ຍອດຜູ້ປ່ວຍໄຂ້ຍຸງລາຍໃນລາວຍັງເພີ່ມສູງຂຶ້ນ

ລາຍງານການເຝົ້າລະວັງພະຍາດໄຂ້ຍຸງລາຍປະຈໍາວັນທີ 13/9/2020 ມີ 12 ກໍລະນີ ແລະ ເສຍຊີວິດ 00 ກໍລະນີ. ກໍລະນີສະສົມທັງໝົດແຕ່ວັນທີ 28/12/2019-13/9/2020 ມີ 6,203 ກໍລະນີ ແລະ ເສຍຊີວິດ 11 ກໍລະນີ.

ໃນ​ນີ້ ນະ­ຄອນ­ຫຼວງ​ວຽງ​ຈັນ ຍັງ​ຄອງ​ອັນ​ດັບ​ສູງສຸດ ມີ​ຄົນ​ຕິດ­ເຊື້ອ​ພະ­ຍາດ​ນີ້​ສະ​ສົມ 1,457 ກໍ­ລະ­ນີ, ເສຍ​ຊີ­ວິດ 4 ຄົນ; ແຂວງ​ວຽງ​ຈັນ 630 ກໍ­ລະ­ນີ; ອັດ​ຕະ​ປື 307 ກໍ­ລະ­ນີ; ບໍ​ລິ​ຄຳ​ໄຊ 706 ກໍ­ລະ­ນີ, ເສຍ​ຊີ­ວິດ 2 ຄົນ; ຄຳ​ມ່ວນ 339 ກໍ­ລະ­ນີ, ເສຍ​ຊີ­ວິດ 2 ຄົນ; ສະ­ຫວັນ​ນະ​ເຂດ 606 ກໍ­ລະ­ນີ, ເສຍຊີວິດ 1 ຄົນ; ສາ­ລະ​ວັນ 329 ກໍ­ລະ­ນີ; ໄຊ​ຍະ​ບູ​ລີ 180 ກໍ­ລະ­ນີ, ເສຍ​ຊີ­ວິດ 1 ຄົນ; ເຊ​ກອງ 78 ກໍ­ລະ­ນີ, ຫຼວງ​ນໍ້າ​ທາ 402 ກໍ­ລະ­ນີ; ໄຊ​ສົມ­ບູນ 54 ກໍ­ລະ­ນີ; ອຸ­ດົມ​ໄຊ 86 ກໍ­ລະ­ນີ; ຫຼວງ​ພະ​ບາງ 364 ກໍ­ລະ­ນີ; ບໍ່​ແກ້ວ 622 ກໍ­ລະ­ນີ; ຈຳ­ປາ​ສັກ 29 ກໍ­ລະ­ນີ; ຜົ້ງ​ສາ­ລີ 9 ກໍ­ລະ­ນີ; ຫົວ­ພັນ 2 ກໍ­ລະ­ນີ; ​ຊຽງ​ຂວາງ 3 ກໍລະນີ ເສຍຊີວິດ 1ຄົນ.

ຕໍ່ສະພາບການດັ່ງກ່າວ, ພວກເຮົາຕ້ອງພ້ອມກັນປະຕິບັດຄໍາຂວັນທີ່ວ່າ ບໍ່ມີໜອນນໍ້າຍຸງລາຍ ກໍ່ບໍ່ມີຍຸງລາຍ ແລະ ບໍ່ມີໄຂ້ເລືອດອອກ. ພ້ອມນັ້ນ, ຕ້ອງປະຕິບັດ 5 ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈໍາ ຈຶ່ງສາມາດທໍາລາຍແຫຼ່ງເພາະພັນຂອງຍຸງລາຍໄດ້ ຄື: ປິດຝາພາຊະນະທີ່ເກັບນໍ້າໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່; ປ່ຽນນໍ້າໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້, ຖ້າຮອງຈອກນໍ້າ, ປ່ອຍປາຫາງນົກຍູງເພື່ອກິນໜອນນໍ້າ; ປັບປຸງການອະນາໄມ ສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະກະປ່ອງ, ຢາງຕີນລົດເກົ່າທີ່ມີນໍ້າຂັງ; ປະຕິບັດໃຫ້ເປັນນິໄສ ປະຈໍາທຸກໆອາທິດ.