3 ອົງການຈັດຕັ້ງມະຫາຊົນ ສົມທົບກັບອົງການກາແດງແຫ່ງຊາດລາວ , ເພື່ອເປັນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ

ກະຊວງສາທາລະນະສຸກ ໄດ້ສ້າງຂະບວນການບໍລິຈາກເລືອດ ຂອງ 3 ອົງການຈັດຕັ້ງມະຫາຊົນ ສົມທົບກັບອົງການກາແດງແຫ່ງຊາດລາວ , ເພື່ອເປັນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ກອງປະະຊຸມໃຫຍ່ 3 ຂັ້ນຂອງພັກ ຢ່າງເປັນຂະບວນຟົດຟື້ນ, ທັງເປັນການຂໍ່ານັບຮັບຕ້ອນ ແລະ ຊົມເຊີຍວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ, ວັນແມ່ຍິງສາກົນ ຄົບຮອບ 114 ປີ ແລະ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 69 ປີ. ໃນພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມ ໂດຍ ທ່ານ ດຣ ໄພວັນແກ້ວປະເສີດ ຄະນະປະຈຳພັກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ຮສ. ດຣ. ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ພ້ອມດ້ວຍ ບັນດາສະຫາຍຄະນະປະຈຳພັກ, ຄະນະພັກກະຊວງ, ຄະນະໜ່ວຍພັກ,ຫົວໜ້າ/ຮອງຫ້ອງການ, ກົມ, ສະຖາບັນ, ມະຫາວິທະຍາໄລ, ສູນ, ໂຮງໝໍ, ໂຮງຮຽນ, ໂຮງງານ ແລະ ກົມກອງອ້ອມຂ້າງກະຊວງສາທາລະນະສຸກ, ອົງການກາແດງແຫ່ງຊາດລາວ/ສະຖາບັນເລືອດແຫ່ງຊາດ ຕະຫຼອດຮອດບັນດາສະຫາຍ ສະມາຊິກຂອງ 3 ອົງການຈັດຕັ້ງມະຫາຊົນ ກໍ່ໄດ້ເຂົ້າຮ່ວມ. ຖືວ່າ ແມ່ນເປັນຜົນງານອັນຍິ່ງໃຫຍ່ ແລະ ມີຄວາມສໍາຄັນທີ່ດີເລີດ ພາຍໄຕ້ຄໍາຂວັນໃນການປຸກລະດົມ ຄື: “ບໍລິຈາກເລືອດແມ່ນຮັກຊາດ ແລະ ພັດທະນາ”
“ເລືອດໜຶ່ງຢົດ ເພື່ອອານາຄົດຂອງຊາດ”
“ສີນໄຊແຫ່ງຍຸກສະໃໝ່ ຮ່ວມໃຈບໍລິຈາກເລືອດ”
“ບໍລິຈາກເລືອດແມ່ນພະລັງແຫ່ງຄວາມສາມັກຄີ ມາຮ່ວມບໍລິຈາກເລືອດເພື່ອຊ່ວຍຊີວິດ”
ວັນທີ 22 ມີນາ 2024, ທີ່ກະຊວງສາທາລະນະສຸກ