ກະຊວງສາທາລະນະສຸກ ຈະສັກວັກແຊັງກັນໂຄວິດ-19

ໃນວັນທີ 27 ມັງກອນ 2021, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ສູນສຸຂະພາບແມ່ ແລະ ເດັກ, ກະຊວງສາທາລະນະສຸກ ໄດ້ຈັດພິທີການສັກຢາວັກແຊັງປ້ອງກັນພະຍາດໂຄວິດ-19 ໃຫ້ພະນັກງານ-ແພດໝໍ ທີ່ເປັນກຸ່ມສ່ຽງສູງ ຈຳນວນ 320 ທ່ານ ຢູ່ສອງຈຸດ ຄື: ໂຮງໝໍມິດຕະພາບ ແລະ ໂຮງໝໍເສດຖາທິລາດ ເພື່ອນໍາໃຊ້ວັກແຊັງທີ່ມີ ໃຫ້ເກີດປະໂຫຍດສູງສຸດກັບແພດໝໍ ທີ່ມີຄວາມສ່ຽງສູງ. ໃນຂະນະທີ່ເດືອນພະຈິກ ປີຜ່ານມາ ໄດ້ມີການຈັດຕັ້ງປະຕິບັດສັກແບບສຸກເສີນ ໃນກຸ່ມຄົນແພດໝໍ, ພະນັກງານຜູ້ເຮັດວຽກຢູ່ຈຸດຜ່ານແດນ, ພະນັກງານຢູ່ສູນຈໍາກັດບໍລິເວນແລ້ວຈໍານວນ 298 ຄົນ, ສັກຄົບ 2 ເຂັມແລ້ວ ຈໍານວນ 125 ຄົນ ແລະ ຍັງຄ້າງບໍ່ທັນໄດ້ສັກເຂັມທີ 2 ຈຳນວນ 173 ຄົນ, ເຊິ່ງໄດ້ໃຊ້ວັກແຊັງທັງໝົດ 423 ໂດສ, ທັງໝົດແມ່ນບໍ່ມີອາການຜິດປົກກະຕິ ແລະ ຄາດວ່າໝົດປີນີ້ຈະສັກວັກແຊັງດັ່ງກ່າວ, ໃຫ້ໄດ້ປະມານ 1,5 ລ້ານຄົນ, ກວມເອົາ 22% ຂອງປະຊາກອນ.
ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ມື້ນີ້ກະ ຊວງສາທາລະນະສຸກ ໄດ້ມີການເປີດກວ້າງການສັກວັກແຊັງ ໃຫ້ກັບແພດໝໍ ຜູ້ທີ່ມີຄວາມສ່ຽງສູງສຸດ ຜູ້ປະເຊີນໜ້າກັບຄົນເຈັບທີ່ເປັນກໍລະນີສົງໄສ ແລະ ຜູ້ທີ່ຕິດເຊື້ອໂຄວິດ-19, ຊຶ່ງໄດ້ຖືກເປັນກຸ່ມທີ່ພິຈາ ລະນາທໍາອິດ ເນື່ອງຈາກວັກແຊັງຂອງພວກເຮົາ ທີ່ໄດ້ຮັບການຊ່ວຍເຫລືອມາຈາກປະເທດເພື່ອນມິດ ຄັ້ງນີ້ ແມ່ນຍັງຢູ່ໃນຈໍານວນຈໍາກັດ, ວັກແຊັງທີ່ໃຊ້ສັກໃນມື້ນີ້ ກໍແມ່ນວັກແຊັງທີ່ໄດ້ຮັບການຊ່ວຍເຫລືອຈາກ ສປ ຈີນ ຈໍານວນ 2.000 ໂດສ໌ ຊື່ວັກແຊັງ Vero Cell ຈາກບໍລິສັດ Sinopharm, ຊຶ່ງແມ່ນຄວາມເປັນຫວ່ງເປັນໃຍຂອງສອງພັກ-ສອງລັດ ທີ່ມີຕໍ່ປະຊາຊົນລາວຂອງພວກເຮົາ ໃນການຄວບຄຸມການລະບາດຂອງພະຍາດດັ່ງກ່າວ. ການນໍາໃຊ້ວັກແຊັງນີ້, ແມ່ນພວກເຮົາຍັງມີການສືບຕໍ່ ຄາດວ່າປີ 2021 ນີ້ ສປປ ລາວ ຈະຕ້ອງສັກໃຫ້ໄດ້ປະມານ 1,5 ລ້ານຄົນ, ກວມເອົາ 22% ຂອງປະຊາກອນ ແລະ ຄາດວ່າເດືອນມີນາ ວັກແຊັງ ກໍຈະເຂົ້າມາເຖິງລາວເຮົາ ແລະ ກໍຈະມີຖະຍອຍເຂົ້າມາເລື້ອຍໆ ຮອດປີ 2023 ຈະໃຫ້ກວມໄດ້ 70%.
ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ໃຫ້ຮູ້ຕື່ມວ່າ: ວັກແຊັງຊະນິດນີ້, ແມ່ນໄດ້ມີການຈັດຕັ້ງປະຕິບັດຢູ່ໃນປະເທດຂອງເພີ່ນມາ 3 ຮອບແລ້ວ ແລະ ມີຄົນເຂົ້າຮ່ວມສັກ 1 ລ້ານກວ່າຄົນມາແລ້ວ ກໍເຫັນວ່າບໍ່ມີເຫດການປະຕິກິລິຍາຫຍັງເກີດຂຶ້ນ, ໃນວັນທີ 24 ພະຈິກຜ່ານມາ ທີມງານຜູ້ຊ່ຽວຊານ ຂອງໂຮງ ງານຜະລິດວັກແຊັງດັ່ງກ່າວ, ພ້ອມທັງພະນັກງານສະຖານທູດຈີນ ກໍໄດ້ມີການຈັດສໍາມະນາຮ່ວມກັນກັບທີມແພດໝໍຂອງລາວເຮົາ ເພື່ອແລກປ່ຽນປະສົບການກັນ ແລ້ວກໍໄດ້ມີການຈັດຕັ້ງປະຕິບັດສັກແບບສຸກເສີນໃນກຸ່ມຄົນແພດໝໍ, ພະນັກງານຜູ້ເຮັດວຽກຢູ່ຈຸດຜ່ານແດນ, ພະນັກງານຢູ່ສູນຈໍາກັດບໍລິເວນ ໄດ້ຈໍານວນ 298 ຄົນ, ກໍສັກຄົບ 2 ເຂັມແລ້ວຈໍານວນ 125 ຄົນ ແລະ ຍັງຄ້າງບໍ່ທັນໄດ້ສັກເຂັມທີ 2 ຈຳນວນ 173 ຄົນ, ໃຊ້ວັກແຊັງທັງຫມົດ 423 ໂດສ, ທັງໝົດແມ່ນບໍ່ມີອາການຜິດປົກກະຕິຫຍັງ.
ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ແຈ້ງໃຫ້ຮູ້ວ່າ: ໃນໄລຍະທໍາອິດ ທີ່ວັກແຊັງມີຈໍານວນຈໍາກັດ ກຸ່ມບູລິມະສິດທີ່ຈະໄດ້ຮັບວັກແຊັງກ່ອນນັ້ນ, ຕ້ອງເປັນກຸ່ມທີ່ມີເງື່ອນໄຂດັ່ງນີ້: ປະຊາກອນທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ SARS-CoV-2: ພະນັກງານແພດປ້ອມດ່ານໜ້າ, ພະນັກງານຕ້ານລະບາດ ແລະ ອື່ນໆ; ບຸກຄົນທີ່ມີຄວາມສ່ຽງຜູ້ສູງອາຍຸ ແລະ ທີ່ມີໂລກປະຈໍາຕົວ; ບຸກຄະລາກອນທີ່ໃຫ້ການບໍລິການທີ່ຈໍາເປັນ ໂດຍສະເພາະ ບຸກຄະລາກອນ/ພະນັກ ງານທີ່ເຮັດວຽກບໍລິການ ຢູ່ໃນຂົງເຂດພາກສ່ວນທີ່ມີຄວາມຈໍາເປັນ ເຊັ່ນ: ຈຸດຈໍາກັດບໍລິເວນ; ແລະ ກຸ່ມປະຊາກອນທີ່ມີການເດີນທາງ, ໂຮງຈັກໂຮງງານ ທີ່ຢູ່ກັນເປັນກຸ່ມກ້ອນ. ສະນັ້ນ, ໃນໂອກາດນີ້ຂໍໃຫ້ພໍ່ແມ່ປະຊາຊົນທຸກຊັ້ນຄົນ ໄດ້ເຂົ້າໃຈວ່າລັດຖະບານ ແມ່ນມີຄວາມເປັນຫວ່ງເປັນໃຍຕໍ່ສຸຂະພາບຂອງພໍ່ແມ່ປະຊາຊົນ ຈະບໍ່ປະຜູ້ໃດໄວ້ຂ້າງຫລັງ ຈະຕ້ອງພະຍາຍາມຈັດສັນຫາ ເພື່ອໃຫ້ທຸກຄົນໄດ້ເຂົ້າເຖິງວັກແຊັງກັນໂຄວິດ-19 ຕາມເງື່ອນໄຂທີ່ເໝາະສົມ.