ລາວເຮົາບໍ່ພົບຜູ້ຕິດເຊື້ອໂຄວິດເພີ່ມ
ມາຮອດວັນທີ 12 ມັງກອນ 2021, ທົ່ວໂລກມີການລາຍງານການລະບາດ ທັງໝົດ 218 (ປະເທດ/ເຂດ); ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອ ພະຍາດ COVID-19 ແມ່ນ 91,231,913ຄົນ ເສຍຊິວິດ1,951,221ຄົນ ກວມເອົາ 2.13% ຂອງຜູ້ຕິດເຊື້ອທັງໝົດ; ປີ່ນດີ 65,114,613ຄົນ ກວມເອົາ71.3% ຂອງຜູ້ຕິດເຊື້ອທັງໝົດ ປະເທດທີ່ມີລາຍງານການຕິດເຊື້ອແລະເສຍຊີວິດຫຼາຍກວ່າໝູ່ແມ່ນສະຫະລັດອາເມຣິກາ ມີຜູ້ຕິດເຊື້ອສະສົມ 23,092,245ຄົນ ແລະເສຍຊີວິດສະສົມ 384,725ຄົນ ທ່ານ ຮສ.ດຣ.ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດCOVID-19 ຖະແຫລງຕໍ່ສື່ມວນຊົນ ຕອນເຊົ້າວັນທີ 12 ມັງກອນ 2021 ທີ່ກະຊວງສາທາລະນະສຸກ ເຖິງສະພາບການລະບາດຂອງພະຍາດໂຄວິດ19 ວ່າ: ຢູ່ຂົງເຂດອາຊີ ແມ່ນປະເທດອິນເດຍ ມີຜູ້ຕິດເຊື້ອເປັນອັນດັບ 2 ຂອງໂລກ, ມີຜູ້ຕິດເຊື້ອສະສົມ10,479,879ຄົນ ໃນບັນດາກຸ່ມປະເທດອາຊຽນມາຮອດ ວັນທີ 12ມັງກອນ 2021 […]
ລາວເຮົາບໍ່ພົບຜູ້ຕິດເຊື້ອໂຄວິດເພີ່ມ Read More »