ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດຂະບວນການປຸກລະດົມຊຸມຊົນເປັນເຈົ້າການອະນາໄມທຳລາຍແຫຼ່ງເພາະພັນໝອນນໍ້າຍຸງລາຍເພື່ອປ້ອງກັນພະຍາດໄຂ້ຍຸງລາຍ(ໄຂ້ເລືອດອອກ)

ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດຂະບວນການປຸກລະດົມຊຸມຊົນເປັນເຈົ້າການອະນາໄມທຳລາຍແຫຼ່ງເພາະພັນໝອນນໍ້າຍຸງລາຍເພື່ອປ້ອງກັນພະຍາດໄຂ້ຍຸງລາຍ(ໄຂ້ເລືອດອອກ) ທົ່ວເມືອງຈັນທະບູລີ ຂຶ້ນໃນວັນທີ 16 ມີນາ 2024 ທີ່ ບ້ານໂພນຕ້ອງຈອມມະນີ ເປັນກຽດເຂົ້າຮ່ວມຂອງ ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ສິລິລາດ ທົງສິນທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ພ້ອມດ້ວຍ ທ່ານ ຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ, ຕາງໜ້າກະຊວງສາທາລະນະສຸກ ແລະ ຫ້ອງການອ້ອມຂ້າງເມືອງ, ນາຍບ້ານ, ຮອງນາຍບ້ານ, ອສບ ແລະ ປະຊາຊົນເຂົ້າຮ່ວມ.
ທ່ານ ດວງຕາ ສຸລິວົງ ກ່າວວ່າ: ໃນປີ 2024 ເມືອງຈັນທະບູລີມີກໍລະນີຕິດເຊື້ອໄຂ້ຍຸງລາຍ 24 ກໍລະນີ ຍິງ 13 ກໍລະນີ ບ້ານທີ່ໄດ້ຮັບຜົນກະທົບ ຈຳນວນ 14 ບ້ານ ເທົ່າກັບ 46,66% ຂອງບ້ານພາຍໃນເມືອງ ດັ່ງນັ້ນຈຶ່ງຂໍເນັ້ນໜັກໃຫ້ທຸກພາກສ່ວນເປັນເຈົ້າການພ້ອມກັນໃນການສະກັດກັ້ນ ແລະ ຕ້ານພະຍາດໄຂ້ຍຸງລາຍໂດຍການນຳໃຊ້ມາດຕະການທີ່ສຳຄັນໃນການຄວບຄຸມພະຍາດ ກໍຄື ການຫັນເອົາຊຸມຊົນເປັນກຸນແຈສຳຄັນໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ.