ລັດຈະເລັ່ງໃສ່ປັບປຸງຈັນຍາບັນຂອງແພດໝໍຢູ່ໂຮງໝໍລັດ

ລັດຖະບານລາວຈະເລັ່ງໃສ່ປັບປຸງຈັນຍາບັນຂອງແພດໝໍຢູ່ໂຮງໝໍລັດ ໂດຍສະເພາະໃນວຽກງານການບໍລິການໃນດ້ານຕ່າງໆ ເຊັ່ນ: ການຕ້ອນຮັບ, ການປາກເວົ້າຂອງແພດໝໍຕໍ່ຄົນເຈັບ, ການປິ່ນປົວທີ່ມີຄຸນນະພາບ ແລະ ອື່ນໆຂອງແພດໝໍຢູ່ໂຮງໝໍລັດຈໍານວນໜຶ່ງເພື່ອຫຼຸດຜ່ອນສຽງຈົ່ມວ່າຈາກສັງຄົມ ແລະ ເພື່ອໃຫ້ເທົ່າທຽມກັບການບໍລິການຂອງແພດໝໍບັນດາປະເທດໃກ້ຄຽງ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານແຜນຂອງລັດຖະບານໃນການປະຕິຮູບ ແລະ ປັບປຸງໂຮງໝໍລັດ ຕໍ່ຄະນະລັດຖະບານ

ແລະ ສະມາຊິກສະພາແຫ່ງຊາດ ທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ໄດ້ໄຂຂຶ້ນເມື່ອບໍ່ດົນມານີ້ວ່າ: ຕ້ອງໄດ້ປັບປຸງການບໍລິການຂອງແພດໝໍຢູ່ໂຮງໝໍລັດຈໍານວນໜຶ່ງທີ່ຍັງມີສຽງຈົ່ມວ່າຈາກສັງຄົມ ແລະ ຍັງບໍ່ທັນເປັນເຈົ້າການປັບປຸງຄຸນນະພາບຢ່າງ ຮອບດ້ານຖ້າທຽບກັບປະເທດໃກ້ຄຽງ, ແພດໝໍຢູ່ໂຮງໝໍລັດຈໍານວນໝຶ່ງ ຍັງບໍ່ຖືໂອກາດໃນໄລຍະປິດປະເທດເພາະການແຜ່ລະບາດຂອງພະຍາດໂຄວິດ-19 ປັບປຸງຕົນເອງໃຫ້ມີຄຸນນະພາບ ແລະ ພິສູດຕົວເອງໃຫ້ສັງຄົມຍອມ ຮັບ ແລະ ເພີ່ງພໍໃຈ ໃນການບໍລິການເພື່ອໃຫ້ຄົນເຈັບຫັນມາໃຊ້ບໍລິການປິ່ນປົວຢູ່ໂຮງໝໍພາຍໃນໃຫ້ຫຼາຍຂຶ້ນ.