admin

Avatar

ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຢ້ຽມຢາມ ແລະ ຕິດຕາມການຈັດຕັ້ງປະຕິບັດວຽກງານປິ່ນປົວ ແລະ ໃຫ້ຄຳປຶກສາຜູ້ຕິດສິ່ງເສບຕິດ

ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ; ພ້ອມດ້ວຍໜ່ວຍງານທີ່ກ່ຽວຂ້ອງ ອົງການ UNODC, ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ; ຫ້ອງສາທາລະນະສຸກ ເມືອງຫາດຊາຍຟອງ; ໄດ້ລົງໄປຢ້ຽມຢາມ ແລະ ຕິດຕາມການຈັດຕັ້ງປະຕິບັດວຽກງານປິ່ນປົວ ແລະ ໃຫ້ຄຳປຶກສາຜູ້ຕິດສິ່ງເສບຕິດ ຢູ່ ໂຮງໝໍຊຸມຊົນ ເມືອງຫາດຊາຍຟອງ ເພື່ອຮັບຟັງການລາຍງານການຈັດຕັ້ງປະຕິບັດຜ່ານມາ ແລະ ຄວາມຄືບໜ້າຂອງວຽກງານດັ່ງກ່າວ ແລະ ເພື່ອຊຸກຍູ້ທີມງານປິ່ນປົວ ແລະ ໃຫ້ຄຳປຶກສາວຽກງານປິ່ນປົວຜູ້ຕິດສິ່ງເສບຕິດຂອງ ໂຮງໝໍຊຸມຊົນໄດ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ. ທ່ານ ດຣ. ໄພວັນ ແກ້ວປະເສີດ ໄດ້ມີຄຳເຫັນ ແລະ ທິດຊີ້ນຳ ໃຫ້ແກ່ວຽກງານດັ່ງກ່າວຄື: 1) ໃຫ້ສືບຕໍ່ການໃຫ້ຄຳປຶກສາ ແລະ ການປິ່ນປົວ ອີງຕາມທິດຊີ້ນຳຂອງ ທ່ານ ນາຍົກລັດຖະມົນຕີ ກ່ຽວກັບ 2 ວາລະແຫ່ງຊາດ ໃນນັ້ນກໍ່ມີວຽກງານຢາເສບຕິດທີ່ຕິດພັນກັບຂະແໜງການສາທາລະນະສຸກ ກໍຄືການປິ່ນປົວຮັກສາຄົນເຈັບທີ່ເຂົ້າມາຮັກສາດ້ວຍຄວາມສະມັກໃຈ ແລະ ໃຫ້ທົດລອງນຳໃຊ້ຢາ ເມທາດອນ ໃນການປິ່ນປົວຮັກສາ; 2) […]

ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຢ້ຽມຢາມ ແລະ ຕິດຕາມການຈັດຕັ້ງປະຕິບັດວຽກງານປິ່ນປົວ ແລະ ໃຫ້ຄຳປຶກສາຜູ້ຕິດສິ່ງເສບຕິດ Read More »

ກົມກວດກາ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ຂອງຂະແໜງການສາທາລະນະສຸກ

ກົມກວດກາ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ຂອງຂະແໜງການສາທາລະນະສຸກ ຂຶ້ນ ພາຍໃຕ້ການເຂົ້າຮ່ວມເປັນປະທານ ຂອງ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ໂດຍມີ ຄະນະພັກຮາກຖານ, ບັນດາໜ່ວຍພັກຮາກຖານ ອ້ອມຂ້າງກະຊວງສາທາລະນະສຸກກໍ່ໄດ້ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ ມີຄວາມໝາຍຄວາມສຳຄັນຫຼາຍ ຊື່ງພາກສ່ວນທີ່ກ່ຽວຂ້ອງຈະໄດ້ພ້ອມກັນຕີລາຄາຄືນການຈັດຕັ້ງປະຕິບັດວຽກງານກວດກາ ໃນປີ 2023 ຜ່ານມາ ແລະ ທິດທາງແຜນການປີ 2024. ນອກຈາກນັ້ນ ຍັງຈະໄດ້ຮັບຟັງການເຜີຍແຜ່ເອກະສານຂອງກອງປະຊຸມສະຫຼຸບວຽກງານກວດທົ່ວປະເທດ ທີ່ທາງຄະນະກວດກາສູນກາງພັກໄດ້ຈັດຂື້ນໃນຕົ້ນເດືອນມີນາ 2024 ທີ່ຜ່ານມາ ຖືວ່າເປັນເອກະສານທີ່ສຳຄັນຫຼາຍ ທີ່ຈະໄດ້ນຳດອົາໄປຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ໄດ້ຮັບຜົນດີ ເພື່ອເຮັດໃຫ້ວຽກງານກວດກາຢູ່ແຕ່ລະບ່ອນດີຂຶ້ນໄປເລື້ອຍໆ. ວັນທີ 1 ເມສາ 2024 ທີ່ກະຊວງສາທາລະນະສຸກ.

ກົມກວດກາ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ຂອງຂະແໜງການສາທາລະນະສຸກ Read More »

ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ) ໄດ້ສະຫຼຸບຜົນງານການສຶກສາ ປີ 2022-2023 ແລະ ແຜນການປີ 2024

ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ) ໄດ້ສະຫຼຸບຜົນງານການສຶກສາ ປີ 2022-2023 ແລະ ແຜນການປີ 2024 ຜົນສຳເລັດທີ່ສະແດງອອກມີຄື: ດ້ານການຮຽນ-ການສອນໄດ້ຈັດຕັ້ງໃນການຮຽນຈຳນວນ 40 ຫຼັກສູດ, ອະນຸປະລິນຍາຕໍ່ເນື່ອງ 02 ຫຼັກສູດ, ອະນຸປະລິນຍາ 04 ຫຼັກສູດ, ປະລິນຍາຕີ 13 ຫຼັກສູດ, ຫຼັງປະລິນຍາ 22 ຫຼັກສູດ, ໃນສົກປີ 2022-2023 ສາມາດສ້າງບຸກຂະລາກອນສາທາລະນະສຸກໄດ້ທັງໝົດ 744 ຄົນ, ເປັນຍິງ 482 ຄົນ ລະດັບອະນຸປະລິນຍາ ແລະ ປະລິນຍາຕີ 567 ຄົນ, ເປັນຍິງ 388 ຄົນ, ລະດັບຫຼັງປະລິນຍາຕີໄດ້ 177 ຄົນ ເປັນຍິງ 94 ຄົນ ແລະ ສຳເລັດການສອບເສັງເອົານັກສຶກສາເຂົ້າສົກຮຽນ ປີ 2023-2024 ລະດັບອະນຸປະລິນຍາ ແລະ ປະລິນຍາຕີທັງໝົດ

ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ) ໄດ້ສະຫຼຸບຜົນງານການສຶກສາ ປີ 2022-2023 ແລະ ແຜນການປີ 2024 Read More »

ພິທີຖະແຫຼງຄໍາໝາຍໝັ້ນຂອງລັດຖະບານວ່າດ້ວຍວຽກງານວາງແຜນຄອບຄົວ (FP2030) ກະຊວງສາທາລະນະສຸກ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ

ພິທີຖະແຫຼງຄໍາໝາຍໝັ້ນຂອງລັດຖະບານວ່າດ້ວຍວຽກງານວາງແຜນຄອບຄົວ (FP2030) ກະຊວງສາທາລະນະສຸກ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ສູນສຸຂະພາບແມ່ ແລະ ເດັກ ໄດ້ວາງໂຄງການລິເລີ້ມການຮ່ວມມືໃນລະດັບສາກົນທີ່ມີຄວາມໝາຍໝັ້ນກ້າວສູ່ສິດທິໃນການວາງແຜນຄອບຄົວ, ຈຸດປະສົງ: ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຈຸດປະສານງານພາຍໃນປະເທດເພື່ອ ສະໜັບສະໜູນການຈັດຕັ້ງປະຕິບັດຄໍາໝາຍໝັ້ນການວາງແຜນຄອບຄົວຂອງ ສປປ ລາວຢ່າງມີປະສິດທິຜົນລວມທັງຄໍາແນະນໍາ ແລະ ການສະໜັບສະໜູນຍຸດທະສາດໃນການພັດທະນາ ແຜນປະຕິບັດງານແຫ່ງຊາດ ກອງເລຂາ FP2030. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສຈ. ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, Ms Sumita Banerjee, Dr Bakhtiyov Kadyrov, ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງ ສາທາລະນະສຸກ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນວັນທີ 29 ມີນາ 2024 ທີ່ ນະຄອນຫຼວງວຽງຈັນ

ພິທີຖະແຫຼງຄໍາໝາຍໝັ້ນຂອງລັດຖະບານວ່າດ້ວຍວຽກງານວາງແຜນຄອບຄົວ (FP2030) ກະຊວງສາທາລະນະສຸກ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ Read More »

ພິທີສະເຫຼີມສະຫຼອງ ວັນສຸຂະພາບໂລກ ປີ 2024 ພາຍໃຕ້ຫົວຂໍ້ “ກ້າວໄປສູ່ສິດທິໃນການເຂົ້າເຖິງການບໍລິການສຸຂະພາບ: ສຸຂະພາບ ຂອງຂ້ອຍ ສິດທິຂອງຂ້ອຍ”

ພິທີສະເຫຼີມສະຫຼອງ ວັນສຸຂະພາບໂລກ ປີ 2024 ພາຍໃຕ້ຫົວຂໍ້ “ກ້າວໄປສູ່ສິດທິໃນການເຂົ້າເຖິງການບໍລິການສຸຂະພາບ: ສຸຂະພາບ ຂອງຂ້ອຍ ສິດທິຂອງຂ້ອຍ” ຈັດຂຶ້ນວັນທີ 25 ມີນາ 2024 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ດຣ ທິມ ອາມສະຕຣອງ ຮັກສາການຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ ມີຕາງໜ້າຈາກບັນດາກະຊວງ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີຄັ້ງນີ້ ໄດ້ມີການເຜີຍແຜ່ກົດໝາຍ ວ່າດ້ວຍສາທາລະນະສຸກ ສະບັບ ສ້າງໃໝ່ ເຊິ່ງເປັນຂີດໝາຍຄວາມສໍາເລັດອັນໜຶ່ງ ພາຍໃນງານສະເຫຼີມສະຫຼອງ ໄດ້ມີການເນັ້ນຢໍ້າເຖິງບົດບາດຂອງ ບັນດານິຕິກໍາຕ່າງໆ ໃນການຮັບປະກັນສິດໃນການເຂົ້າເຖິງການບໍລິການສຸຂະພາບຂອງປະຊາຊົນທຸກຄົນ. ທ່ານ ດຣ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: “ມື້ນີ້ ຖືເປັນໂອກາດສໍາຄັນໃຫ້ແກ່ລະບົບສາທາລະນະສຸກຂອງ ສປປ ລາວ

ພິທີສະເຫຼີມສະຫຼອງ ວັນສຸຂະພາບໂລກ ປີ 2024 ພາຍໃຕ້ຫົວຂໍ້ “ກ້າວໄປສູ່ສິດທິໃນການເຂົ້າເຖິງການບໍລິການສຸຂະພາບ: ສຸຂະພາບ ຂອງຂ້ອຍ ສິດທິຂອງຂ້ອຍ” Read More »

ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທີມງານ ສະພາແຫ່ງຊາດ ສ. ເກົາຫຼີ ແລະ ຄະນະອົງການໂກຟີ

ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທີມງານ ສະພາແຫ່ງຊາດ ສ. ເກົາຫຼີ ແລະ ຄະນະອົງການໂກຟີ ເພື່ອປຶກສາຫາລື ກ່ຽວກັບໂຄງການໂຮງໝໍ ມວສ ແລະ ລາຍງານໂຄງການທີ່ມີການສະໜັບສະໜູນຈາກອົງການໂກຟີ. ເຊີ່ງມີບັນດາພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.   ວັນທີ 27 ມີນາ 2024 ທີ່ກະຊວງສາທາລະນະສຸກ

ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທີມງານ ສະພາແຫ່ງຊາດ ສ. ເກົາຫຼີ ແລະ ຄະນະອົງການໂກຟີ Read More »

ດໍາເນີນທຸລະກິດ ໃນຂະແໜງການບໍລິການສຸຂະພາບ ແລະ ນໍາເຂົ້າ-ສົ່ງອອກ ຢາ-ອຸປະກອນການແພດ

ໃນວັນທີ 25 ມີນາ 2024, ທີນະຄອນຫຼວງວຽງຈັນ, ບໍລິສັດ ເອວີ ທີ່ປຶກສາ ແລະ ການລົງທຶນສາກົນ ດ້ານການແພດ ຈຳກັດ (ບໍລິສັດ ວາມິກ ຈຳກັດ) ໄດ້ຈັດພິທີເປີດບໍລິສັດຢ່າງເປັນທາງການ ເຊິ່ງເປັນບໍລິສັດ ໃຫ້ຄໍາປຶກສາໃນການສ້າງຕັ້ງ, ຂໍອະນຸຍາດດໍາເນີນທຸລະກິດ ໃນຂະແໜງການບໍລິການສຸຂະພາບ ແລະ ນໍາເຂົ້າ-ສົ່ງອອກ ຢາ-ອຸປະກອນການແພດ, ເພື່ອດຶງດູດ, ຂົນຂວາຍນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ທີ່ມີຄວາມເຊື່ອຖື ແລະ ມີກໍາລັງແຮງເພື່ອມາລົງທຶນພັດທະນາລະບົບບໍລິການສຸຂະພາບຢູ່ ສປປ ລາວ ໃຫ້ມີຄຸນນະພາບ, ໄດ້ມາດຕະຖານສາກົນ ແລະ ທຸກຄົນສາມາດເຂົ້າເຖິງບໍລິການໄດ້ຢ່າງທົ່ວເຖິງ. ໃນໂອກາດດຽວກັນ, ທ່ານ ວິຊາຕີ ພົມປັນຍາ ປະທານບໍລິສັດ ວາມິກ ຈຳກັດ ກໍ່ໄດ້ລົງນາມເຊັນບົດບັນທຶກການຮ່ວມມືກັບ ທ່ານ ເລີ່ ອາ ຈຸງ, ຮອງຜູ້ອໍານວຍການບໍລິສັດ ທັງລອງ ການແພດ ຈຳກັດ ເພື່ອຮ່ວມກັນສ້າງໂຮງໝໍທີ່ມີຄຸນນະພາບຕາມມາດຖານສາກົນ ຢູ່ ທີ່

ດໍາເນີນທຸລະກິດ ໃນຂະແໜງການບໍລິການສຸຂະພາບ ແລະ ນໍາເຂົ້າ-ສົ່ງອອກ ຢາ-ອຸປະກອນການແພດ Read More »

3 ອົງການຈັດຕັ້ງມະຫາຊົນ ສົມທົບກັບອົງການກາແດງແຫ່ງຊາດລາວ , ເພື່ອເປັນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ

ກະຊວງສາທາລະນະສຸກ ໄດ້ສ້າງຂະບວນການບໍລິຈາກເລືອດ ຂອງ 3 ອົງການຈັດຕັ້ງມະຫາຊົນ ສົມທົບກັບອົງການກາແດງແຫ່ງຊາດລາວ , ເພື່ອເປັນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ກອງປະະຊຸມໃຫຍ່ 3 ຂັ້ນຂອງພັກ ຢ່າງເປັນຂະບວນຟົດຟື້ນ, ທັງເປັນການຂໍ່ານັບຮັບຕ້ອນ ແລະ ຊົມເຊີຍວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ, ວັນແມ່ຍິງສາກົນ ຄົບຮອບ 114 ປີ ແລະ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 69 ປີ. ໃນພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມ ໂດຍ ທ່ານ ດຣ ໄພວັນແກ້ວປະເສີດ ຄະນະປະຈຳພັກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ຮສ. ດຣ. ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ພ້ອມດ້ວຍ ບັນດາສະຫາຍຄະນະປະຈຳພັກ, ຄະນະພັກກະຊວງ, ຄະນະໜ່ວຍພັກ,ຫົວໜ້າ/ຮອງຫ້ອງການ, ກົມ, ສະຖາບັນ, ມະຫາວິທະຍາໄລ, ສູນ, ໂຮງໝໍ,

3 ອົງການຈັດຕັ້ງມະຫາຊົນ ສົມທົບກັບອົງການກາແດງແຫ່ງຊາດລາວ , ເພື່ອເປັນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ Read More »