ພິທີຖະແຫຼງຄໍາໝາຍໝັ້ນຂອງລັດຖະບານວ່າດ້ວຍວຽກງານວາງແຜນຄອບຄົວ (FP2030) ກະຊວງສາທາລະນະສຸກ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ

ພິທີຖະແຫຼງຄໍາໝາຍໝັ້ນຂອງລັດຖະບານວ່າດ້ວຍວຽກງານວາງແຜນຄອບຄົວ (FP2030) ກະຊວງສາທາລະນະສຸກ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ສູນສຸຂະພາບແມ່ ແລະ ເດັກ ໄດ້ວາງໂຄງການລິເລີ້ມການຮ່ວມມືໃນລະດັບສາກົນທີ່ມີຄວາມໝາຍໝັ້ນກ້າວສູ່ສິດທິໃນການວາງແຜນຄອບຄົວ, ຈຸດປະສົງ: ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຈຸດປະສານງານພາຍໃນປະເທດເພື່ອ ສະໜັບສະໜູນການຈັດຕັ້ງປະຕິບັດຄໍາໝາຍໝັ້ນການວາງແຜນຄອບຄົວຂອງ ສປປ ລາວຢ່າງມີປະສິດທິຜົນລວມທັງຄໍາແນະນໍາ ແລະ ການສະໜັບສະໜູນຍຸດທະສາດໃນການພັດທະນາ ແຜນປະຕິບັດງານແຫ່ງຊາດ ກອງເລຂາ FP2030. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສຈ. ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, Ms Sumita Banerjee, Dr Bakhtiyov Kadyrov, ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງ ສາທາລະນະສຸກ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນວັນທີ 29 ມີນາ 2024 ທີ່ ນະຄອນຫຼວງວຽງຈັນ