ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຢ້ຽມຢາມ ແລະ ຕິດຕາມການຈັດຕັ້ງປະຕິບັດວຽກງານປິ່ນປົວ ແລະ ໃຫ້ຄຳປຶກສາຜູ້ຕິດສິ່ງເສບຕິດ

ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ; ພ້ອມດ້ວຍໜ່ວຍງານທີ່ກ່ຽວຂ້ອງ ອົງການ UNODC, ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ; ຫ້ອງສາທາລະນະສຸກ ເມືອງຫາດຊາຍຟອງ; ໄດ້ລົງໄປຢ້ຽມຢາມ ແລະ ຕິດຕາມການຈັດຕັ້ງປະຕິບັດວຽກງານປິ່ນປົວ ແລະ ໃຫ້ຄຳປຶກສາຜູ້ຕິດສິ່ງເສບຕິດ ຢູ່ ໂຮງໝໍຊຸມຊົນ ເມືອງຫາດຊາຍຟອງ ເພື່ອຮັບຟັງການລາຍງານການຈັດຕັ້ງປະຕິບັດຜ່ານມາ ແລະ ຄວາມຄືບໜ້າຂອງວຽກງານດັ່ງກ່າວ ແລະ ເພື່ອຊຸກຍູ້ທີມງານປິ່ນປົວ ແລະ ໃຫ້ຄຳປຶກສາວຽກງານປິ່ນປົວຜູ້ຕິດສິ່ງເສບຕິດຂອງ ໂຮງໝໍຊຸມຊົນໄດ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ.
ທ່ານ ດຣ. ໄພວັນ ແກ້ວປະເສີດ ໄດ້ມີຄຳເຫັນ ແລະ ທິດຊີ້ນຳ ໃຫ້ແກ່ວຽກງານດັ່ງກ່າວຄື:
1) ໃຫ້ສືບຕໍ່ການໃຫ້ຄຳປຶກສາ ແລະ ການປິ່ນປົວ ອີງຕາມທິດຊີ້ນຳຂອງ ທ່ານ ນາຍົກລັດຖະມົນຕີ ກ່ຽວກັບ 2 ວາລະແຫ່ງຊາດ ໃນນັ້ນກໍ່ມີວຽກງານຢາເສບຕິດທີ່ຕິດພັນກັບຂະແໜງການສາທາລະນະສຸກ ກໍຄືການປິ່ນປົວຮັກສາຄົນເຈັບທີ່ເຂົ້າມາຮັກສາດ້ວຍຄວາມສະມັກໃຈ ແລະ ໃຫ້ທົດລອງນຳໃຊ້ຢາ ເມທາດອນ ໃນການປິ່ນປົວຮັກສາ;
2) ສຳລັບວຽກຈຸດສຸມໃຫ້ພາກສ່ວນກ່ຽວຂ້ອງມີສ່ວນຮ່ວມນຳກັນ ເຊັ່ນ : ກະຊວງສາທາລະນະສຸກ, ປກສ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງຖະແຫຼ່ງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ແກ້ໄຂວຽກງານຜົນຮ້າຍຂອງຢາເສບຕິດ, ໂຄຊະນາເຜີຍແຜ່ຜ່ານຊື່ອອນລາຍຕ່າງໆ ເພື່ອໃຫ້ກຸ່ມເປົ້າໝາຍໄດ້ເຂົ້າເຖີງ;
3) ການປັບປຸງວຽກງານພື້ນຖານໂຄງລ່າງກໍເປັນສິ່ງທີ່ຄັນຫຼາຍ, ປະຈຸບັນເຫັນໄດ້ວ່າໂຮງໝໍຊຸມຊົນແມ່ນຍັງຂາດ ຕຶກອາຫານປິ່ນປົວຄົນເຈັບ,ອຸປະກອນການແພດ ແລະ ຢາ ເປັນຕົ້ນແມ່ນດ້ານງົບປະມານໃຫ້ການຈັດຕັ້ງປະຕິບັດ;
4) ພາຍຫຼັງສຳເລັດການປິ່ນປົວ ໃຫ້ມີການສ້າງອາຊີບວຽກເຮັດງານທຳໃຫ້ແກ່ພວກເຂົາ ໃຫ້ມີບ່ອນຝຶກອາຊີບ ເພື່ອບໍ່ໃຫ້ຄົນເຈັບກັບເຂົ້າໄປສູ່ວົງຈອນເກົ່າ;
5) ໃຫ້ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າສຶກສາ ຢາເມທາດອນ ທີ່ຈະທົດລອງປິ່ນປົວໃຫ້ຜູ້ຕິດສິ່ງເສບຕິດ ໃນ ສປປ ລາວ ແລະ ໃຫ້ປະສານສົມທົບກັບ ອົງການ UNODC ດ້ານງົບປະມານ ອີງຕາມທິດຊີ້ນຳຂອງ ທ່ານ ນາຍົກລັດຖະມົນຕີ;
6) ພວກເຮົາຄວນມີຖານຂໍ້ມູນລະອຽດ ແລະ ມີລະບົບການບັກທຶກຄົນເຈັບເຂົ້າ-ອອກ ທີ່ມາປິ່ນປົວທີ່ໂຮງໝໍຊຸມຊົນ ເພື່ອລາຍງານການນຳ;
7) ໃຫ້ສຶບຕໍ່ວຽກງານສາຍດ່ວນ ແລະ ການຮ່ວມມືນຳສາກົນ;
   
ວັນທີ 03 ເມສາ 2024 ທີ່ໂຮງໝໍຊຸມຊົນ ເມືອງຫາດຊາຍຟອງ