ວັນ 329 ກໍ­ລະ­ນີ; ໄຊ​ຍະ​ບູ​ລີ

ຍອດຜູ້ປ່ວຍໄຂ້ຍຸງລາຍໃນລາວຍັງເພີ່ມສູງຂຶ້ນ Read More »