ພິທີເປີດໂຄງການຮ່ວມມືລະຫວ່າງກະຊວງສາທາລະນະສຸກແລະ ອົງການ UNICEF-USAID

ໃນວັນທີ 20 ຕຸລາ 2020 ໄດ້ມີພິທີເປີດໂຄງການຮ່ວມມືລະຫວ່າງກະຊວງສາທາລະນະສຸກແລະ ອົງການ UNICEF-USAID, ໂດຍທ່ານທູດປີເຕີ ຮ່ວມກັບ ທ່ານ ພູທອງ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ປອ ເພຍ ບຣິໂຕ ໄດ້ຮ່ວມກັນເປີດໂຕໂຄງການໃໝ່ທີ່ມີຊື່ວ່າ: ໂຄງການສ້າງຄວາມເຂັ້ມແຂງວຽກງານສຸຂະພາບ ແມ່, ເດັກ ແລະ ໂພຊະນາການໃນຊຸມຊົນ, ສປປ ລາວ ທີ່ນະຄອນຫຼວງວຽງຈັນ. ພາຍໃຕ້ໂຄງການດັ່ງກ່າວ ຊຶ່ງມີໄລຍະຈັດຕັ້ງເປັນເວລາ 5ປີ, ອົງການ USAID ຈະໄດ້ສະໜັບສະໜູນທຶນຮອນມູນຄ່າ $2.8 ລ້ານໂດລາໃຫ້ແກ່ ອົງການ UNICEF ເພື່ອສະໜັບສະໜູນກະຊວງສາທາລະນະສຸກ ເພື່ອພັດທະນາວຽກງານ ສຸຂະພາບ ແລະ ໂພຊະນາການຂອງແມ່ ແລະເດັກ ທີ່ແຂວງຄໍາມ່ວນ, ສະຫວັນນະເຂດ, ສະລະວັນ ແລະ ອັດຕະປື. ທ່ານທູດປີເຕີ ກ່າວວ່າ: ພິທີເປີດໂຄງການໃນມື້ນີ້ແມ່ນຕົວຢ່າງອີກອັນນຶ່ງພາຍໃຕ້ການຮ່ວມມືແບບກວມລວມຂອງລາວ ແລະອາເມລິກາ. ເປົ້າໝາຍຂອງເຮົາແມ່ນງ່າຍໆ ພວກເຮົາຢາກເຫັນຄົນລາວທຸກຄົນມີສຸຂະພາບທີ່ແຂງແຮງ ເພື່ອທີ່ວ່າພວກເຂົາຈະໄດ້ປະກອບສ່ວນຢ່າງເຕັດເມັດເຕັມໜ່ວຍໃນການພັດທະນາເສດຖະກິດສັງຄົມ.