ເສຍຊິວິດໃໝ່ເພີ່ມຂື້ນ 1 ຄົນ ຍ້ອນໄຂ້ຍຸງລາຍ

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວັນທີ 21 ກັນຍາ 2020 ວ່າ: ມີຜູ້ເສຍຊິວິດຍ້ອນພະຍາດໄຂ້ຍຸງລາຍສະສົມ 12 ຄົນໃນທົ່ວປະເທດ. ໃນນັ້ນ, ເສຍຊິວິດໃໝ່ເພີ່ມຂື້ນ 1 ຄົນ ຢູ່ບ້ານຍໍ້, ເມືອງບູນເໜືອ ແຂວງ ຜົ້ງສາລີ, ລວມເປັນ 6 ແຂວງ ແລະ ນະຄອນຫຼວງວຽງຈັນ ທີ່ພົບກໍ ລະນີຜູ້ເສຍຊິວິດ.

ມາຮອດປັດຈຸບັນ ພົບຜູ້ຕິດເຊື້ອແລ້ວ 6.531 ກໍລະນີ ໃນທົ່ວປະເທດ, ຫຼາຍກວ່າໝູ່ ແມ່ນຢູ່ນະຄອນ ຫຼວງວຽງຈັນ 1. 529 ກໍລະນີ , ຖັດລົງມາແມ່ນ ແຂວງບໍລິຄຳໄຊ 741 ຄົນ, ວຽງຈັນ 650 ຄົນ, ບໍ່ແກ້ວ 654 ຄົນ, ສະຫວັນນະເຂດ 641 ຄົນ ແລະ ແຂວງ ອື່ນໆ. ໃນນັ້ນ, ເສຍຊີວິດລວມແລ້ວ 12 ຄົນ (ນະ ຄອນຫຼວງວຽງຈັນ 04 ຄົນ, ແຂວງ ບໍລິຄໍາໄຊ 02 ຄົນ, ຄຳມ່ວນ 02ຄົນ, ໄຊຍະບູລີ 01 ຄົນ, ຊຽງຂວາງ 01 ຄົນ, ສະຫວັນນະເຂດ 01 ຄົນ ແລະ ຜົ້ງສາລີ 01 ຄົນ).

ຕໍ່ສະພາບການແຜ່ລະບາດພະຍາດໄຂ້ຍຸງລາຍດັ່ງກ່າວ, ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງ ພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້້ນ ຮ່ວມແຮງຮ່ວມໃຈ ໃນການປະຕິບັດ 5 ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳ ຈຶ່ງສາມາດທຳລາຍແຫຼ່ງເພາະພັນຂອງຍຸງໄດ້ ໃຫ້ຖືວ່າແມ່ນໜ້າທີ່, ຄວາມຮັບຜິດຊອບຂອງໝົດທຸກຄົນ.