ລາວ​ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ເພີ່ມ​ ສາທາຮຽກຮ້ອງ ຢ່າ​ປະໝາດ ​ໃຫ້​ເອົາ​ໃຈ​ໃສ່ ​ເຝົ້າ​ລະວັງ

​ປັດຈຸບັນ ສປປ ລາວ ຍັງ​ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ເພີ່ມ​ຂຶ້ນ​ໃໝ່, ຕົວ​ເລກ ​ຜູ້​ຕິດ​ເຊື້ອສະ​ສົ​ມ ຍັງ​ຢູ່ 45 ຄົນ, ປິ່ນປົວ​ຫາຍ​ດີ 41 ຄົນ, ຍັງ​ສືບ​ຕໍ່ ນອນຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍ 4 ຄົນ, ​ເຖິງ​ຢ່າງ​ໃດ​ກໍ່ຕາມ​ເຖິງ​ແມ່ນ​ວ່າ ສປປ ລາວ ຈະ​ບໍ່ມີ​ຜູ້​ຕິດ​ເຊື້ອ​ເ ພີ່ມ​ຂຶ້ນ​ໃໝ່ກໍ່ຕາມ ຄະນະ​ສະ​ເພະ​ກິດ ກໍ່​ຄື ກະຊວງ​ສາທາລະນະ​ສຸກ ກໍບໍ່​ໄດ້​ລະ​ເຫ​ລິງ ​ໄດ້​ເອົາ​ໃຈ​ໃສ່​ເຝົ້າ​ລະວັງຕິດຕາມ​ກວດກາ ຄົນ​ເຂົ້າ​-ອອກ​ເມືອງ ຢ່າງ​ເຄັ່ງ​ຄັດ ​ຢູ່​ບັນດາ​ດ່ານ ​ເຂົ້າ​-ອອກ​ຕ່າງໆ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະ ນະສຸກ ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 10 ກຸມພາ 2021 ນີ້​ວ່າ: ນັບແຕ່ ເດືອນມັງກອນ 2020 ຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 107.013 ຕົວຢ່າງ, ກວດພົບເຊື້ອສະສົມ 45 ຄົນ ສະ​ເພາະ ວັນທີ 9 ກຸມພາ 2021, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 291 ຄົນ, ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ. ​ໃນ​ຂະນະ​ທີ່ ຢູ່ບັນດາກຸ່ມປະເທດອາຊຽນ ​ແມ່ນ​ມີ​ການ​ແຜ່​ລະບາດ​ຢ່າງ​ຕໍ່​ເນື່ອງ ​ໂດຍ​ສະ​ເພາະ ຢູ່ປະເທດ ອິນໂດເນເຊຍ ແມ່ນມີຜູ້ຕິດເຊື້ອສະສົມສູງກວ່າໝູ່,​ ຖັດລົງມາແມ່ນປະເທດ ຟີລິບປິນ, ມາເລເຊຍ, ມຽນມາ ຕາມລຳດັບ.

ຕໍ່​ການ​ແຜ່​ລະບາດຢ່າງ​ຕໍ່​ເນື່ອງ ຢູ່​ບັນດາ​ປະ​ເທດ​ອາ​ຊຽນ, ສປປ ລາວ ກໍ​ຄື ຄະນະ​ສະ​ເພາະ​ກິດ ກໍ​ໄດ້​ເອົາ​ໃຈ​ໃສ່​ເຝົ້າ​ລະວັງຕິດຕາມ​ກວດກາ ຄົນ​ເຂົ້າ-ອອກ​ເມືອງ ຢ່າງ​ເຄັ່ງ​ຄັດຢູ່​ບັນດາ​ດ່ານ​ຕ່າງໆ ​ໃນ​ທົ່ວ​ປະ​ເທດ, ​ເຊິ່ງ​ໃນ​ວັນ​ທີ 9 ກຸມພາ ທົ່ວປະເທດມີຜູ້ເດີນທາງເຂົ້າມາມີທັງໝົດ 2.284 ຄົນ, ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດແລ້ວ ຈຶ່ງນຳສົ່ງໄປ​ຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ ຈົນກວ່າຈະຄົບກຳນົດ 14 ວັນ.

ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຍັງ​ຮຽກຮ້ອງໃຫ້​ປະຊາຊົນ​ລາວບັນດາ​ເຜົ່າ ຍົກສູງສະຕິຄວາມຮັບຜິດຊອບ ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ ເປັນຕົ້ນແມ່ນ ສວມໃສ່ຜ້າອັດປາກ-ດັງ, ກິນບ່ວງຮ້ອນຊ້ອນກາງ, ບໍ່ໃຊ້ຈອກນ້ຳຮ່ວມກັນ, ໝັ່ນລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ ຫລື ເຈວລ້າງມືຂ້າເຊື້ອ, ຖ້າຫາກທ່ານຮູ້ສຶກບໍ່ສະບາຍ ໃຫ້ໄປພົບແພດທັນທີ ເພື່ອຮັບການປິ່ນປົວຢ່າງທັນການ ເພື່ອປ້ອງກັນ ແລະ ຄວບຄຸມ ສະພາບການລະບາດ ໃນປະເທດເຮົາບໍ່ໃຫ້ເກີດມີການຕິດເຊື້ອໃນປະເທດຮອບໃໝ່ ຄືກັບຫລາຍປະເທດໃນໂລກ ແລະ ປະເທດໃກ້ຄຽງ ສປປ ລາວ.