Dr.Khamvanh

Dr.Khamvanh

ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1ຄົນ ເປັນນັກກິລາກອງທັບກັບຈາກຣັດເຊຍ

ຄະນະສະເພາະກິດ ປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1ຄົນ ທີ່ຫາກໍ່ເດີນທາງກັບຈາກປະເທດຣັດເຊຍ ຫຼັງແຂ່ງຂັນກິລາສໍາເລັດ​ ເຮັດໃຫ້ຕອນນີ້ຍອດລວມຜູ້ຕິດເຊື້ອໃນລາວຢູ່ທີ່ 23 ກໍລະນີ. ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 11​ກັນຍາ 2020 ວ່າ: ສໍາລັບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 10 ກັນຍາ 2020 ດ້ານການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 3.296 ຄົນ, ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ. ລາຍລະອຽດຂອງຜູ້ຕິດເຊື້ອກໍລະນີຫຼ້າສຸດມີດັ່ງລຸ່ມນີ້: ເປັນເພດຊາຍ […]

ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1ຄົນ ເປັນນັກກິລາກອງທັບກັບຈາກຣັດເຊຍ Read More »

ສືບຕໍ່ປະຕິບັດມາດຕະການຜ່ອນຜັນ ເພື່ອຄວບຄຸມການລະບາດໂຄວິດ-19

ຕາມແຈ້ງຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີສະບັບເລກທີ 806/ຫສນຍ ລົງວັນທີ 29 ກໍລະກົດ 2020 ແລະ ສະບັບເລກທີ 838/ຫສນຍ ລົງວັນທີ 07 ສິງຫາ 2020 ເຫັນດີໃຫ້ສືບຕໍ່ປະຕິບັດມາດຕະການຜ່ອນຜັນ,ການປ້ອງກັນ,ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂພະຍາດໂຄວິດ-19 ຄືກັນກັບບັນດາມາດຕະການທີ່ໄດ້ປະຕິບັດໃນເດືອນສິງຫາ 2020 ທີ່ຜ່ານມາດັ່ງນີ້: 1. ສືບຕໍ່ປິດບັນດາກິດຈະການຮ້ານບັນເທິງ,ຮ້ານຄາລາໂອເກະ ແລະ ຮ້ານເກມ ໃຫ້ພາກສ່ວນທີ່ກ່ຽວຂ້ອງບົງຕິດຕາມກວດກາຖ້າລະເມີດ ໃຫ້ມີການກ່າວເຕືອນ ຖ້າຍັງຝ່າຝືນໃຫ້ຖອນໃບອະນຸຍາດຊົ່ວຄາວ. 2. ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖີ່ນ ສຳລັບການເຂົ້າອອກຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ,ຍົກເວັ້ນບາງດ່ານທີ່ໄດ້ຮັບອະນຸຍາດຈາກລັດຖະບານໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກໄດ້.ສ່ວນດ່ານສາກົນແມ່ນໃຫ້ຄົນລາວ ແລະ ຕ່າງປະເທດທີ່ມີຄວາມຈຳເປັນຮີບດ່ວນ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ. ສຳລັບຂົນສົ່ງສິນຄ້າແມ່ນສາມາດເຂົ້າ-ອອກປົກກະຕິໄດ້. 3. ສືບຕໍ່ໂຈະອອກວິຊ່າທ່ອງທ່ຽວ ແລະ ຢ້ຽມຢາມ ສໍາລັບຜູ້ທີ່ເດີນທາງມາຈາກປະເທດທີ່ຍັງມີການລະບາດຂອງພະຍາດໂຄວິດ-19 4. ສືບຕໍ່ໂຈະຍົນເຊົ່າເໝົາລໍາລະຫວ່າງປະເທດ ແລະ ໃຫ້ຄະນະສະເພາະກິດສົມທົບກັບກົມການບິນພົນລະເຮືອນ ອອກມາດຕະການໃໝ່ໃຫ້ລະອຽດ ແລະ ຮັດກຸມ ແລ້ວສະເໜີຕໍ່ລັດຖະບານເພື່ອອະນຸມັດ ເຫັນດີໃຫ້ເອົາເວລາ 23:00

ສືບຕໍ່ປະຕິບັດມາດຕະການຜ່ອນຜັນ ເພື່ອຄວບຄຸມການລະບາດໂຄວິດ-19 Read More »

ທົ່ວປະເທດມີລາຍງານເສຍຊີວິດເພີ່ມອີກ 1 ຄົນ ຍ້ອນໄຂ້ຍຸງ ລວມເປັນ 10 ຄົນ

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບຂອງພະຍາດໄຂ້ຍຸງລາຍ ຢູ່ໃນປະເທດເຮົາ ໃນວັນທີ 27 ສິງຫາ 2020  ສປປ ລາວ ເຮົາ ແມ່ນ ມີກໍລະນີຜູ້ເສຍຊີວິດສະສົມ 10 ຄົນ, ໃນນັ້ນ ເສຍຊີວິດໃໝ່ເພີ່ມຂຶ້ນ 1 ຄົນ ຢູ່ແຂວງ ສະຫວັນນະເຂດ ລວມເປັນ 5 ແຂວງ ແລະ ນະຄອນຫຼວງວຽງຈັນ ທີ່ພົບກໍລະນີຜູ້ເສຍຊີວິດ. ນັບແຕ່ວັນທີ 01/01/2020-27/08/2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 5,593 ຄົນ (ມີລາຍ ງານກໍລະນີໃນ 18 ແຂວງ, ແຂວງທີ່ມີການລາຍງານຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ເຊິ່ງມີເຖິງ 1.300 ຄົນ, ຖັດລົງມາແມ່ນ ບໍລິຄຳໄຊ 661ຄົນ, ແຂວງວຽງຈັນ 597 ຄົນ ແລະ ສະຫວັນນະເຂດ 519ຄົນ ແລະ ແຂວງອື່ນໆ. ໃນນັ້ນ, ຈຳນວນຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍມີ ທັງໝົດ

ທົ່ວປະເທດມີລາຍງານເສຍຊີວິດເພີ່ມອີກ 1 ຄົນ ຍ້ອນໄຂ້ຍຸງ ລວມເປັນ 10 ຄົນ Read More »

ໃນແຕ່ລະປີລາວມີຜູ້ຕິດເຊື້ອເຮສໄອວີ 1.000ກວ່າຄົນ

ໃນກອງປະຊຸມຄະນະກໍາມະການແຫ່ງຊາດຕ້ານເອສ ປະຈໍາປີ 2020 ທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ປະທານຄະນະກໍາມະການແຫ່ງຊາດຕ້ານເອສ ກ່າວວ່າ ປະຈຸບັນອົງການຈັດຕັ້ງສາກົນ, ຜູ້ໃຫ້ທຶນ ກໍ່ສະໜັບສະໜູນງົບປະມານ ນັບມື້ນັບໜ້ອຍລົງ. ປະເທດຂອງພວກເຮົາປະສົບຂໍ້ຫຍຸ້ງຍາກຫຼາຍດ້ານ ແລະ ມີບັນຫາທາງດ້ານງົບປະມານ, ດ້ານການຕອບໂຕ້ຕໍ່ເຊື້ອເຮສໄອວີ ພະຍາດເອດ ກໍຍັງມີຫຼາຍສິ່ງທ້າທາຍຄື: ແຮງງານເຄື່ອນຍ້າຍກໍມີຫຼາຍ ເຮັດໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອເຮສໄອວີ, ແຕ່ລະປີ ຍັງມີຜູ້ຕິດເຊື້ອຫຼາຍກວ່າ 1.000 ຄົນ, ຜູ້ຊາຍມີເພດສຳພັນກັບຊາຍ ຍັງຕິດເຊື້ອສູງ, ການສົ່ງເຊື້ອຈາກແມ່ຫາລູກມີທ່າອ່ຽງສູງຂຶ້ນ, ນ້ຳຢາກວດເລືອດຊອກຫາການຕິດເຊື້ອເຮສໄອວີບໍ່ພຽງພໍ, ຜູ້ຕິດເຊື້ອເຮສໄອວີ ແລະ ຜູ້ເປັນພະຍາດເອດຍັງຂາດການຕິດຕາມ ແລະ ການກິນຢາກໍຍັງບໍ່ຕໍ່ເນື່ອງ ແລະ ເປັນປົກກະຕິ ຍ້ອນມີຂໍ້ຫຍຸ້ງຍາກດ້ານສະພາບພະຍາດໂຄວິດ ແລະ ຂາດງົບປະມານມາຮັບການບໍລິການ ກວດສຸຂະພາບ ແລະ ມາຮັບຢາ ເຊິ່ງແຕ່ລະປີມີຜູ້ທີ່ຕ້ອງການປິ່ນປົວດ້ວຍຢາ ARV ຫຼາຍກວ່າ 7.000 ຄົນ. ເຖິງແນວນັ້ນກໍຕາມ ພວກເຮົາຍັງມີສິ່ງທ້າທາຍຫຼາຍຢ່າງທີ່ຈະຕ້ອງໄດ້ສູ້ຊົນຜ່ານຜ່າ ຈະຕ້ອງໄດ້ເພີ່ມທະວີການຊີ້ນຳ ນຳພາ, ການປະສານງານ, ການເຊື່ອມສານວຽກງານຕ້ານເອດ ເຂົ້າໃນແຜນການ

ໃນແຕ່ລະປີລາວມີຜູ້ຕິດເຊື້ອເຮສໄອວີ 1.000ກວ່າຄົນ Read More »

ຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 20 ປິ່ນປົວຫາຍດີແລ້ວ

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ ໂຄວິດ-19 ຖະແຫຼງຂ່າວ ປະຈໍາວັນສຸກ ວັນທີ 21 ສິງຫາ 2020 ນີ້, ໂດຍ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ​ກະຊວງສາທາລະນະສຸກ ໄດ້ລາຍງານສະພາບການລະບາດຂອງໂຄວິດ-19 ມາຮອດວັນທີ 21 ສິງຫາ 2020, ທົ່ວໂລກມີການລາຍ ງານການລະບາດ ທັງໝົດ 213 (ປະເທດ/ເຂດ); ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 22.812.214 ຄົນ; ເສຍຊິວິດ 795.926 ຄົນ ເຊິ່ງກວມເອົາ 3,48 % ຂອງຜູ້ຕິດເຊື້ອທັງໝົດ ແລະ ປີ່ນປົວຫາຍດີ 15.492.026 ຄົນ ເຊິ່ງກວມເອົາ 67,9 % ຂອງຜູ້ຕິດເຊື້ອທັງໝົດ. ສຳລັບການລະບາດໂຄວິດ-19 ໃນ ສປປ ລາວ ແຕ່ເດືອນມັງກອນ

ຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 20 ປິ່ນປົວຫາຍດີແລ້ວ Read More »

ລາວມີຜູ້ປ່ວຍໄຂ້ເລືອດອອກກວ່າ 5 ພັນຄົນ! ນະຄອນຫຼວງມີຜູ້ປ່ວຍຫຼາຍກວ່າໝູ່

ນັບແຕ່ວັນທີ 1 ມັງກອນ 2020 ຫາ 17 ສິງຫາ 2020, ມີຜູ້ຕິດເຊື້ອໄຂ້ເລືອດອອກ ສະສົມທັງໝົດ 5.093 ຄົນ, ມີການລາຍງານການຕິດເຊື້ອສະສົມ ຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 1.187ຄົນ, ຖັດລົງມາແມ່ນ ແຂວງວຽງຈັນ 570 ຄົນ ແລະ ບໍລິຄຳໄຊ 599 ຄົນ. ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວໃນວັນທີ 18 ສິງຫາ ນີ້ໃຫ້ຮູ້ວ່າ: ສະພາບການລະບາດຂອງພະຍາດໄຂ້ຍຸງລາຍ ຢູ່ໃນປະ ເທດເຮົາ ສະເພາະໃນວັນທີ 17 ສິງຫາ 2020 ມີຜູ້ຕິດເຊື້ອທັງໝົດ 69 ຄົນ (ບໍ່ມີຜູ້ເສຍຊີວິດ). ນັບແຕ່ວັນທີ 1 ມັງກອນ ຫາ 17 ສິງຫາ 2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 5.093ຄົນ (ມີລາຍງານກໍ ລະນີຕິດເຊື້ອໃນ 18 ແຂວງ,

ລາວມີຜູ້ປ່ວຍໄຂ້ເລືອດອອກກວ່າ 5 ພັນຄົນ! ນະຄອນຫຼວງມີຜູ້ປ່ວຍຫຼາຍກວ່າໝູ່ Read More »

ວັນທີ​ 17​ ສິງຫາ​ ມີຜູ້ເດີນທາງຜ່ານ​ສະໜາມບິນ​ວັດ​ໄຕ​ 329​ຄົນ

ຄະນະສະເພາະກິດລາຍງານ ປະຈຳວັນທີ​ 18​ ສິງຫານີ້ວ່າ: ສໍາລັບການເຝົ້າລະວັງ COVID-19ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 17ສິງຫາ 2020 1. ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ · ທົ່ວປະເທດມີຜູ້ເດີນທາງເຂົ້າມາມີທັງໝົດ2,212ຄົນ: – ໃນນັ້ນຈຸດຜ່ານດ່ານລາວ-ໄທ1,093ຄົນ(ແຮງງານລາວກັບມາແຕ່ໄທ205ຄົນ); – ຈຸດຜ່ານດ່ານລາວ-ຈີນ117ຄົນ, ໃນນີ້ ແຮງງານຈີນ 107 ຄົນ ຜ່ານດ່ານບໍ່ເຕັນ ແຂວງຫຼວງນໍ້າທາ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ 10 ຄົນ; – ຈຸດຜ່ານດ່ານລາວ-ຫວຽດນາມ673ຄົນ, ໃນນີ້ແຮງງານຫວຽດນາມ 05 ຄົນ ຜ່ານດ່ານນໍ້າພາວ, ແຂວງບໍລິຄໍາໄຊ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ; – ຈຸດຜ່ານດ່ານ ລາວ-ກຳປູເຈຍ 00ຄົນ; – ເດີນທາງຜ່ານສະໜາມບິນສາກົນວັດໄຕ329ຄົນ(ຄົນຈີນ 255 ຄົນ, ຄົນລາວ 07 ຄົນ ແລະ

ວັນທີ​ 17​ ສິງຫາ​ ມີຜູ້ເດີນທາງຜ່ານ​ສະໜາມບິນ​ວັດ​ໄຕ​ 329​ຄົນ Read More »

ລາວຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຂະນະທີ່ທົ່ວໂລກຍັງໜ້າເປັນຫ່ວງ

ໃນວັນທີ 11 ສິງຫາ 2020 ກະຊວງສາທາລະນະສຸກ ຢືນຢັນວ່າ ລາວຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຕົວເລກສະສົມ 20 ຄົນ, ໃນນັ້ນຮັກສາຫາຍດີ 19 ຄົນ ແລະ 1 ຄົນກຳລັງປິ່ນປົວຮັກສາ. ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດວັນທີ 10 ສິງຫາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 419 ຄົນ, ໃນນັ້ນແຮງງານລາວ ມາແຕ່ໄທ 60 ຕົວຢ່າງ, ແຮງງານຈີນ 45 ຕົວຢ່າງ, ແຮງງານລາວ ມາແຕ່ຈີນ 2 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 1 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 389 ຕົວຢ່າງ, ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ ສັງລວມການກວດວິເຄາະແຕ່ເດືອນມັງກອນ ຮອດ ວັນທີ 10 ສິງຫາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ

ລາວຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຂະນະທີ່ທົ່ວໂລກຍັງໜ້າເປັນຫ່ວງ Read More »