ເມືອງນາຊາຍທອງ ໄດ້ສ້າງຂະບວນການທໍາລາຍແຫຼ່ງເພາະພັນຍຸງລາຍ ເພື່ອສະກັດກັ້ນ ແລະ ຄວບຄຸມການລະບາດພະຍາດໄຂ້ຍຸງລາຍ

ເມືອງນາຊາຍທອງ ໄດ້ສ້າງຂະບວນການທໍາລາຍແຫຼ່ງເພາະພັນຍຸງລາຍ ເພື່ອສະກັດກັ້ນ ແລະ ຄວບຄຸມການລະບາດພະຍາດໄຂ້ຍຸງລາຍກ່ອນແຕ່ຫົວທີ ທີ່ລະດູຝົນຈະມາຮອດໂດຍການນໍາໃຊ້ມາດຕະການ ຫັນເອົາການມີ ສ່ວນຮ່ວມ ແລະ ເປັນເຈົ້າການຂອງບຸກຄົນ, ຄອບຄົວ, ບັນດາອົງການຈັດຕັ້ງ,ສໍານັກງານອົງການຕ່າງໆ ແລະ ທຸກຄົນໃນສັງຄົມໃຫ້ປະຕິບັດຫຼັກການ 5 ປ ທີກະຊວງສາທາລະນະສຸກໄດ້ວາງອອກ.
ພິທີດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມ ໂດຍ ທ່ານ ພູວົງ ວົງຄຳຊາວ ຄະນະກຳມະການ ປະຈຳພັກ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ມີ ເລຂາພັກເມືອງ, ເຈົ້າເມືອງນາຊາຍທອງ, ຄະນະກົມ, ຄະນະສູນ ອ້ອມຂ້າງກະຊວງສາທາລະນະສຸກ, ຄະນະພະແນກສາທານະຄອນຫລວງ, ໂຮງໝໍທະຫານ ນະຄອນຫຼວງວຽງຈັນ, ຄະນະຫ້ອງການສາທາລະນະສຸກເມືອງ ນາຊາຍທອງ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.
ໃນພິທີດັ່ງກ່າວ ທ່ານ ດຣ ໄພວັນ ແກ້ວປະເສີດ ໄດ້ຊີ້ນຳໃຫ້ທຸກພາກສ່ວນຈົ່ງໄດ້ສຸມໃສ່ການສ້າງຂະບວນການໃນການສະກັດກັ້ນ ແລະ ປ້ອງກັນແຕ່ຫົວທີ ໂດຍໃຫ້ມີການປະກອບສ່ວນ ແລະ ການມີສ່ວນຮ່ວມໃນທົ່ວສັງຄົມຢ່າງຈີງຈັງ; ເພາະວ່າວຽກການທຳລາຍແຫຼ່ງເພາະພັນຂອງຍຸງ ແມ່ນວຽກງານໜຶ່ງທີ່ຕ້ອງມີການປະກອບສ່ວນຂອງທຸກພາກສ່ວນໃນສັງຄົມ ແລະ ສາມາດຈັດຕັ້ງປະຕິບັດໄດ້ເອງໃນຄົວເຮືອນຂອງແຕ່ລະຄອບຄົວແຕ່ຍ້ອນວ່າປະຊາຊົນຈຳນວນຫຼາຍຍັງບໍ່ທັນເຂົ້າໃຈເຖິງຄວາມອັນລະລາຍ, ຮ້າຍແຮງ ຂອງການເຈັບເປັນຍ້ອນພະຍາດທີ່ເກີດຈາກຍຸງລາຍ ກັດ-ຕອດຈຶ່ງຖືເບົາ ແລະ ບໍ່ເອົາໃຈໃສ່ເທົ່າທີ່ຄວນ ໂດຍສະເພາະ ແມ່ນການໃຫ້ຄວາມຮ່ວມມື ແລະ ເປັນເຈົ້າການໃນການສະກັດກັ້ນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍກໍ່ຄືການເປັນເຈົ້າການໃນການທຳລາຍແຫຼ່ງເພາະພັນຂອງຍຸງລາຍ ແລະ ມີຄວາມເຂົ້າໃຈວ່າ ວຽກງານດັ່ງກ່າວແມ່ນ ເປັນວຽກງານຂອງຂະແໜງການສາທາລະນະສຸກ ພຽງຝ່າຍດຽວ ເຊີ່ງໃນຄວາມເປັນຈິງແລ້ວວຽກງານການສະກັດກັ້ນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍແມ່ນເປັນໜ້າທີ່ຂອງພວກເຮົາທຸກຄົນໃນສັງຄົມທີ່ຕ້ອງໄດ້ມີສ່ວນຮ່ວມປະກອບສ່ວນ ແລະ ເອົາໃຈໃສ່ເພື່ອຫຼຸດຜ່ອນຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ.
 
ວັນທີ 24 ກຸມພາ 2024 ທີ່ ບ້ານໄຊມຸງຄູນ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ