ເມືອງສັງທອງ ໄດ້ເປີດຂະບວນການປຸກລະດົມຊຸມຊົນເຮັດທຳລາຍແຫຼ່ງແຜ່ພັນຍຸງລາຍ

ວັນທີ 16 ມີນາ 2024 ເມືອງສັງທອງ ໄດ້ເປີດຂະບວນການປຸກລະດົມຊຸມຊົນເຮັດທຳລາຍແຫຼ່ງແຜ່ພັນຍຸງລາຍ ເພື່ອຕ້ານ ແລະ ຄວບຄຸມການລະບາດຂອງພະຍາດໄຂ້ຍຸງລາຍ ຂຶ້ນທີ່ ຫ້ອງການປົກຄອງເມືອງສັງທອງ ນະຄອນຫຼວງວຽງຈັນ,ໃນພິທີດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມເປັນປະທານ ໂດຍ ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີການນຳເມືອງສັງທອງ, ບັນດາກົມ, ພະແນກ, ຫ້ອງການສາທາເມືອງ, ໂຮງຮຽນ, ກອງບັນຊາການ ປກສ ກຸ່ມ, ນາຍບ້ານ, ອສບ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ. ທ່ານລັດຖະມົນຕີກະຊວງສາທາລະນະສຸກໄດ້ຊີ້ນຳໃຫ້ອົງການປົກຄອງທຸກຂັ້ນ, ບັນດາພະແນກການອ້ອມຂ້າງ ແລະ ການຈັດຕັ້ງແຕ່ລະຂັ້ນໃຫ້ຖືເອົາວຽກງານທຳລາຍແຫຼ່ງແຜ່ພັນໜອນນ້ຳຍຸງລາຍເປັນສຳຄັນ ແລະ ເປັນບູລິມະສິດໃນການຈັດສັນເວລາສ້າງຂະບວນການອະນາໄມທຳລາຍແຫຼງແຜ່ພັນຍຸງລາຍທຸກໆອາທິດ ແລະ ສິ່ງສຳຄັນຖ້າມີຄົນໃນຄອບຄົວເປັນໄຂ້ແມ່ນໃຫ້ໄປກວດ ແລະ ປິ່ນປົວຢູ່ໂຮງໝໍລັດຫ້າມບໍ່ໃຫ້ໄປກວດຕາມຄຼີນິກ ຫຼື ຊື້ຢາມາກິນເອງເດັດຂາດ.