ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ) ໄດ້ສະຫຼຸບຜົນງານການສຶກສາ ປີ 2022-2023 ແລະ ແຜນການປີ 2024

ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ) ໄດ້ສະຫຼຸບຜົນງານການສຶກສາ ປີ 2022-2023 ແລະ ແຜນການປີ 2024 ຜົນສຳເລັດທີ່ສະແດງອອກມີຄື: ດ້ານການຮຽນ-ການສອນໄດ້ຈັດຕັ້ງໃນການຮຽນຈຳນວນ 40 ຫຼັກສູດ, ອະນຸປະລິນຍາຕໍ່ເນື່ອງ 02 ຫຼັກສູດ, ອະນຸປະລິນຍາ 04 ຫຼັກສູດ, ປະລິນຍາຕີ 13 ຫຼັກສູດ, ຫຼັງປະລິນຍາ 22 ຫຼັກສູດ, ໃນສົກປີ 2022-2023 ສາມາດສ້າງບຸກຂະລາກອນສາທາລະນະສຸກໄດ້ທັງໝົດ 744 ຄົນ, ເປັນຍິງ 482 ຄົນ ລະດັບອະນຸປະລິນຍາ ແລະ ປະລິນຍາຕີ 567 ຄົນ, ເປັນຍິງ 388 ຄົນ, ລະດັບຫຼັງປະລິນຍາຕີໄດ້ 177 ຄົນ ເປັນຍິງ 94 ຄົນ ແລະ ສຳເລັດການສອບເສັງເອົານັກສຶກສາເຂົ້າສົກຮຽນ ປີ 2023-2024 ລະດັບອະນຸປະລິນຍາ ແລະ ປະລິນຍາຕີທັງໝົດ 631 ຄົນ ແລະ ລະດັບຫຼັງປະລິນນຍາທັງໝົດ 147 ຄົນ ລົງເລິກຂະແໜງ 2 ຄົນຊ່ຽວຊານຂັ້ນ 1 ຈຳນວນ 117 ຄົນ ແລະ ຂັ້ນ 2 ຈຳນວນ 8 ຄົນ ລະດັບປະລິນຍາໂທຈຳນວນ 56 ຄົນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີ ທ່ານ ຮສ ດຣ ບຸນຖົມ ຊາມຸນຕຣີ ອະທິການບໍດີ ມະຫາວິທະຍາໄລວິທະຍາສາດສຸຂະພາບ, ຄະນະບໍດີ, ຮອງຄະນະບໍດີ, ຕາງໜ້າຫົວໜ້າຫ້ອງກະຊວງສາທາ, ບັນດາກົມ, ຄະນະສູນ, ຄະນະອຳນວຍການວິທະຍາໄລວິທະຍາສາດສຸຂະພາບ, ຫົວໜ້າສະຖາບັນສະທາລະນະສຸກສາດ ແລະ ການແພດເຂດຮ້ອນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງກໍໄດ້ເຂົ້າຮ່ວມ.

 
ໃນວັນທີ 28 ມີນາ 2024 ທີ່ ມະຫາວິທະຍາໄລວິທະຍາສາດ ສຸຂະພາບ