ທ່ານ ດຣ. ຍິງ ລູ ແຈັກກະລິນໂລ ຜູ້ຕາງໜ້າອົງການ WHO ປະຈຳ ສປປ ລາວ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດທີ່ທ່ານໄດ້ສຳເລັດໜ້າທີ່ການປະຕິບັດງານ

 

ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາ ຂອງ ທ່ານ ດຣ. ຍິງ ລູ ແຈັກກະລິນໂລ ຜູ້ຕາງໜ້າອົງການ WHO ປະຈຳ ສປປ ລາວ ເນື່ອງໃນໂອກາດທີ່ທ່ານໄດ້ສຳເລັດໜ້າທີ່ການປະຕິບັດງານ ຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ ທັງສອງຝ່າຍ ກໍ່ໄດ້ສະແດງຄວາມຂອບໃຈກັນ ຢ່າງຈິງໃຈ ຕໍ່ການຮ່ວມມືອັນດີງາມ ແລະ ເຂັ້ມແຂງຂອງທັງສອງຝ່າຍ.
ວັນທີ 26 ກຸມພາ 2024 ທີ່ກະຊວງສາທາລະນະສຸກ.