ພິທີສະເຫຼີມສະຫຼອງ ວັນສຸຂະພາບໂລກ ປີ 2024 ພາຍໃຕ້ຫົວຂໍ້ “ກ້າວໄປສູ່ສິດທິໃນການເຂົ້າເຖິງການບໍລິການສຸຂະພາບ: ສຸຂະພາບ ຂອງຂ້ອຍ ສິດທິຂອງຂ້ອຍ”

ພິທີສະເຫຼີມສະຫຼອງ ວັນສຸຂະພາບໂລກ ປີ 2024 ພາຍໃຕ້ຫົວຂໍ້ “ກ້າວໄປສູ່ສິດທິໃນການເຂົ້າເຖິງການບໍລິການສຸຂະພາບ: ສຸຂະພາບ ຂອງຂ້ອຍ ສິດທິຂອງຂ້ອຍ” ຈັດຂຶ້ນວັນທີ 25 ມີນາ 2024 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ດຣ ທິມ ອາມສະຕຣອງ ຮັກສາການຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ ມີຕາງໜ້າຈາກບັນດາກະຊວງ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີຄັ້ງນີ້ ໄດ້ມີການເຜີຍແຜ່ກົດໝາຍ ວ່າດ້ວຍສາທາລະນະສຸກ ສະບັບ ສ້າງໃໝ່ ເຊິ່ງເປັນຂີດໝາຍຄວາມສໍາເລັດອັນໜຶ່ງ ພາຍໃນງານສະເຫຼີມສະຫຼອງ ໄດ້ມີການເນັ້ນຢໍ້າເຖິງບົດບາດຂອງ ບັນດານິຕິກໍາຕ່າງໆ ໃນການຮັບປະກັນສິດໃນການເຂົ້າເຖິງການບໍລິການສຸຂະພາບຂອງປະຊາຊົນທຸກຄົນ. ທ່ານ ດຣ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: “ມື້ນີ້ ຖືເປັນໂອກາດສໍາຄັນໃຫ້ແກ່ລະບົບສາທາລະນະສຸກຂອງ ສປປ ລາວ ເນື່ອງຈາກເປັນມື້ ທີ່ພວກເຮົາມາຮ່ວມກັນສະເຫຼີມສະຫຼອງຜົນສໍາເລັດໃນການພັດທະນາກົດໝາຍ ວ່າດ້ວຍສາທາລະນະສຸກ ໃນປີ 2023 ກົດໝາຍສະບັບນີ້ ໄດ້ການົດຢ່າງຈະແຈ້ງ ກ່ຽວກັບ ກອບການຈັດຕັ້ງປະຕິບັດວຽກງານຂອງແຕ່ລະ ພາກສ່ວນທີ່ນອນໃນຂະແຫນງສາທາລະນະສຸກ ພ້ອມທັງ ສ້າງຕັ້ງຫົວໜ່ວຍຮັບຜິດຊອບໃນການປະສານງານ ແລະ ໃຫ້ບໍລິການດ້ານສາທາລະນະສຸກຕ່າງໆ ແລະ ກົດໝາຍສະບັບນີ້ ຍັງໄດ້ເປັນພື້ນຖານໃຫ້ແກ່ການເສີມຂະຫຍາຍ ວຽກງານນິຕິກໍາໃນຂົງເຂດສາທາລະນະສຸກໃນອະນາຄົດ ອີກດ້ວຍ” “ນິຕິກໍາສະບັບນີ້ ຖືເປັນພື້ນຖານອັນແຂງແກ່ນໃຫ້ແກ່ຂະແຫນງສາທາລະນະສຸກ ເຊິ່ງໄດ້ຮັບປະກັນການເຂົ້າເຖິງການ ບໍລິການສຸຂະພາບອັນຈໍາເປັນສໍາລັບປະຊາຊົນລາວບັນດາເຜົ່າ ກົດໝາຍດັ່ງກ່າວ ຍັງໄດ້ຮັບປະກັນການລົງທຶນໃນ ວຽກງານການປິ່ນປົວຢ່າງເຫມາະສົມ ໂດຍລັດຖະບານ ແລະ ພາກເອກະຊົນ ສິ່ງສໍາຄັນອີກອັນຫນຶ່ງ ກໍຄື ກົດໝາຍ ສະບັບນີ້ ແມ່ນສົ່ງເສີມການຮ່ວມມືຫຼາຍຂະແໜງການ ແລະ ການຮ່ວມມືເຊິ່ງກັນ ແລະ ກັນພາຍໃນກະຊວງເອງ ພ້ອມທັງກໍານົດຢ່າງຊັດເຈນ ກ່ຽວກັບ ພາລະບົດບາດຂອງບັນດາການຈັດຕັ້ງຕ່າງໆໃນຂົງເຂດສາທາລະນະສຸກ.