ນາຍົກ ເນັ້ນຂະແໜງສາລະນະສຸກ ສືບຕໍ່ມູນ ເຊື້ອແພດປະຕິວັດ ຂອງປະຊາຊົນຢ່າງແທ້ຈິງ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມໃຫ້ທິດຊີ້ນຳ ຕໍ່ກອງປະຊຸມສາທາລະນະສຸກທົ່ວປະເທດ ຄັ້ງທີ VIII ໃນວັນທີ 29 ມັງກອນ 2021, ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຄຳຂວັນທີ່ວ່າ “ຍົກສູງຄຸນນະພາບການບໍລິການສຸຂະພາບ” ເຊິ່ງທ່ານ ນາຍົກ ໄດ້ຊົມເຊີຍການປະຕິບັດໜ້າທີ່ຂອງພະນັກງານແພດໝໍ, ນັກຮົບເສື້ອຂາວ ແລະ ທຸກຄົນໃນສັງຄົມ ທີ່ຮ່ວມມືຕໍ່ສູ້ກັບພະຍາດໂຄວິດ-19 ຢ່າງເປັນຈິດໜຶ່ງໃຈດຽວ.
ຢ່າງໃດກໍຕາມ ທ່ານ ນາຍົກລັດຖະມົນຕີ ຍັງໄດ້ເນັ້ນໃຫ້ຂະແໜງສາທາລະນະສຸກສືບຕໍ່ມູນເຊື້ອແພດປະຕິວັດ ທີ່ມີຄວາມເສຍສະຫລະ, ຖືເອົາຄົນເຈັບເປັນເປົ້າໝາຍ ປຽບສະເໝືອນຄົນທີ່ຕົນຮັກ, ມີຈັນຍາບັນຈັນຍາທຳ ແລະ ເປັນແພດຂອງປະຊາຊົນຢ່າງແທ້ຈິງ; ພ້ອມເນັ້ນ ບາງບັນຫາທີ່ສາທາລະນະສຸກຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າ. ໃນໄລຍະຜ່ານມາ ພະນັກງານແພດໝໍໄດ້ເປັນຈິດໜຶ່ງໃຈດຽວຕໍ່ສູ້ຕ້ານພະບາດໂຄວິດ-19 ແລະ ໄດ້ຂະໜານນາມໃຫ້ກັບພະນັກງານແພດໝໍວ່າ ເປັນນັກຮົບເສື້ອຂາວ, ພ້ອມທັງໄດ້ເນັ້ນບາງບັນຫາທີ່ຂະແໜງສາທາລະ ນະສຸກ ຕ້ອງໄດ້ສືບຕໍ່ປະຕິບັດໃນຕໍ່ໜ້າ ເປັນຕົ້ນແມ່ນ ໃຫ້ສືບຕໍ່ມູນເຊື້ອແພດປະຕິວັດ, ໝັ່ນອ່ານ, ໝັ່ນຮຽນ, ສຶກສາໃຫ້ຮູ້ແທ້ວ່າແພດປະຕິວັດຄິດແນວໃດ, ເຮັດແນວໃດ, ທໍາຕົວແນວໃດ, ເສຍສະຫລະເພື່ອປະຊາຊົນແນວໃດ ຮັກຄົນເຈັບແນວໃດ, ຖືເອົາຄົນເຈັບເປັນຄົນທີ່ຕົນຮັກ ເພື່ອຫາວິທີປິ່ນປົວ ເອົາຄວາມເຈັບປວດ ຄວາມທຸກຈາກພະຍາດ ອອກຈາກໂຕເຂົາເຈົ້າ. ນອກນີ້ ໃຫ້ແພດໝໍຍຶດຖືການມີນໍ້າໃຈ, ມີຈັນຍາບັນ, ຈັນຍາທໍາ ເພາະຂະແໜງສາທາລະນະສຸກ ເປັນຂະແໜງໜຶ່ງທີ່ເຮັດໜ້າທີ່ປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ຂອງສະຫະປະຊາຊາດ, ໂຕຊີ້ວັດທີ່ສໍາຄັນຢູ່ໃນນີ້ ແມ່ນຂະແໜງສາທາລະນະສຸກເປັນຜູ້ປະຕິບັດ, ເປັນຜູ້ຮັບຜິດຊອບ. ສະນັ້ນ ຕ້ອງໃຫ້ເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າ ເພື່ອປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມໃນການນຳເອົາປະເທດເຮົາ ຫລຸດພົ້ນອອກຈາກສະຖາ ນະພາບດ້ອຍພັດທະນາ; ໃຫ້ເອົາມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ມາຜັນຂະຫຍາຍເປັນໂຄງການ, ເປັນແຜນງານລະອຽດຕົວຈິງເພື່ອປະຕິບັດໃຫ້ໄດ້; ໃຫ້ຮີບ ຮ້ອນຖອດຖອນບົດຮຽນອັນລໍ້າຄ່າ ຂອງການປ້ອງກັນ ຕ້ານ ແລະ ແກ້ໄຂໂຄວິດ-19 ຢູ່ໃນປະເທດເຮົາ, ປົກປັກຮັກສາສຸຂະພາບ ແລະ ປ້ອງກັນພະຍາດຮ້າຍແຮງຕ່າງໆ ທີ່ເກີດຂຶ້ນຢູ່ໃນປະເທດເຮົາ ທີ່ອາດເກີດຂຶ້ນໃນອະນາຄົດ. ນອກຈາກໂຄວິດ-19 ນີ້ ກໍ່ໃຫ້ຖືເປັນສໍາຄັນໃນການປັບປຸງແນວທາງດ້ານສາທາລະນະສຸກ ໃຫ້ກ້າວໜ້າທັນສະໄໝຂຶ້ນ ເພື່ອດຶງດູດເອົາທົ່ວສັງຄົມ ເຂົ້າຮ່ວມໃນການພັດທະນາຂະແໜງສາທາລະນະສຸກໃຫ້ກວ້າງຂວາງ ແລະ ຮ່ວມມືກັບຕ່າງປະເທດ ດຶງດູດເອົາການລົງທຶນ ການຮ່ວມມື ຫລື ທາງດ້ານເຕັກໂນໂລຊີ ວິທະຍາສາດການແພດເຂົ້າມາປະເທດເຮົາໃຫ້ຫລາຍເທົ່າທີ່ຈະຫລາຍໄດ້.
ທ່ານ ທອງລຸນ ສີສຸລິດ ຍັງກ່າວ ຕື່ມອີກວ່າ: ສໍາລັບລາວເຮົາແມ່ນຂ້ອນຂ້າງໂຊກດີ ເນື່ອງຈາກສາມາດຄວບຄຸມພະຍາດໂຄວິດ-19 ໄດ້ໃນລະດັບທີ່ແນ່ນອນ ບໍ່ມີຜູ້ເສຍຊີວິດ, ປິ່ນປົວຜູ້ຕິດເຊື້ອໃຫ້ຫາຍດີໄດ້ ເຊິ່ງທັງໝົດນີ້ ກໍຍ້ອນການຊີ້ນໍານໍາພາຂອງພັກ-ລັດຖະບານ, ມີການອອກຄໍາສັ່ງໄດ້ທັນການ ພວກເຮົາສາມາດສະກັດກັ້ນໄດ້ແຕ່ຫົວທີ ແລະ ສະດຸ້ງໄວຕໍ່ບັນຫາ ຕັດໄຟໄດ້ແຕ່ຕົ້ນລົມ ແຕ່ທັງນີ້ທັງນັ້ນ ກໍ່ຍ້ອນການຮ່ວມມືຂອງທຸກໆພາກສ່ວນໃນສັງຄົມ ລວມທັງພໍ່ແມ່ປະຊາຊົນແຕ່ເໜືອຮອດໃຕ້ ໃນທົ່ວປະເທດ ທີ່ເປັນຈິດໜຶ່ງໃຈດຽວກັນ ສາມັກຄີປະຕິບັດຄໍາສັ່ງ 06 ໄດ້ຢ່າງມີປະສິດທິພາບ. ແຕ່ກໍຢ່າເຜີຕົວ ຫລື ດີໃຈວ່າເຮົາຊະ ນະພະຍາດໂຄວິດ-19 ແລ້ວ ໃຫ້ສືບຕໍ່ປະຕິບັດທຸກມາດຕະການທີ່ຄະນະສະເພາະກິດ ແລະ ລັດຖະບານວາງອອກຢ່າງເຂັ້ມງວດ.