ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຢາມ ຜູ້ຊ່ວຍລັດຖະມົນຕີກະຊວງການຄ້າ ແລະ ພະລັງງານຂອງ ສ ເກົາຫຼີ

ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຢາມ ຜູ້ຊ່ວຍລັດຖະມົນຕີກະຊວງການຄ້າ ແລະ ພະລັງງານຂອງ ສ ເກົາຫຼີ ເພື່ອແຈ້ງເຈດຈຳນົງໃນການຊ່ວຍເຫຼືອລ້າເຂົ້າໃນວຽກງານສາທາລະນະສຸກ. ໂດຍມີຄະນະກົມ, ບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.
ວັນທີ 20 ມີນາ 2024 ທີ່ກະຊວງສາທາລະນະສຸກ.