ແຂວງສາລະວັນ ໄດ້ຈັດພິທີປະກາດຮັບຮອງ ເປັນແຂວງຢຸດຕິການຖ່າຍຊະຊາຍ ເປັນແຂວງອັນດັບທີ 7 ຂອງປະເທດລາວ

ແຂວງສາລະວັນ ໄດ້ຈັດພິທີປະກາດຮັບຮອງ ເປັນແຂວງຢຸດຕິການຖ່າຍຊະຊາຍ ເປັນແຂວງອັນດັບທີ 7 ຂອງປະເທດລາວ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງໆສາລະວັນ, ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີບັນດາທ່ານ ຄະນະນໍາຈາກສູນກາງ, ບັນດາການນໍາຈາກແຂວງໃນທົ່ວປະເທດ, ພະແນກສາທາລະນະສຸກ, ຄະນະນໍາຂອງແຂວງ, ເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າກົມ, ຫົວໜ້າສູນ, ຄະນະນໍາທີ່ມາຈາກກະຊວງສາທາລະນະສຸກ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ໃນພິທີໄດ້ມີການມອບໃບຢັ້ງຢືນເອົາ ແຂວງສາລະວັນ ເປັນແຂວງຢຸດຕິການຖ່ານຊະຊາຍ ແຂວງທີ 7 ຂອງ ສ ປປ ລາວ ເຊິ່ງເປັນກຽດມອບໂດຍ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ເປັນກຽດຮັບໂດຍ ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ພ້ອມນັ້ນ, ກໍ່ໄດ້ຮ່ວມກັນຕັດແຖບຜ້າ, ເປີດແຜ່ນປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອຮັບຮອງເອົາແຂວງສາລະວັນ ເປັນແຂວງຢຸດຕິການຖ່າຍຊະຊາຍ ຢ່າງເປັນທາງການ.
 
ວັນທີ 12 ມີນາ 2024, ທີ່ແຂວງສາລະວັນ