ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ Megan Jones ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ຄົນໃໝ່

ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ Megan Jones ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ຄົນໃໝ່ ເພື່ອແລກປ່ຽນຂໍ້ມູນການຮ່ວມມື ລາວ-ອົດສະຕຣາລີ. ໂດຍມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ວັນທີ 19 ມີນາ 2024 ທີ່ກະຊວງສາທາລະນະສຸກ.