ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ກະຊວງສາທາລະນະສຸກ ໄດ້ຈັດພິທີເປີດກິດຈະກໍາ ການຮັກສາສຸຂະພາບຕາສາກົນ

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ກະຊວງສາທາລະນະສຸກ ໄດ້ຈັດພິທີເປີດກິດຈະກໍາ ການຮັກສາສຸຂະພາບຕາສາກົນ ທີ່ໄດ້ຮັບການສະໜັບສະໜູບໂດຍ ສູນຮັກສາສຸຂະພາບຕາແຫ່ງຊາດສິງກະໂປ ຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີ ທ່ານ ເອກອັກຄະລັດຖະທູດ ສິງກາໂປ ປະຈໍາ ສປປ ລາວ ພ້ອມດ້ວຍ ສະມາຄົມນັກທຸລະກິດສິງກະໂປ, ບັນດາກົມ/ສູນ, ສະພາແຫ່ງຊາດອຸດສະຫະກຳການຄ້າ, ພະແນກສາທາລະນະສຸກນະຄອນຫຼວງ, ປະທານສະຫະພັນບານເຕາະແຫ່ງຊາດລາວ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ສູນຮັກສາສຸຂະພາບຕາແຫ່ງຊາດສິງກະໂປ ໄດ້ນໍາທີມແພດຊ່ຽວຊານຕາລະດັບສາກົນມາຜ່າຕັດປິ່ນປົວພະຍາດແກ່ນຕາຂຸ້ນໃຫ້ພໍ່ແມ່ປະຊາຊົນລາວໃນນະຄອນຫລວງວຽງຈັນ ແລະ ໃນຂອບເຂດທົ່ວປະເທດ ເຊີ່ງມີປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ປະຊາຊົນຜູ້ທຸກຍາກໄດ້ເຂົ້າມາກວດເຊັກສາຍຕາ ແລະ ຜ່າຕັດແກ່ນຕາຂຸ້ນ ໂດຍບໍ່ໄດ້ເສຍຄ່າ ໂດຍສະເພາະແມ່ນພະຍາດແກ່ນຕາຂຸ້ນຊຶ່ງເຮັດໃຫ້ຕາບອດແລະ ຖືກແກ້ໄຂດ້ວຍການຜ່າຕັດແກ່ນຕາຂຸ້ນ ເພື່ອໃຫ້ໄດ້ຮັບແສງສະຫ່ວາງກັບຄືນມາໃໝ່ອີກຄັ້ງ.
ກິດຈະກຳດັ່ງກ່າວ ຈະໄດ້ຈັດຂຶ້ນ ນັບແຕ່ວັນທີ 18-22 ມີນາ 2024 ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ.