ກົມກວດກາ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ຂອງຂະແໜງການສາທາລະນະສຸກ

ກົມກວດກາ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ຂອງຂະແໜງການສາທາລະນະສຸກ ຂຶ້ນ ພາຍໃຕ້ການເຂົ້າຮ່ວມເປັນປະທານ ຂອງ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ໂດຍມີ ຄະນະພັກຮາກຖານ, ບັນດາໜ່ວຍພັກຮາກຖານ ອ້ອມຂ້າງກະຊວງສາທາລະນະສຸກກໍ່ໄດ້ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ ມີຄວາມໝາຍຄວາມສຳຄັນຫຼາຍ ຊື່ງພາກສ່ວນທີ່ກ່ຽວຂ້ອງຈະໄດ້ພ້ອມກັນຕີລາຄາຄືນການຈັດຕັ້ງປະຕິບັດວຽກງານກວດກາ ໃນປີ 2023 ຜ່ານມາ ແລະ ທິດທາງແຜນການປີ 2024. ນອກຈາກນັ້ນ ຍັງຈະໄດ້ຮັບຟັງການເຜີຍແຜ່ເອກະສານຂອງກອງປະຊຸມສະຫຼຸບວຽກງານກວດທົ່ວປະເທດ ທີ່ທາງຄະນະກວດກາສູນກາງພັກໄດ້ຈັດຂື້ນໃນຕົ້ນເດືອນມີນາ 2024 ທີ່ຜ່ານມາ ຖືວ່າເປັນເອກະສານທີ່ສຳຄັນຫຼາຍ ທີ່ຈະໄດ້ນຳດອົາໄປຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ໄດ້ຮັບຜົນດີ ເພື່ອເຮັດໃຫ້ວຽກງານກວດກາຢູ່ແຕ່ລະບ່ອນດີຂຶ້ນໄປເລື້ອຍໆ.
ວັນທີ 1 ເມສາ 2024 ທີ່ກະຊວງສາທາລະນະສຸກ.