ລາວເຮົາຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ
ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ໄດ້ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຖະແຫລງໃຫ້ຮູ້ວ່າ: ໃນວັນທີ 18 ກຸມພາ 2021 ນີ້, ທົ່ວປະເທດມີຜູ້ເດີນທາງເຂົ້າມາທັງໝົດ 2.003 ຄົນ. ໃນນັ້ນຜ່ານດ່ານ ລາວ-ໄທ ມີ 1.815 ຄົນ, ດ່ານ ລາວ-ຈີນ 24 ຄົນ ແລະ ດ່ານ ລາວ-ຫວຽດນາມ 164 ຄົນ. ທັງໝົດໄດ້ແທກອຸນຫະພູມຮ່າງກາຍ, ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງມາກວດກ່ອນນຳສົ່ງໄປສະ ຖານທີ່ຈຳກັດບໍລິເວນ ຈົນຄົບກຳນົດ 14 ວັນ. ປັດຈຸບັນ, ມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.853 ຄົນຢູ່ໃນ 35 ສູນທົ່ວປະເທດ. ໄດ້ເກັບຕົວຢ່າງຈໍານວນ 314 ຄົນ ມາກວດວິເຄາະແຕ່ບໍ່ພົບຜູ້ຕິດເຊື້ອ COVID-19 ເພີ່ມ, ໝາຍຄວາມວ່າ […]
ລາວເຮົາຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ Read More »