ດໍາເນີນທຸລະກິດ ໃນຂະແໜງການບໍລິການສຸຂະພາບ ແລະ ນໍາເຂົ້າ-ສົ່ງອອກ ຢາ-ອຸປະກອນການແພດ

ໃນວັນທີ 25 ມີນາ 2024, ທີນະຄອນຫຼວງວຽງຈັນ, ບໍລິສັດ ເອວີ ທີ່ປຶກສາ ແລະ ການລົງທຶນສາກົນ ດ້ານການແພດ ຈຳກັດ (ບໍລິສັດ ວາມິກ ຈຳກັດ) ໄດ້ຈັດພິທີເປີດບໍລິສັດຢ່າງເປັນທາງການ ເຊິ່ງເປັນບໍລິສັດ ໃຫ້ຄໍາປຶກສາໃນການສ້າງຕັ້ງ, ຂໍອະນຸຍາດດໍາເນີນທຸລະກິດ ໃນຂະແໜງການບໍລິການສຸຂະພາບ ແລະ ນໍາເຂົ້າ-ສົ່ງອອກ ຢາ-ອຸປະກອນການແພດ, ເພື່ອດຶງດູດ, ຂົນຂວາຍນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ທີ່ມີຄວາມເຊື່ອຖື ແລະ ມີກໍາລັງແຮງເພື່ອມາລົງທຶນພັດທະນາລະບົບບໍລິການສຸຂະພາບຢູ່ ສປປ ລາວ ໃຫ້ມີຄຸນນະພາບ, ໄດ້ມາດຕະຖານສາກົນ ແລະ ທຸກຄົນສາມາດເຂົ້າເຖິງບໍລິການໄດ້ຢ່າງທົ່ວເຖິງ.
ໃນໂອກາດດຽວກັນ, ທ່ານ ວິຊາຕີ ພົມປັນຍາ ປະທານບໍລິສັດ ວາມິກ ຈຳກັດ ກໍ່ໄດ້ລົງນາມເຊັນບົດບັນທຶກການຮ່ວມມືກັບ ທ່ານ ເລີ່ ອາ ຈຸງ, ຮອງຜູ້ອໍານວຍການບໍລິສັດ ທັງລອງ ການແພດ ຈຳກັດ ເພື່ອຮ່ວມກັນສ້າງໂຮງໝໍທີ່ມີຄຸນນະພາບຕາມມາດຖານສາກົນ ຢູ່ ທີ່ ເມືອງວັງວຽງ, ແຂວງວຽງຈັນ ແລະ ເມືອງ ປາກລາຍ, ແຂວງ ໄຊຍະບູລີ ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ດຣ. ສະໜອງ ທອງສະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍບັນດາຄະນະກົມ, ກອງຂອງກະຊວງສາທາລະນະສຸກ, ພະແນກສາທາລະນະສຸກແຂວງ, ນັກທຸລະກິດຂອງລາວ ແລະ ຫວຽດນາມ ຈໍານວນໜຶ່ງ ເຂົ້່າຮ່ວມ.