admin

Avatar

ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຢາມ ຜູ້ຊ່ວຍລັດຖະມົນຕີກະຊວງການຄ້າ ແລະ ພະລັງງານຂອງ ສ ເກົາຫຼີ

ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຢາມ ຜູ້ຊ່ວຍລັດຖະມົນຕີກະຊວງການຄ້າ ແລະ ພະລັງງານຂອງ ສ ເກົາຫຼີ ເພື່ອແຈ້ງເຈດຈຳນົງໃນການຊ່ວຍເຫຼືອລ້າເຂົ້າໃນວຽກງານສາທາລະນະສຸກ. ໂດຍມີຄະນະກົມ, ບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ. ວັນທີ 20 ມີນາ 2024 ທີ່ກະຊວງສາທາລະນະສຸກ.  

ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຢາມ ຜູ້ຊ່ວຍລັດຖະມົນຕີກະຊວງການຄ້າ ແລະ ພະລັງງານຂອງ ສ ເກົາຫຼີ Read More »

ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ Megan Jones ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ຄົນໃໝ່

ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ Megan Jones ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ຄົນໃໝ່ ເພື່ອແລກປ່ຽນຂໍ້ມູນການຮ່ວມມື ລາວ-ອົດສະຕຣາລີ. ໂດຍມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ວັນທີ 19 ມີນາ 2024 ທີ່ກະຊວງສາທາລະນະສຸກ.

ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ Megan Jones ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ຄົນໃໝ່ Read More »

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ກະຊວງສາທາລະນະສຸກ ໄດ້ຈັດພິທີເປີດກິດຈະກໍາ ການຮັກສາສຸຂະພາບຕາສາກົນ

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ກະຊວງສາທາລະນະສຸກ ໄດ້ຈັດພິທີເປີດກິດຈະກໍາ ການຮັກສາສຸຂະພາບຕາສາກົນ ທີ່ໄດ້ຮັບການສະໜັບສະໜູບໂດຍ ສູນຮັກສາສຸຂະພາບຕາແຫ່ງຊາດສິງກະໂປ ຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີ ທ່ານ ເອກອັກຄະລັດຖະທູດ ສິງກາໂປ ປະຈໍາ ສປປ ລາວ ພ້ອມດ້ວຍ ສະມາຄົມນັກທຸລະກິດສິງກະໂປ, ບັນດາກົມ/ສູນ, ສະພາແຫ່ງຊາດອຸດສະຫະກຳການຄ້າ, ພະແນກສາທາລະນະສຸກນະຄອນຫຼວງ, ປະທານສະຫະພັນບານເຕາະແຫ່ງຊາດລາວ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ. ສູນຮັກສາສຸຂະພາບຕາແຫ່ງຊາດສິງກະໂປ ໄດ້ນໍາທີມແພດຊ່ຽວຊານຕາລະດັບສາກົນມາຜ່າຕັດປິ່ນປົວພະຍາດແກ່ນຕາຂຸ້ນໃຫ້ພໍ່ແມ່ປະຊາຊົນລາວໃນນະຄອນຫລວງວຽງຈັນ ແລະ ໃນຂອບເຂດທົ່ວປະເທດ ເຊີ່ງມີປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ປະຊາຊົນຜູ້ທຸກຍາກໄດ້ເຂົ້າມາກວດເຊັກສາຍຕາ ແລະ ຜ່າຕັດແກ່ນຕາຂຸ້ນ ໂດຍບໍ່ໄດ້ເສຍຄ່າ ໂດຍສະເພາະແມ່ນພະຍາດແກ່ນຕາຂຸ້ນຊຶ່ງເຮັດໃຫ້ຕາບອດແລະ ຖືກແກ້ໄຂດ້ວຍການຜ່າຕັດແກ່ນຕາຂຸ້ນ ເພື່ອໃຫ້ໄດ້ຮັບແສງສະຫ່ວາງກັບຄືນມາໃໝ່ອີກຄັ້ງ. ກິດຈະກຳດັ່ງກ່າວ ຈະໄດ້ຈັດຂຶ້ນ ນັບແຕ່ວັນທີ 18-22 ມີນາ 2024 ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ.

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ກະຊວງສາທາລະນະສຸກ ໄດ້ຈັດພິທີເປີດກິດຈະກໍາ ການຮັກສາສຸຂະພາບຕາສາກົນ Read More »

ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດຂະບວນການປຸກລະດົມຊຸມຊົນເປັນເຈົ້າການອະນາໄມທຳລາຍແຫຼ່ງເພາະພັນໝອນນໍ້າຍຸງລາຍເພື່ອປ້ອງກັນພະຍາດໄຂ້ຍຸງລາຍ(ໄຂ້ເລືອດອອກ)

ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດຂະບວນການປຸກລະດົມຊຸມຊົນເປັນເຈົ້າການອະນາໄມທຳລາຍແຫຼ່ງເພາະພັນໝອນນໍ້າຍຸງລາຍເພື່ອປ້ອງກັນພະຍາດໄຂ້ຍຸງລາຍ(ໄຂ້ເລືອດອອກ) ທົ່ວເມືອງຈັນທະບູລີ ຂຶ້ນໃນວັນທີ 16 ມີນາ 2024 ທີ່ ບ້ານໂພນຕ້ອງຈອມມະນີ ເປັນກຽດເຂົ້າຮ່ວມຂອງ ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ສິລິລາດ ທົງສິນທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ພ້ອມດ້ວຍ ທ່ານ ຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ, ຕາງໜ້າກະຊວງສາທາລະນະສຸກ ແລະ ຫ້ອງການອ້ອມຂ້າງເມືອງ, ນາຍບ້ານ, ຮອງນາຍບ້ານ, ອສບ ແລະ ປະຊາຊົນເຂົ້າຮ່ວມ. ທ່ານ ດວງຕາ ສຸລິວົງ ກ່າວວ່າ: ໃນປີ 2024 ເມືອງຈັນທະບູລີມີກໍລະນີຕິດເຊື້ອໄຂ້ຍຸງລາຍ 24 ກໍລະນີ ຍິງ 13 ກໍລະນີ ບ້ານທີ່ໄດ້ຮັບຜົນກະທົບ ຈຳນວນ 14 ບ້ານ ເທົ່າກັບ 46,66% ຂອງບ້ານພາຍໃນເມືອງ

ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດຂະບວນການປຸກລະດົມຊຸມຊົນເປັນເຈົ້າການອະນາໄມທຳລາຍແຫຼ່ງເພາະພັນໝອນນໍ້າຍຸງລາຍເພື່ອປ້ອງກັນພະຍາດໄຂ້ຍຸງລາຍ(ໄຂ້ເລືອດອອກ) Read More »

ເມືອງສັງທອງ ໄດ້ເປີດຂະບວນການປຸກລະດົມຊຸມຊົນເຮັດທຳລາຍແຫຼ່ງແຜ່ພັນຍຸງລາຍ

ວັນທີ 16 ມີນາ 2024 ເມືອງສັງທອງ ໄດ້ເປີດຂະບວນການປຸກລະດົມຊຸມຊົນເຮັດທຳລາຍແຫຼ່ງແຜ່ພັນຍຸງລາຍ ເພື່ອຕ້ານ ແລະ ຄວບຄຸມການລະບາດຂອງພະຍາດໄຂ້ຍຸງລາຍ ຂຶ້ນທີ່ ຫ້ອງການປົກຄອງເມືອງສັງທອງ ນະຄອນຫຼວງວຽງຈັນ,ໃນພິທີດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມເປັນປະທານ ໂດຍ ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີການນຳເມືອງສັງທອງ, ບັນດາກົມ, ພະແນກ, ຫ້ອງການສາທາເມືອງ, ໂຮງຮຽນ, ກອງບັນຊາການ ປກສ ກຸ່ມ, ນາຍບ້ານ, ອສບ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ. ທ່ານລັດຖະມົນຕີກະຊວງສາທາລະນະສຸກໄດ້ຊີ້ນຳໃຫ້ອົງການປົກຄອງທຸກຂັ້ນ, ບັນດາພະແນກການອ້ອມຂ້າງ ແລະ ການຈັດຕັ້ງແຕ່ລະຂັ້ນໃຫ້ຖືເອົາວຽກງານທຳລາຍແຫຼ່ງແຜ່ພັນໜອນນ້ຳຍຸງລາຍເປັນສຳຄັນ ແລະ ເປັນບູລິມະສິດໃນການຈັດສັນເວລາສ້າງຂະບວນການອະນາໄມທຳລາຍແຫຼງແຜ່ພັນຍຸງລາຍທຸກໆອາທິດ ແລະ ສິ່ງສຳຄັນຖ້າມີຄົນໃນຄອບຄົວເປັນໄຂ້ແມ່ນໃຫ້ໄປກວດ ແລະ ປິ່ນປົວຢູ່ໂຮງໝໍລັດຫ້າມບໍ່ໃຫ້ໄປກວດຕາມຄຼີນິກ ຫຼື ຊື້ຢາມາກິນເອງເດັດຂາດ.   

ເມືອງສັງທອງ ໄດ້ເປີດຂະບວນການປຸກລະດົມຊຸມຊົນເຮັດທຳລາຍແຫຼ່ງແຜ່ພັນຍຸງລາຍ Read More »

ແຂວງສາລະວັນ ໄດ້ຈັດພິທີປະກາດຮັບຮອງ ເປັນແຂວງຢຸດຕິການຖ່າຍຊະຊາຍ ເປັນແຂວງອັນດັບທີ 7 ຂອງປະເທດລາວ

ແຂວງສາລະວັນ ໄດ້ຈັດພິທີປະກາດຮັບຮອງ ເປັນແຂວງຢຸດຕິການຖ່າຍຊະຊາຍ ເປັນແຂວງອັນດັບທີ 7 ຂອງປະເທດລາວ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງໆສາລະວັນ, ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີບັນດາທ່ານ ຄະນະນໍາຈາກສູນກາງ, ບັນດາການນໍາຈາກແຂວງໃນທົ່ວປະເທດ, ພະແນກສາທາລະນະສຸກ, ຄະນະນໍາຂອງແຂວງ, ເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າກົມ, ຫົວໜ້າສູນ, ຄະນະນໍາທີ່ມາຈາກກະຊວງສາທາລະນະສຸກ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ. ໃນພິທີໄດ້ມີການມອບໃບຢັ້ງຢືນເອົາ ແຂວງສາລະວັນ ເປັນແຂວງຢຸດຕິການຖ່ານຊະຊາຍ ແຂວງທີ 7 ຂອງ ສ ປປ ລາວ ເຊິ່ງເປັນກຽດມອບໂດຍ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ເປັນກຽດຮັບໂດຍ ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ພ້ອມນັ້ນ, ກໍ່ໄດ້ຮ່ວມກັນຕັດແຖບຜ້າ, ເປີດແຜ່ນປ້າຍ ແລະ

ແຂວງສາລະວັນ ໄດ້ຈັດພິທີປະກາດຮັບຮອງ ເປັນແຂວງຢຸດຕິການຖ່າຍຊະຊາຍ ເປັນແຂວງອັນດັບທີ 7 ຂອງປະເທດລາວ Read More »

ທ່ານ ດຣ. ຍິງ ລູ ແຈັກກະລິນໂລ ຜູ້ຕາງໜ້າອົງການ WHO ປະຈຳ ສປປ ລາວ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດທີ່ທ່ານໄດ້ສຳເລັດໜ້າທີ່ການປະຕິບັດງານ

  ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາ ຂອງ ທ່ານ ດຣ. ຍິງ ລູ ແຈັກກະລິນໂລ ຜູ້ຕາງໜ້າອົງການ WHO ປະຈຳ ສປປ ລາວ ເນື່ອງໃນໂອກາດທີ່ທ່ານໄດ້ສຳເລັດໜ້າທີ່ການປະຕິບັດງານ ຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ ທັງສອງຝ່າຍ ກໍ່ໄດ້ສະແດງຄວາມຂອບໃຈກັນ ຢ່າງຈິງໃຈ ຕໍ່ການຮ່ວມມືອັນດີງາມ ແລະ ເຂັ້ມແຂງຂອງທັງສອງຝ່າຍ. ວັນທີ 26 ກຸມພາ 2024 ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ຍິງ ລູ ແຈັກກະລິນໂລ ຜູ້ຕາງໜ້າອົງການ WHO ປະຈຳ ສປປ ລາວ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດທີ່ທ່ານໄດ້ສຳເລັດໜ້າທີ່ການປະຕິບັດງານ Read More »

ເມືອງນາຊາຍທອງ ໄດ້ສ້າງຂະບວນການທໍາລາຍແຫຼ່ງເພາະພັນຍຸງລາຍ ເພື່ອສະກັດກັ້ນ ແລະ ຄວບຄຸມການລະບາດພະຍາດໄຂ້ຍຸງລາຍ

ເມືອງນາຊາຍທອງ ໄດ້ສ້າງຂະບວນການທໍາລາຍແຫຼ່ງເພາະພັນຍຸງລາຍ ເພື່ອສະກັດກັ້ນ ແລະ ຄວບຄຸມການລະບາດພະຍາດໄຂ້ຍຸງລາຍກ່ອນແຕ່ຫົວທີ ທີ່ລະດູຝົນຈະມາຮອດໂດຍການນໍາໃຊ້ມາດຕະການ ຫັນເອົາການມີ ສ່ວນຮ່ວມ ແລະ ເປັນເຈົ້າການຂອງບຸກຄົນ, ຄອບຄົວ, ບັນດາອົງການຈັດຕັ້ງ,ສໍານັກງານອົງການຕ່າງໆ ແລະ ທຸກຄົນໃນສັງຄົມໃຫ້ປະຕິບັດຫຼັກການ 5 ປ ທີກະຊວງສາທາລະນະສຸກໄດ້ວາງອອກ. ພິທີດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມ ໂດຍ ທ່ານ ພູວົງ ວົງຄຳຊາວ ຄະນະກຳມະການ ປະຈຳພັກ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ມີ ເລຂາພັກເມືອງ, ເຈົ້າເມືອງນາຊາຍທອງ, ຄະນະກົມ, ຄະນະສູນ ອ້ອມຂ້າງກະຊວງສາທາລະນະສຸກ, ຄະນະພະແນກສາທານະຄອນຫລວງ, ໂຮງໝໍທະຫານ ນະຄອນຫຼວງວຽງຈັນ, ຄະນະຫ້ອງການສາທາລະນະສຸກເມືອງ ນາຊາຍທອງ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ. ໃນພິທີດັ່ງກ່າວ ທ່ານ ດຣ ໄພວັນ ແກ້ວປະເສີດ ໄດ້ຊີ້ນຳໃຫ້ທຸກພາກສ່ວນຈົ່ງໄດ້ສຸມໃສ່ການສ້າງຂະບວນການໃນການສະກັດກັ້ນ ແລະ ປ້ອງກັນແຕ່ຫົວທີ ໂດຍໃຫ້ມີການປະກອບສ່ວນ ແລະ

ເມືອງນາຊາຍທອງ ໄດ້ສ້າງຂະບວນການທໍາລາຍແຫຼ່ງເພາະພັນຍຸງລາຍ ເພື່ອສະກັດກັ້ນ ແລະ ຄວບຄຸມການລະບາດພະຍາດໄຂ້ຍຸງລາຍ Read More »