ລັດຖະບານລາວ ຕີລາຄາສູງ ຕໍ່ການຊ່ວຍເຫລືອ ວັກແຊງ ທີ່ລ້ຳຄ່າ ຂອງ ສປ ຈີນ

ກະຊວງ ສາທາລະນະສຸກ ກໍຄື ລັດຖະບານລາວ ຕີລາຄາສູງ ຕໍ່ການຊ່ວຍເຫລືອ ອັນລ້ຳຄ່າຂອງ ລັດຖະບານ ສປ ຈີນ ທີ່ໄດ້ມອບ ວັກແຊງ ປ້ອງກັນ ພະຍາດໂຄວິດ-19 ຈຳນວນ 300.000 ໂດສ ພ້ອມດ້ວຍເຊີແລງ ຈຳນວນ 300.800 ອັນ ໃຫ້ແກ່ ສປປ ລາວ ເພື່ອນຳມາໃຊ້ເຂົ້າໃນວຽກງານປ້ອງກັນພະຍາດໂຄວິດ-19 ຢູ່ພາຍໃນປະເທດ ໄດ້ຢ່າງທັນການ.​

ທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໃຫ້ສຳພາດໃນໂອກາດຕ້ອນຮັບການຂົນສົ່ງວັກແຊງປ້ອງກັນພະຍາດໂຄວິດ-19 ຈຳນວນ 300.000 ໂດສ ທີ່ມາຈາກ ສປ ຈີນ ໃນຕອນເຊົ້າຂອງວັນທີ 8 ກຸມພາ 2021 ທີ່ສະໜາມບິນສາກົນວັດໄຕ ວ່າ: ການຊ່ວຍເຫລືອຄັ້ງນີ້, ເຊິ່ງເປັນຮອບທີສອງ ແມ່ນມີຄວາມໝາຍສຳຄັນຫລາຍ ເພາະຈະເຮັດໃຫ້ ສປປ ລາວ ສາມາດສັກວັກແຊງປ້ອງກັນພະຍາດໂຄວິດ-19 ໃຫ້ບຸກຄະລາກອນຜູ້ທີ່ມີຄວາມສ່ຽງສູງສຸດໄດ້ຄົບໝົດ ເປັນຕົ້ນແມ່ນບຸກຄະລາກອນການແພດ ທີ່ເຮັດວຽກໂດຍກົງກັບຄົນເຈັບ ແລະ ເຮັດວຽກຢູ່ຫ້ອງວິເຄາະ, ບຸກຄະລາກອນທີ່ເຮັດວຽກຢູ່ຕາມຊາຍແດນຕ່າງໆ ແລະ ຜູ້ທີ່ເຮັດວຽກຜະເຊີນໜ້າກັບຄົນເຈັບທີ່ຕິດເຊື້ອ ແລະ ຜູ້ທີ່ສົງໄສການຕິດ ເຊື້ອພະຍາດໂຄວິດ-19 ແລະ ຜູ້ມີຄວາມສ່ຽງທີ່ບໍ່ຮູ້ຈັກ.

ໃນເບື້ອງຕົ້ນ, ລັດຖະບານຈີນ ກໍໄດ້ມອບວັກແຊງດັ່ງກ່າວ, ຈຳນວນ 2.000 ໂດສ ໃຫ້ ສປປ ລາວ ເຊິ່ງປັດຈຸບັນນີ້ ກຳລັງເລັ່ງສັກໃຫ້ບຸກຄົນທີ່ໄດ້ມີຄວາມສ່ຽງສູງສຸດກ່ອນ ເຊິ່ງສັກໄດ້ປະມານ 600 ກວ່າຄົນແລ້ວ ແລະ ເຫັນວ່າມີຄວາມປອດໄພດີ ແລະ ບໍ່ມີອາການຂ້າງຄຽງ, ພ້ອມດຽວກັນນັ້ນ ການເກັບຮັກສາກໍງ່າຍ ໂດຍສາມາດເກັບຮັກສາໃນອຸ່ນຫະພູມ 2-8 ອົງສາ, ໝາຍຄວາມວ່າ ສາມາດນຳໄປສັກໃຫ້ກັບປະຊາຊົນລາວ ໃນທຸກບ່ອນທົ່ວປະເທດໄດ້.

ການຊ່ວຍເຫລືອດັ່ງກ່າວ, ເປັນການສະແດງເຖິງນ້ຳໃຈເອື້ອເຟື້ອເພື່ອແຜ່ ຂອງລັດຖະບານຈີນ ແລະ ເປັນການສະແດງເຖິງການເປັນເພື່ອນມິດສະຫາຍອ້າຍນ້ອງ ທີ່ເປັນມູນເຊື້ອ, ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

ທ່ານລັດຖະມົນຕີ ຊີ້ແຈງວ່າ: ການສັກວັກແຊງ ແມ່ນໄດ້ປະຕິບັດຕາມຂໍ້ບົ່ງຊີ້ຂອງສະຫະພັນວັກແຊງສາກົນ GAVI (Global Alliance for Vaccines and Immunization) ເຊິ່ງເລີ່ມຕົ້ນທີ່ມີໜ້ອຍ ແມ່ນຈະຕ້ອງສັກໃຫ້ຜູ້ທີ່ຈຳເປັນທີ່ສຸດ ແລະ ມີຄວາມສ່ຽງສູງສຸດສາກ່ອນ. ພ້ອມກັນນັ້ນ, ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ກໍຄື ພັກກອມມຸຍນິດຈີນ ທີ່ໄດ້ປະກອບສ່ວນເຮັດໃຫ້ ສປປ ລາວ ມີທ່າແຮງໃນປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຢູ່ໃນປະເທດ.

China provides 300,000 doses of Covid-19 vaccine to Laos

A plane carrying 300,000 doses of Sinovac Biotech’s COVID-19 vaccine and over 300,000 syringes arrived in Vientiane yesterday’s morning.

The vaccine, the second batch of its kind to be provided as a donation package by the Chinese government to the Lao PDR, will be given to risk groups including medical workers, border officials and those working at quarantine stations across the country.

A handover for the vaccines was held at the Ministry of Health in Vientiane between Chinese Ambassador to the Lao PDR Jiang Zaidong and Vice President Phankham Viphavanh in the presence of officials of relevant offices of the two countries.

The Chinese government previously provided 2,000 doses of Covid-19 vaccine to the Lao PDR.

“The Chinese government is very happy to share its vaccines with the Lao people and to have chosen the Lao PDR as the first country to receive its vaccines. Relevant authorities of Laos and China have worked closely to ensure Covid-19 vaccines are delivered to the Lao PDR as soon as possible,” said the Chinese ambassador.

In reply, Vice President Phankham Viphavanh expressed since thanks to the Party, government and people of China for providing such medical supplies to the government and people of the Lao PDR to ensure the control and prevention efforts against covid-19 in the country.

The vice president also expressed his belief that under the clear-sighted leadership of the Party and government of China with comrade Xi Jinping as the core, the Chinese people will certainly overcome Covid-19 in the near future and restore economic and social normalcy