ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທີມງານ ສະພາແຫ່ງຊາດ ສ. ເກົາຫຼີ ແລະ ຄະນະອົງການໂກຟີ

ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທີມງານ ສະພາແຫ່ງຊາດ ສ. ເກົາຫຼີ ແລະ ຄະນະອົງການໂກຟີ ເພື່ອປຶກສາຫາລື ກ່ຽວກັບໂຄງການໂຮງໝໍ ມວສ ແລະ ລາຍງານໂຄງການທີ່ມີການສະໜັບສະໜູນຈາກອົງການໂກຟີ. ເຊີ່ງມີບັນດາພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
 
ວັນທີ 27 ມີນາ 2024 ທີ່ກະຊວງສາທາລະນະສຸກ