ຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 22 ໄດ້ອອກໂຮງໝໍແລ້ວ

ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນລາວ ແລະ ທົ່ວໂລກ ໃນວັນທີ 14 ກັນຍາ 2020 ເວົ້າສະເພາະລາວເຮົາ ທີ່ມື້ນີ້ຜູ້ຕິດເຊື້ອພະຍາດດັ່ງກ່າວ ກໍລະນີທີ 22 ກວດຫາໂຄວິດຄືນຜົນບໍ່ພົບເຊື້ອທັງ 2ຄັ້ງ ນັ້ນເປັນສັນຍານທີ່ດີ ວ່າຜູ້ກ່ຽວຈະໄດ້ອອກໂຮງໝໍແລ້ວ.

ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວລາຍງານສະພາຍບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນຈັນ ວັນທີ 14 ກັນຍາ ປີ 2020ວ່າ:  ສໍາລັບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 13 ກັນຍາ 2020 ດ້ານການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງເຂົ້າມາທັງໝົດ 2.092 ຄົນ; ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ, ໝາຍຄວາມວ່າໃນວັນທີ 13 ກັນຍາ 2020 ບໍ່ມີຜູ້ຕິດເຊື້ອໃໝ່, ສຳລັບຜູ້ຕິດເຊື້ອນ້ຳເບີ 22 ຜົນກວດແມ່ນບໍ່ພົບເຊື້ອ ຕິດຕໍ່ກັນ 2 ຄັ້ງ; ສັງລວມການກວດວິ ເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 13 ກັນຍາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 44.788 ຕົວຢ່າງ, ກວດພົບເຊື້ອສະສົມ 23 ຄົນ.